ປະທານສະພາແຫ່ງຊາດລົງຊຸກຍູ້ເຄື່ອນໄຫວວຽກງານຢູ່ ນວ

    ໃນວັນທີ 21 ສິງຫາ 2020 ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ລົງຊຸກຍູ້ເຄື່ອນໄຫວວຽກງານຢູ່ນະຄອນຫຼວງວຽງຈັນ ເພື່ອຕິດຕາມເບີ່ງບັນດາໂຄງການພັດທະນາຕ່າງໆໃຫ້ດຳເນີນໄປສອດຄ່ອງກັບແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໃນນັ້ນ ໄດ້ລົງຢ້ຽມຢາມສູນການຄ້າທັນສະໄໝໜອງຈັນ (LIFE CENTER) ເຂດພັດທະນາກວມລວມໄຊເສດຖາ ພິພິທະພັນວຽງຈັນສີລະປະຮ່ວມສະໄໝ ຢ້ຽມຊົມງານວາງສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຢູ່ສູນການຄ້າລາວ-ໄອເຕັກ ແລະ ຢ້ຽມຊົມງານວາງສະແດງຮູບພາບ 23 ສິງຫາຄົບຮອບ 45 ປີຢູ່ ສຳນັກງານປົກຄອງນະຄອນຫຼວງວຽງຈັນ. 

ປະທານສະພາແຫ່ງຊາດລົງຊຸກຍູ້ເຄື່ອນໄຫວວຽກງານຢູ່ ນວ

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!