ເມືອງສີສັດຕະນາກ ປະກາດປັບປຸງການຈັດຕັ້ງ

ເພື່ອ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ ຂໍ້​ຕົກ­ລົງ​ຂອງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ເປັນ​ການ​ປັບ­ປຸງ​ການ­ຈັດ­ຕັ້ງ​ໃຫ້​ສອດ­ຄ່ອງ ເໝາະ​ສົມ​ກັບ​ໜ້າ­ທີ່​ວຽກ​ງານ ຕາມ​ຄວາມ​ຮູ້ ຄວາມ​ສາ­ມາດ ເມືອງ​ສີ​ສັດ­ຕະ​ນາກ ໄດ້​ຈັດ​ພິ­ທີ​ປະ­ກາດ​ແຕ່ງ­ຕັ້ງ ປັບ­ປຸງ​ພະ­ນັກ­ງານ​ພາຍ​ໃນ​ກົງ­ຈັກ​ການ​ປົກ­ຄອງ​ຂອງ​ເມືອງ ໂດຍ​ມີ​ທ່ານ ບຸນ​ທອງ ພົມ­ມະ­ຈັນ ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ກຳ­ມະ­ການ​ພັກ​ນະ­ຄອນ­ຫຼວງ ເລ­ຂາ​ຄະ­ນະ​ພັກ ເຈົ້າ­ເມືອງ​ສີ​ສັດ­ຕະ​ນາກ ພ້ອມ​ດ້ວຍ​ຄະ­ນະ​ປະ­ຈຳ​ພັກ ຄະ­ນະ​ພັກ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ເມືອງ​ເຂົ້າ​ຮ່ວມ.

ໃນ​ພິ­ທີ ໄດ້​ປະ­ກາດ​ແຕ່ງ­ຕັ້ງ​ທ່ານ ທິນ­ນະ­ກອນ ທອງ­ຄຳ ຄະ­ນະ​ປະ­ຈຳ​ພັກ​ເມືອງ ເລ­ຂາ​ພັກ​ບ້ານ ນາຍ­ບ້ານ​ວັດ​ນາກ ເມືອງ ສີ​ສັດ­ຕະ​ນາກ ມາ​ເປັນ​ຮອງ​ເຈົ້າ­ເມືອງ​ສີ​ສັດ­ຕະ​ນາກ ແຕ່ງ­ຕັ້ງ​ທ່ານ ດວງ​ເດືອນ ວົງ​ນະ­ລາດ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ເມືອງ ມາ​ເປັນ​ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ເມືອງ ແຕ່ງ­ຕັ້ງ​ທ່ານ ວິ­ໄລ​ກອນ ສູນ​ດາ­ລາ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ເມືອງ ມາ​ເປັນ​ປະ­ທານ ແນວ​ລາວ​ສ້າງ​ຊາດ​ເມືອງ ແຕ່ງ­ຕັ້ງ​ທ່ານ ບຸນ​ສົມ ລຳ​ໂຂງ ຮອງ​ປະ­ທານ​ແນວ​ລາວ​ສ້າງ​ຊາດ ມາ​ເປັນ​ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ ອົບ­ຮົມ​ເມືອງ​ສີ​ສັດ­ຕະ​ນາກ.

error: Content is protected !!