ເສດຖາ ໝັ້ນໃຈຈະຄວ້າຫຼຽນໃນດອກປີກໄກ່ ເບຍລາວ ໂອເພັນ

ທ່ານ ເສດ​ຖາ ພົມ​ມະ​ຈັກ ປະ­ທານ​ສະ­ຫະ­ພັນ​ກີ­ລາ​ດອກ​ປີກ​ໄກ່ ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ທານ​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເສດ​ຖາ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ສະ­ໂມ­ສອນ​ເສດ​ຖາ ສ້າງ­ຕັ້ງ​ປີ 2016 ເປົ້າ​ໝາຍ ແມ່ນ​ຢາກ​ສ້າງ​ເວ­ທີ​ໃຫ້​ມວນ​ຊົນ​ຊາວ​ລາວ ກໍ​ຄື ຊາວ​ນະ­ຄອນ

ຫຼວງ​ວຽງ​ຈັນ ຫັນ​ມາ​ຫຼິ້ນ​ກີ­ລາ ເພື່ອ​ໃຫ້​ມີ​ສຸ­ຂະ­ພາບ​ແຂງ­ແຮງ​ແລະ ກັບ​ມາ​ນິ­ຍົມ​ຊົມ​ຊອບ​ກີ­ລາ ດອກ​ປີກ​ໄກ່​ໃຫ້​ເຕີບ​ໃຫຍ່​ຂະ ຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ ທັງ​ເປັນ​ການ​ສົ່ງ­ເສີມ​ໃຫ້​ນັກ­ກີ­ລາ​ຮຸ່ນ​ໜຸ່ມ​ເຂົ້າ​ຮ່ວມ​ສັງ­ກັດ​ສະ­ໂມ­ສອນ​ເສດ​ຖາ ເພື່ອ​ພັດ­ທະ­ນາ​ກ້າວ​ສູ່​ທີມ​ຊາດ ປັດ­ຈຸ­ບັນ​ສາ­ມາດ​ສ້າງ​ນັກ­ກີ­ລາ​ຮຸ່ນ​ເຍົາ­ວະ​ຊົນ ແລະ ຮຸ່ນ​ທົ່ວ​ໄປ​ໄດ້​ແລ້ວ 20 ກວ່າ​ຄົນ ນອກ​ນີ້ ຍັງ​ມີ​ປະ­ຊາ­ຊົນ​ຮຸ່ນ​ໜຸ່ມ​ນ້ອຍ​ສະ­ໝັກ​ຫຼິ້ນ​ອີກ 40 ກວ່າ​ຄົນ ເຊິ່ງ​ທັງ​ໝົດ​ຈະ​ໄດ້​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ກີ­ລາ​ດອກ​ປີກ​ໄກ່ ທົ່ວ​ປະ­ເທດ ຄັ້ງ​ທີ 20 ຊີງ​ຂັນ​ປະ ທານ​ສະ­ພາ​ແຫ່ງ​ຊາດ ປະ­ຈຳ​ປີ 2020 ຄົບ​ທຸກ​ລາຍ­ການ.

ຕົນ​ຮູ້­ສຶກ​ເປັນ​ກຽດ ແລະ ພາກ ພູມ­ໃຈ​ທີ່​ສຸດ ທີ່​ສະ­ໂມ­ສອນ​ຂອງ​ພວກ​ເຮົາ​ໄດ້​ເປັນ​ແຫຼ່ງ​ສຳ­ຄັນ​ສືບ­ຕໍ່​ຈັດ​ແຂ່ງ­ຂັນ​ລາຍ­ການ​ລະ ດັບ​ນາ­ນາ​ຊາດ ແລະ ລະ­ດັບ​ປະ ເທດ​ຫຼາຍ​ຄັ້ງ ໂດຍ​ສະ­ເພາະ​ລາຍ­ການ​ຊີງ​ແຊັມ​ນາ­ນາ​ຊາດ ອິນ​ເຕີ​ເນ​ຊັນ​ແນວ ຊີ​ຣີ 2 ຄັ້ງ​ພິ ເສດ​ທີ່​ສຸດ​ປີ​ນີ້ ພໍ­ດີ​ຄົບ­ຮອບ 20 ປີ ໃນ​ການ​ຈັດ​ແຂ່ງ­ຂັນ​ລາຍ­ການ​ເບຍ​ລາວ ໂອ​ເພັນ 2020 ສະ ໂມ​ສອນ​ພວກ​ເຮົາ​ຈະ​ສົ່ງ​ນັກ​ກີ ລາ​ຊຸດ​ດຽວ​ກັບ​ຊຸດ​ກຽມ​ສົ່ງ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ແຂວງ​ຊຽງ​ຂວາງ ເຊິ່ງ​ພວກ​ເຮົາ​ໝັ້ນ​ໃຈ​ວ່າ​ຈະ​ສາ­ມາດ​ສ້າງ​ຜົນ­ງານ​ຄວ້າ​ຫຼຽນ​ໃດ​ໜຶ່ງ​ແລະ ຂັນ​ຊະ­ນະ​ເລີດ​ບາງ​ລາຍ ການ​ໄດ້.

ຄວາມ​ຄືບ​ໜ້າ​ໃນ​ການ​ກະ ກຽມ​ຄວາມ​ພ້ອມ​ສະ­ໜາມ​ຈັດ­ການ​ແຂ່ງ­ຂັນ ປັດ­ຈຸ­ບັນ​ໄດ້​ປັບ ປຸງ​ສະ­ໜາມ​ສຳ­ເລັດ ເພື່ອ​ໃຫ້ ເໝາະ​ສົມ​ກັບ​ການ​ແຂ່ງ­ຂັນ​ລະ ດັບ​ປະ­ເທດ ໂດຍ​ມີ 10 ຂອດ ແຕ່​ການ​ແຂ່ງ­ຂັນ​ຕົວ​ຈິງ​ອາດ​ຈະ​ນຳ​ໃຊ້ 5-6 ຂອດ ເພາະ​ຈະ​ໄດ້​ຂະ­ຫຍາຍ​ບ່ອນ​ນັ່ງ​ກອງ​ເຊຍ​ຕື່ມ​ອີກ ຄາດ​ວ່າ​ຈະ​ສາ­ມາດ​ຮອງ ຮັບ​ຜູ້​ຊົມ​ຜູ້​ເຊຍ​ເຖິງ 3.000-4.000 ຄົນ.

ການ​ແຂ່ງ­ຂັນ​ດອກ​ປີກ​ໄກ່ ເບຍ​ລາວ ໂອ​ເພັນ 2020 ຈະ​ແຂ່ງ­ຂັນ​ວັນ​ທີ 20-23 ສິງ­ຫາ ຢູ່​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເສດ​ຖາ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ 11 ລາຍ­ການ ຄື: ປະ­ເພດ​ດ່ຽວ​ເຍົາ­ວະ​ຊົນ​ຊາຍ 14 ປີ ດ່ຽວ​ເຍົາ­ວະ​ຊົນ​ຍິງ-ຊາຍ 17 ປີ ຄູ່​ປະ­ສົມ​ເຍົາ­ວະ​ຊົນ​ຊາຍ 17 ປີ ດ່ຽວ​ຊາຍ​ທົ່ວ​ໄປ ຄູ່​ຍິງ-ຄູ່​ຊາຍ​ທົ່ວ​ໄປ ຄູ່​ອາ­ວຸ­ໂສ​ຊາຍ​ອາ­ຍຸ​ລວມ 90 ປີ​ຂຶ້ນ​ໄປ ຄູ່​ອາ­ວຸ­ໂສ​ຊາຍ​ອາ ຍຸ​ລວມ 100 ປີ​ຂຶ້ນ​ໄປ ຄູ່​ເຍົາ­ວະ​ຊົນ​ຊາຍ 17 ປີ ຄູ່​ສະ­ໝັກ​ຫຼິ້ນ​ຊາຍ ແລະ ຄູ່​ປະ­ສົມ​ທົ່ວ​ໄປ.

error: Content is protected !!