ສື່ແບບດັ້ງເດີມ ຕ້ອງປັບຕົນເອງໃຫ້ທັນຕາມຍຸກສະໄໝ

ທ່ານ ທອງ​ຫຼໍ່ ດວງ​ສະ­ຫວັນ ຫົວ­ໜ້າ​ບັນ­ນາ­ທິ­ການ​ໜັງ­ສື­ພິມ​ພາ­ສາ​ຕ່າງ­ປະ­ເທດ ຫື ວຽງ​ຈັນ​ທາມ ໃຫ້​ສຳ­ພາດ​ວັນ​ທີ 18 ສິງ­ຫາ 2020 ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ ວ່າ: ວັນ​ທີ 13 ສິງ­ຫາ ແມ່ນ​ວັນ​ສຳ­ຄັນ​ຂອງ​ສື່​ມວນ​ຊົນ ພວກ​ເຮົາ​ພ້ອມ​ກັນ​ມາ​ສະ­ຫຼອງ ເພື່ອ​ລະ­ນຶກ​ເຖິງ​ຜູ້​ທີ່​ມີ​ຜົນ­ງານ​ໃນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ສື່ ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ແລະ ມາ​ຮອດ​ປັດ­ຈຸ­ບັນ ສື່​ໄດ້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຢ່າງ​ວ່ອງ­ໄວ ໃນ​ການ​ຮັບ​ໃຊ້​ໜ້າ­ທີ່​ການ­ເມືອງ ສະ­ເພາະ​ໜັງ­ສື­ພິມ​ວຽງ​ຈັນ​ທາມ ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ປີ 1994 ມາ​ຮອດ​ປີ 2020 ແມ່ນ​ມີ​ອາ­ຍຸ​ຄົບ­ຮອບ 26 ປີ ທີ່​ໄດ້​ປະ­ກອບ­ສ່ວນ​ວຽກ​ງານ​ສື່​ສິ່ງ​ພິມ​ທີ່​ເປັນ​ພາ­ສາ​ອັງ­ກິດ ຝຣັ່ງ ແລະ ພາ­ສາ​ຈີນ ປັດ­ຈຸ­ບັນ ຍັງ​ເຫຼືອ​ແຕ່​ພາ­ສາ​ອັງ­ກິດ ແລະ ພາ­ສາ​ຈີນ ເພື່ອ​ສະ­ໜອງ​ຂໍ້​ມູນ​ໃຫ້​ຄົນ​ຕ່າງ­ປະ­ເທດ​ໄດ້​ຮັບ​ຮູ້​ການ­ເຄື່ອນ­ໄຫວ​ຂອງ​ການ​ນຳ​ພັກ​ລັດ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ເຫດ­ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ປະ­ເທດ​ລາວ​ເຮົາ ແຕ່​ລູກ​ຄ້າ​ຜູ້​ອ່ານ​ເປັນ​ຄົນ​ລາວ 50% ນອກ​ນັ້ນ​ເປັນ​ທູດ ອຸ­ປະ​ທູດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ຄົນ​ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່​ລາວ ໂດຍ​ລວມ​ແລ້ວ ໜັງ­ສື­ພິມ​ວຽງ​ຈັນ​ທາມ​ສາ­ມາດ​ຍາດ​ໄດ້­ຜົນ​ງານ​ຫຼາຍ​ດ້ານ​ຜ່ານ​ມາ.

ສ່ວນ​ບັນ­ຫາ​ທ້າ​ທາຍ​ຂອງ​ສື່​ດັ່ງ​ເດີມ ທີ່​ມີ​ທັງ​ໜັງ­ສື­ພິມ ວິ­ທະ­ຍຸ ແລະ ໂທລະ­ພາບ ກໍ​ມີ​ຍ້ອນ​ສັງ­ຄົມ​ຫັນ​ໄປ​ນິ­ຍົມ​ໃຊ້​ສື່​ແບບ​ໃໝ່ ສື່​ອອນ​ລາຍ​ຜ່ານ​ໂທລະ­ສັບ​ມື​ຖື ສະ­ນັ້ນ ຈຶ່ງ​ເຮັດ​ໃຫ້​ຍອດ​ຈ່ອງ​ອ່ານ​ຂ່າວ ການ​ມາ​ລົງ​ໂຄ­ສະ­ນາ​ຫຼຸດ​ລົງ ແລະ ເຮັດ​ໃຫ້​ລາຍ​ຮັບ​ຫຼຸດ​ລົງ ດັ່ງ­ນັ້ນ ສື່​ພວກ​ເຮົາ​ຕ້ອງ​ປັບ​ຕົນ​ເອງ​ໃຫ້​ໄປ​ຕາມ​ຍຸກ​ຕາມ​ສະ­ໄໝ ເຂົາ​ມີ​ຫຍັງ ເຮົາ​ກໍ​ຕ້ອງ​ມີ ເປັນ­ຕົ້ນ ທວິດ​ເຕີ ເຟ​ສ​ບຸກ ຢູ​ທູບ ແລະ ອື່ນໆ ແຂ່ງ­ຂັນ​ກັບ​ເຂົາ ປັບ­ປຸງ​ເນື້ອ​ໃນ​ຂ່າວ ວິ­ທີ​ການ​ຂຽນ​ຂຽນ​ບົດ​ໃຫ້​ແຫຼມ​ຄົມ ຖືກ­ຕ້ອງ​ຊັດ​ເຈນ ດຶງ​ດູດ​ຜູ້​ອ່ານ ຜຸ້​ຟັງ ຜູ້​ຊົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ນອກ​ນີ້ ປັບ­ປຸງ​ດ້ານ​ການ​ຕະ­ຫຼາດ ຊອກ​ຫາ​ແຫຼ່ງ​ລາຍ​ຮັບ​ນຳ​ຜູ້​ບໍ­ລິ­ໂພກ​ນຳ​ສື່​ອອນ​ລາຍ ແລະ ອື່ນໆ ຈຶ່ງ​ຈະ​ເຮັດ​ໃຫ້​ສື່​ດັ່ງ​ເດີມ​ພວກ​ເຮົາ​ມີ​ຄວາມ​ຍືນ​ຍົງ​ຕະ­ຫຼອດ​ໄປ.

error: Content is protected !!