Microsoft ປ່ອຍຟີເຈີແຕ້ມຮູບຈາກຄອມພິວເຕີລົງມືຖື ຜ່ານ Apps Your Phone ໄດ້ແລ້ວ

ເຖິງ​ແມ່ນ​ວ່າ ລະ­ບົບ​ປະ­ຕິ­ບັດ​ການ​ມື​ຖື​ຂອງ Microsoft ຈະ​ຖືກ​ຍຸບ​ໄປ ແຕ່​ກໍ​ຍັງ​ມີ​ຄວາມ​ຕັ້ງ­ໃຈ​ໃຫ້ Windows ກັບ Android ເຮັດ​ວຽກ​ດ້ວຍ​ກັນ​ຜ່ານ​ໂປຣ​ແກຣມ Your Phone ຫຼ້າ​ສຸດ ມີ​ການ​ໃສ່​ຟີ​ເຈີ​ໃໝ່​ເຂົ້າ​ໄປ ນອກ­ຈາກ​ການ​ໂທ​ເຂົ້າ/ໂທ​ອອກ​ຜ່ານ Windows ເມື່ອ​ເຊື່ອມ​ຕໍ່​ກັບ Your Phone.

ຟີ​ເຈີ​ໃໝ່​ທີ່​ເພິ່ມ​ຂຶ້ນ​ມີ​ທັງ​ໝົດ 2 ຢ່າງ​ດ້ວຍ​ກັນ ໄດ້­ແກ່​ການ­ສະ­ແດງ​ຜົນ​ພາບ​ຫຼາຍ​ຂຶ້ນ​ເຖິງ 2.000 ພາບ ເດີມ​ເຮັດ​ໄດ້ 25 ພາບ.

ເຊື່ອມ​ຕໍ່​ກັບ​ປາກ­ກາ​ທັງ​ຝັ່ງ​ມື​ຖື ແລະ Surface ສາ­ມາດ​ແຕ້ມ​ຂຽນ​ຂ້າມ​ກັນ​ໄປ​ມາ​ໄດ້ ເຊັ່ນ​ຖ້າ​ແຕ້ມ​ຈາກ​ມື​ຖື​ລົງ​ຜ່ານ​ການ​ເຮັດ Mirror Link.

ເອີ້ນ​ໄດ້​ວ່າ​ຟີ​ເຈີ​ດັ່ງ­ກ່າວ​ຖື​ວ່າ​ເປັນ​ອີກ​ລູກ​ຫຼິ້ນ​ໜຶ່ງ​ທີ່​ໜ້າ​ສົນ­ໃຈ​ຢ່າງ​ສູງ​ເລີຍ ແລະ ຕອນ​ນີ້​ປ່ອຍ​ອັບ​ເດດ​ແລ້ວ ສາ­ມາດ​ຕິດ​ຕັ້ງ​ຜ່ານ​ຄອມ​ພິວ​ເຕີ​ຂອງ​ທ່ານ​ໄດ້​ເລີຍ.

error: Content is protected !!