ຫຼວງພະບາງ ຈະຈັດບຸນຊ່ວງເຮືອເປັນພຽງປະເພນີ ຍ້ອນໂຄວິດ

ງານ​ບຸນ­ຊ່ວງ­ເຮືອ​ຢູ່​ນະ­ຄອນ­ຫຼວງ​ພະ​ບາງ ແຂວງ​ຫຼວງ​ພະ​ບາງ ປະ­ຈຳ​ປີ 2020 ທີ່​ສືບ​ທອດ​ກັນ​ມາ​ຫຼາຍ­ເຊັ່ນ­ຄົນ ຈະ​ຈັດ­ການ​ແຂ່ງ­ຂັນ​ເປັນ​ພຽງ​ຮີດ­ຄອງ​ປະ­ເພ­ນີ ເພື່ອ​ບໍ່​ໃຫ້​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ຈຳ­ນວນ​ຫຼາຍ ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ເກີດ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ເພື່ອ​ເປັນ​ການ​ຜັນ​ຂະ­ຫຍາຍ​ແຈ້ງ​ການ ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ຄຳ​ສັ່ງ​ຂອງ​ພະ­ນະ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ທ່ານ ຈັນ​ສຸກ ພັນ​ໂດ​ລັກ ເຈົ້າ​ນະ­ຄອນ­ຫຼວງ​ພະ​ບາງ ໄດ້​ໃຫ້​ສຳ­ພາດ​ວັນ​ທີ 11 ສິງ­ຫາ 2020 ວ່າ: ສະ­ເພາະ​ບຸນ​ຫໍ່​ເຂົ້າ­ປະ­ດັບ­ດິນ​ປີ​ນີ້ ຈະ​ຈັດ​ພຽງ​ຮີດ­ຄອງ​ປະ­ເພ­ນີ ເພື່ອ​ບໍ່​ປະ­ລະ​ຮີດ​ໃຫ້​ໝອງ​ຄອງ​ໃຫ້​ເສົ້າ ໃນ​ນັ້ນ​ຈະ​ໂຈະ​ງານ​ໂລະ​ລາດ ຫຼື ລົງ​ຕະ­ຫຼາດ­ນັດ​ແບບ​ມວນ​ຊົນ ເຊິ່ງ​ປີ​ນີ້​ກົງ​ກັບ​ວັນ​ທີ 17 ສິງ­ຫາ 2020 ສ່ວນ​ງານ​ບຸນ­ຊ່ວງ­ເຮືອ​ເພື່ອ​ບູ­ຊາ​ແມ່­ນ້ຳ ແລະ ສາຍ​ນ້ຳ​ບ່ອນ​ສັກ­ສິດ​ຈະ​ຈັດ​ພິ­ທີ​ທາງ​ສາ­ສະ­ໜາ ແລະ ຈັດ​ແຂ່ງ­ຂັນ​ເຮືອ 1-2 ລ່ອງ ໂດຍ​ປຸກ­ລະ­ດົມ​ບັນ­ດາ​ບ້ານ​ພາຍ​ໃນ​ນະ­ຄອນ​ທີ່​ມີ​ເຮືອ​ຊ່ວງ ໃຫ້​ເອົາ​ເຮືອ​ລົງ​ພາຍ​ຕາມ​ປະ­ເພ­ນີ ໃນ​ນັ້ນ ປະ­ກອບ​ມີ​ທ່າ​ນ້ຳ​ບ້ານ​ຫາດ​ຮ່ຽນ​ວັນ​ທີ 12 ສິງ­ຫາ 2020 ທ່າ​ນ້ຳ​ບ້ານ​ສັງ­ຄະ​ໂລກ ວັນ​ທີ 16 ສິງ­ຫາ 2020 ແລະ ຍື່ງ​ນ້ຳ​ຄານ​ວັນ​ທີ 18 ສິງ­ຫາ 2020 ສະ­ເພາະ​ຢູ່​ຍື່ງ​ນ້ຳ​ຄານ​ຈະ​ມີ​ເຮືອ​ນາງ​ດຳ-ນາງ​ດ່ອນ ແລະ ເຮືອ​ບັນ­ດາ​ບ້ານ ເຂົ້າ​ຮ່ວມ​ປະ­ມານ 3 ຄູ່ ເພື່ອ​ບໍ່​ໃຫ້​ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ­ນວນ​ຫຼາຍ.

ພ້ອມ​ນີ້ ຍັງ​ຈະ​ໄດ້​ຈັດ​ພິ­ທີ​ຄອບ​ສະ­ຖານ­ທີ່​ສັກ­ສິດ​ອີກ​ຫຼາຍ​ແຫ່ງ​ໂອ­ກາດ​ນີ້ ທ່ານ​ເຈົ້າ​ນະ­ຄອນ­ຫຼວງ​ພະ​ບາງ ໄດ້​ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ພະ​ບາງ ຈົ່ງ​ພ້ອມ​ກັນ​ປະ­ຕິ­ບັດ​ຮີດ­ຄອງ​ປະ­ເພ­ນີ​ໃຫ້​ຄົບ ໃນ​ໂອ­ກາດ​ບຸນ​ຫໍ່​ເຂົ້າ­ປະ­ດັບ­ດິນ ກໍ​ຄື ບຸນ­ຊ່ວງ­ເຮືອ​ເດືອນ 9 ທີ່​ນະ­ຄອນ­ຫຼວງ​ພະ​ບາງ​ໃນ​ປີ​ນີ້ ເພື່ອ​ໃຫ້​ບຸນ​ປະ­ເພ­ນີ​ອັນ​ດັ່ງ​ເດີມ​ໄດ້​ຮັບ​ການ​ສືບ​ທອດ​ຕໍ່​ໄປ.

error: Content is protected !!