ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານກີລາລະດັບທ້ອງຖິ່ນ

ກອງ​ປະ­ຊຸມ​ຍົກ​ລະ­ດັບ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ານ​ການ​ບໍ­ລິ­ຫານ​ກີ­ລາ ຈັດ​ຂຶ້ນ​ວັນ​ທີ 17 ສິງ­ຫາ 2020 ຢູ່​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ກະ­ເສມ ອິນ​ທະ­ລາ ຮອງ​ປະ­ທານ​ຄະ­ນະ​ກຳ​ມະ ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ທ່ານ ອ໊ອດ ແສງ​ພິມ ຮັກ­ສາ​ການ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ​ວິ­ຊາ​ການ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ແລະ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.

ທ່ານ ກະ­ເສມ ອິນ​ທະ­ລາ ກ່າວ​ວ່າ: ເພື່ອ​ເຜີຍ ແຜ່​ການ­ເຄື່ອນ­ໄຫວ​ກ່ຽວ​ກັບ​ຂະ​ບວນ​ການ​ໂອ​ແລມ​ປິກ ຍົກ​ລະ­ດັບ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ານ​ການ​ບໍ­ລິ­ຫານ​ກີ­ລາ ແລະ ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ກ່ຽວ​ກັບ​ວຽກ​ງານ​ບໍ­ລິ­ຫານ​ກີ­ລາ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ໄດ້​ຈັດ​ຕັ້ງ​ການ​ເຝິກ­ອົບ­ຮົມ​ຜູ້​ບໍ­ລິ­ຫານ​ກີ­ລາ​ລະ­ດັບ​ທ້ອງ­ຖິ່ນ ປະ­ຈຳ​ປີ 2020 ເຊິ່ງ​ມີ​ນັກ​ສຳ​ມະ​ນາ ກອນ​ຈາກ 11 ເມືອງ​ທົ່ວ​ແຂວງ​ວຽງ​ຈັນ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ດຳ­ເນີນ​ແຕ່​ວັນ​ທີ 17-19 ສິງ­ຫາ 2020 ໂດຍ​ລົງ​ເລິກ​ກ່ຽວ​ກັບ​ຫຼັກ­ການ-ໂຄງ​ສ້າງ ແລະ ຂະ​ບວນ​ການ​ໂອ​ແລມ​ປິກ ການ​ພັດ­ທະ­ນາ​ນັກ­ກີ­ລາ ການ​ບໍ­ລິ­ຫານ​ອົງ​ການ­ຈັດ­ຕັ້ງ​ກີ­ລາ​ຂອງ​ຊາດ ແລະ ແຂວງ ແລະ ການ​ປົກ­ຄອງ​ທີ່​ດີ ການ​ສື່­ສານ​ການ​ແຂ່ງ­ຂັນ​ຕ່າງໆ​ລະ­ດັບ​ຊາດ-ແຂວງ ການ​ພັດ­ທະ­ນາ​ຄູ​ເຝິກ ຂໍ້​ມູນ​ຂ່າວ­ສານ ແລະ ເຕັກ​ໂນ​ໂລ​ຊີ​ການ​ກີ­ລາ ການ­ຈັດ­ຕັ້ງ​ຍຸດ​ທະ​ສາດ​ພັດ­ທະ­ນາ​ກີ­ລາ​ຂັ້ນ​ແຂວງ+ແຫຼ່ງ​ລາຍ​ຮັບ ວິ­ທະ­ຍາ­ສາດ​ກີ­ລາ ການ​ຄັດ​ເລືອກ​ນັກ­ກີ­ລາ ການ​ກໍ່­ສ້າງ-ຄຸ້ມ​ຄອງ ແລະ ດຳ­ເນີນ​ງານ​ຂອງ​ສະ­ໜາມ ນອກ​ນີ້ ຍັງ​ໄດ້​ສົນ­ທະ­ນາ​ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ແລະ ການ​ປະ​ເມີນ​ຜົນ​ໄດ້​ຮັບ​ຂອງ​ກອງ​ປະ­ຊຸມ ຕື່ມ​ອີກ.

error: Content is protected !!