ສະຫຼອງຈົບຊັ້ນ

ຂ່າວ​ທີ່​ຍັງ​ເປັນ​ສຽງ​ສັງ­ຄົມ​ເລື່ອງ​ການ​ສະ­ຫຼອງ​ຈົບ​ຊັ້ນ ຂອງ​ນັກ­ຮຽນ​ມັດ­ທະ­ຍົມ​ປາຍ​ນັ້ນ ມີ​ທັງ​ແງ່​ບວກ ແລະ ລົບ ເພາະ​ບາງ​ຫາງ​ສຽງ​ເຂົາ​ກໍ​ບອກ​ວ່າ ເພາະ​ຜູ້​ໃຫຍ່​ພາ​ເປັນ ເດັກ­ນ້ອຍ​ເລີຍ​ເອົາ​ເປັນ​ແບບ­ຢ່າງ ເວົ້າ​ກັນ​ຍາກ ແລະ ອີກ​ຫາງ​ສຽງ​ໜຶ່ງ​ກໍ​ບອກ​ວ່າ ເດັກ­ນ້ອຍ​ເຮັດ​ເກີນ​ເຫດ ເຊິ່ງ​ຢ່າ​ລືມ​ວ່າ­ການ​ສະ­ຫຼອງ​ທັງ​ເຕັ້ນ​ທັງ​ດີດ​ທັງ​ຂີດ​ຂຽນ​ໃສ່​ເສື້ອ​ຂາວ ເພື່ອ​ອຳ​ລາ​ຊີ­ວິດ​ມັດ­ທະ­ຍົມ​ນັ້ນ​ມັນ​ເກີດ​ຂຶ້ນ​ມາ​ຫຼາຍ​ປີ​ລຽນ­ຕິດ​ຢູ່​ແລ້ວ ສຳ­ລັບ​ປີ​ນີ້​ພຽງ​ແຕ່​ກະ­ແສ​ສື່​ສັງ­ຄົມ​ອອນ​ລາຍ​ມາ​ແຮງ​ທໍ່​ນັ້ນ.

ບັນ­ຫາ​ທີ່​ມັນ​ພົວ­ພັນ​ກ່ຽວ­ຂ້ອງ​ກັບ​ນັກ­ຮຽນ​ຈົບ ມ7 ຈະ​ເສັງ​ເຂົ້າ​ມະ­ຫາ​ໄລ ແລະ ຄູ​ອາ­ສາ​ນີ້​ມັນ​ກືນ​ຍາກ​ແບບ​ວ່າ ກືນ​ບໍ່​ເຂົ້າ…ສະ​ຖາ​ບັນ​ການ​ສຶກ​ສາ ແລະ ສາຍ​ອາ­ຊີບ​ງານ​ຮອງ​ຮັບ ຄື​ບັນ­ຫາ​ເຄັ່ງ­ຮ້ອນ​ເພາະ​ສັງ­ຄົມ​ກຳ­ລັງ​ຕົກ​ໃນ​ພາ­ວະ​ຄົນ​ເຫຼືອ​ວຽກ…? ຜູ້​ຂຽນ​ຄິດ​ໄດ້​ຕື່ມ​ວ່າ ການ​ສ້າງ​ຄົນ ສ້າງ​ພະ­ນັກ­ງານ​ສືບ​ທອດ ກໍ​ມີ​ແຕ່​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ແລະ ບາງ​ສະ​ຖາ​ບັນ​ທີ່​ກຳ­ລັງ​ຈະ​ເປີດ​ສາຍ​ສຶກ​ສາ ປ​ໂທ ແລະ ປ​ເອກ ຄົງ​ຈະ​ບໍ່​ມຸ້ງ ຫຼື ສ້າງ​ຄ່າ​ນິ­ຍົມ​ໃຫ້​ເປັນ​ທຸ­ລະ​ກິດ​ການ​ສຶກ​ສາ ເຊິ່ງ​ບັນ­ຫາ​ຄື​ທ່າ​ອ່ຽງ​ຄ່າ​ເທີມ​ແພງ ເມື່ອ​ມາ​ລວມ​ກັບ​ສະ­ພາບ​ທີ່​ນັກ­ຮຽນ ມ​ປາຍ ເສັງ​ຈົບ​ກຳ­ລັງ​ຈະ​ສອບ​ເຂົ້າ​ຮຽນ​ຕໍ່​ວິ­ທະ­ຍາ­ໄລ ມະ­ຫາ­ວິ­ທະ­ຍາ­ໄລ​ຕ່າງໆ​ແລ້ວ ຈຶ່ງ​ເປັນ​ປາ­ກົດ­ການ​ທີ່​ຕ້ອງ​ປະ​ຄັບ​ປະ­ຄອງ​ໃຫ້​ເຍົາ­ວະ​ຊົນ​ເຫຼົ່າ­ນັ້ນ​ມີ​ທາງ​ອອກ ແລະ ມີ​ທາງ​ເລືອກ​ຮອງ​ຮັບ​ທີ່​ເໝາະ​ສົມ.

ອີງ​ຕາມ​ຂ່າວ​ພາຍ​ໃນ​ບອກ​ວ່າ ສົກ​ສຶກ​ສາ 2020-2021 ເນື່ອງ​ຈາກ​ຜົນ​ກະ­ທົບ​ຈາກ​ໂຄ​ວິດ-19 ເຮັດ​ໃຫ້​ນັກ­ຮຽນ​ຫຼາຍ​ຄົນ​ພັກ​ບໍ່​ໄດ້​ໄປ​ໂຮງ­ຮຽນ ທີ່​ຕ່າງ­ປະ­ເທດ ທາງ​ຝ່າຍ​ສຶກ​ສາ ຈຶ່ງ​ມີ​ຄຳ​ແນະ­ນຳ​ໃຫ້​ສະ​ຖາ​ບັນ​ການ​ສຶກ​ສາ​ຫຼາຍ​ແຫ່ງ ອາດ​ຕ້ອງ​ພິ­ຈາ­ລະ­ນາ​ຮັບ​ເອົາ​ນັກ​ສຶກ​ສາ​ເພີ່ມ​ຫຼາຍ​ຂຶ້ນ​ກວ່າ​ປີ­ຜ່ານ­ມາ ແຕ່​ສຳ­ລັບ ມຊ ປີ​ນີ້ ມີ​ຄວາມ​ສາ­ມາດ​ຮັບ​ເອົາ​ນັກ­ຮຽນ​ໄດ້​ພຽງ 8.000 ອັດ­ຕາ ເຊິ່ງ​ມີ​ນັກ­ຮຽນ​ເສັງ​ຈົບ ມປ ທົ່ວ​ປະ­ເທດ ກວມ 72.000 ຄົນ ຫຼາຍ​ກວ່າ​ສົກ​ສຶກ​ສາ 2018-2019 ມີ​ພຽງ 68.000 ຄົນ (ສະ­ຖິ­ຕິ​ກົມ​ສາ­ມັນ​ສືກ​ສາ).

ຜູ້​ຂຽນ​ຂໍ​ຝາກ​ບາງ​ຄຳ​ເຫັນ​ແລກ­ປ່ຽນ ເພື່ອ​ເປັນ​ກຳ­ລັງ​ໃຈ​ໃຫ້​ແກ່​ນັກ­ຮຽນ ນັກ​ສຶກ​ສາ ວ່າ​ພວກ​ເຮົາ​ເປັນ​ເຍົາ­ວະ​ຊົນ ຫຼື ເປັນ​ນັກ​ສຶກ​ສາ ເມື່ອ​ຈະ​ປະ­ພຶດ ຫຼື ສະ­ແດງ​ອອກ​ສິ່ງ​ໃດ​ກໍ​ຕ້ອງ​ຄຳ­ນຶງ​ເຖິງ​ຄວາມ​ເໝາະ​ສົມ ບໍ່​ເອົາ​ຄວາມ​ມ່ວນ​ຄຶກ​ຄະ­ນອງ​ເປັນ​ທີ່​ຕັ້ງ ຫຼື ຕາມ­ໃຈ​ຕາມ​ອາ­ລົມ​ຕົນ​ເອງ ຈົນ​ເປັນ​ສິ່ງ​ທີ່​ຂາດ​ຄວາມ​ເໝາະ​ສົມ ປະ­ການ​ສຳ­ຄັນ​ແມ່ນ​ຕ້ອງ​ໃຊ້​ເວ­ລາ​ຄົ້ນ­ຄວ້າ​ສຶກ​ສາ​ນອກ​ໂມງ​ຮຽນ​ໃຫ້​ຫຼາຍ​ຂຶ້ນ ເຂົ້າ​ຫ້ອງ​ສະ­ໝຸດ ຊອກ​ອ່ານ­ໜັງ­ສື ພັດ­ທະ­ນາ​ສະ­ໝອງ​ດີ​ກວ່າ​ທ່ຽວ​ຫຼິ້ນ​ຊຸມ​ແຊວ ຜູ້​ໃຫຍ່ ຫຼື ຜູ້​ປົກ­ຄອງ ກໍ​ຕ້ອງ​ປະ­ພຶດ​ເປັນ​ແບບ­ຢ່າງ​ເດັກ­ນ້ອຍ ຈຶ່ງ​ບໍ່​ເວົ້າ­ຍາກ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!