ໄຟເຍືອງທາງ ກັບບັນຫາການຄຸ້ມຄອງນຳໃຊ້

ຕະ­ຫຼອດ​ໄລ­ຍະ 45 ປີ ທີ່​ປະ­ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ເຮັດ​ໃຫ້​ພື້ນ­ຖານ​ໂຄງ​ລ່າງ​ດ້ານ​ຕ່າງໆ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ໄດ້​ໄປ​ຮອດ​ໄປ​ເຖິງ​ທ້ອງ­ຖິ່ນ​ຕ່າງໆ ປະ­ຊາ­ຊົນ​ໄດ້​ຮັບ​ການ​ສຶກ​ສາ ເຂົ້າ​ເຖິງ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ ແລະ ອື່ນໆ ເຮັດ​ໃຫ້​ປະ­ຊາ­ຊົນ​ສາ­ມາດ​ນຳ​ຄອບ­ຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ.

ເມື່ອ​ເວົ້າ​ເຖິງ​ການ​ພັດ­ທະ­ນາ​ນັ້ນ ກໍ​ເປັນ​ເລື່ອງ​ດີ​ທີ່​ທຸກ​ຄົນ​ສາ­ມາດ​ຍອມ­ຮັບ​ໄດ້ ເຖິງ​ແມ່ນ​ວ່າ​ໃນ​ບາງ​ຄັ້ງ​ຄາວ​ອາດ​ຈະ​ຍັງ​ບໍ່​ທົ່ວ​ເຖິງ ແຕ່​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ປະ­ຊາ­ຊົນ ຂອງ​ພາກ­ສ່ວນ​ກ່ຽວ­ຂ້ອງ ກໍ​ສາ­ມາດ​ແກ້​ໄຂ​ບັນ­ຫາ ເພື່ອ​ເຮັດ​ໃຫ້­ການ​ພັດ­ທະ­ນາ​ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ແຕ່​ສິ່ງ​ທີ່​ສັງ­ຄົມ​ຍັງ​ສົນ­ໃຈ ກໍ​ຄື ມີ​ຫຼາຍໆ​ຂອດ​ທີ່​ຍັງ​ບໍ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ເປັນ​ຢ່າງ​ດີ​ນັ້ນ ກໍ​ຄື ການ​ຄຸ້ມ​ຄອງ​ພື້ນ­ຖານ​ໂຄງ​ລ່າງ​ພາຍ­ຫຼັງ​ທີ່​ໄດ້​ຮັບ​ການ​ພັດ­ທະ­ນາ.

ກ່ຽວ​ກັບ​ບັນ­ຫາ​ດັ່ງ­ກ່າວ ຜູ້​ຂຽນ​ຂໍ​ນຳ​ສະ­ເໜີ​ບາງ​ກະ­ທູ້​ໃນ​ຄໍ​ລຳ​ຈາ­ລະ​ຈອນ​ມື້­ນີ້ ທີ່​ເຫັນ​ວ່າ​ມີ​ຄວາມ​ສຳ­ຄັນ ໃນ​ການ​ສັນ­ຈອນ​ໃນ​ຍາມ​ວິ­ການ​ນັ້ນ ກໍ​ແມ່ນ​ບັນ­ຫາ​ກ່ຽວ​ກັບ­ໄຟ​ເຍື່ອງ​ທາງ​ຕາມ​ເສັ້ນ­ທາງ​ບາງ​ເສັ້ນ ເຊັ່ນ: ທາງ​ຕັດ​ໃໝ່ ໜອງ​ປິງ ໜອງ​ບຶກ ເພາະ​ຫຼາຍ​ຄົນ​ກໍ​ສົງ​ໃສ​ວ່າ ມີ​ເສົາ​ໄຟ​ເຍືອງ​ທາງ​ຕັ້ງ​ລຽນ​ກັນ​ລ້າຍ​ຊ້າຍ ແຕ່​ບໍ່​ສາ­ມາດ​ເປີດ​ນຳ​ໃຊ້​ໄດ້.

ເສັ້ນ­ທາງ​ໜອງ​ປິງ ໜອງ​ບຶກ ສ້າງ​ສຳ­ເລັດ ແລະ ນຳ​ໃຊ້​ມາ​ໄດ້​ຫຼາຍ​ປີ​ສົມ­ຄວນ ຖ້າ​ບັນ­ດາ​ທ່ານ​ເຄີຍ​ເດີນ­ທາງ​ຜ່ານ​ໄປ​ມາ ກໍ​ຈະ​ເຫັນ​ເສົາ​ໄຟ​ເຍືອງ​ທາງ​ທີ່​ຕັ້ງ​ຢັ່ງ­ຢາຍ​ກັນ​ໄປ​ຈົນ​ສຸດ​ເສັ້ນ­ທາງ ໃນ​ໄລ­ຍະ​ນຳ​ໃຊ້​ໃນ​ເບື້ອງ​ຕົ້ນ ໄຟ​ເຍືອງ​ທາງ​ເຫຼົ່າ­ນັ້ນ ສາ­ມາດ​ເປີດ​ໃຫ້​ຄວາມ​ສະ­ຫວ່າງ ເພື່ອ​ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ກັບ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ​ໃນ​ຍາມ​ວິ­ການ ແຕ່​ການ​ນຳ​ໃຊ້​ຕ້ອງ​ໄດ້​ປະ­ສົບ​ກັບ​ບັນ­ຫາ ເມື່ອ​ໃຊ້​ໄປ​ບໍ່​ເທົ່າ­ໃດ​ກໍ​ເກີດ​ມີ​ສິ່ງ​ຜິດ​ປົກ­ກະ­ຕິ ເສົາ​ໄຟ​ບາງ​ເສົາ​ໃຊ້​ບໍ່​ໄດ້ ບາງ​ເສົາ​ດອກ­ໄຟ​ບໍ່​ມີ ຈົນ​ມາ​ເຖິງ​ປັດ­ຈຸ­ບັນ​ເຫັນ​ໄດ້​ວ່າ ເສົາ​ໄຟ​ເຍືອງ​ທາງ​ຕາມ​ເສັ້ນ­ທາງ​ດັ່ງ­ກ່າວ​ນັ້ນ ເບິ່ງ​ແລ້ວ​ບໍ່​ສາ­ມາດ​ນຳ​ໃຊ້​ໄດ້.

ຕາມ​ການ​ບອກ­ເລົ່າ​ຂອງ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ທີ່​ອາ­ໄສ​ໃກ້​ຄຽງ​ກັບ​ເສັ້ນ­ທາງ​ດັ່ງ­ກ່າວ ເຫັນ​ວ່າ​ມີ​ບາງ​ກຸ່ມ​ຄົນ​ໄດ້​ມາ​ລັກ​ເອົາ​ວົງ​ຈອນ​ຂອງ​ໄຟ​ຕາມ​ເສົາ ໃນ​ແຕ່​ລະ​ເສົາ​ນັ້ນ ກໍ​ເປັນ​ການ​ບອກ­ເລົ່າ​ທີ່​ຍັງ​ບໍ່​ທັນ​ສາ­ມາດ​ພິ­ສູດ​ໄດ້​ວ່າ​ເປັນ​ຄົນ​ມາ​ລັກ​ເອົາ ຫຼື ບໍ່ ເມື່ອ​ເປັນ​ຄື​ແນວ​ນັ້ນ ຜູ້​ຂຽນ​ເອງ​ກໍ​ໄດ້​ລົງ​ໄປ​ສັງ­ເກດ​ເຫັນ​ວ່າ​ເສົາ​ເຍືອງ​ໄຟ​ແຕ່​ລະ​ເສົາ ບໍ່​ມີ​ວົງ​ຈອນ​ອອກ​ໄປ ເຮັດ​ໃຫ້​ບໍ່​ສາ­ມາດ​ນຳ​ໃຊ້​ໄດ້​ຕາມ​ປົກ­ກະ­ຕິ ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ສັງ­ເກດ​ເຫັນ​ບ່ອນ​ທີ່​ເທ​ຕໍ​ມໍ້ (ແທ່ງ​ຊີ­ມັງ) ເປັນ​ຈຸດ​ຕັ້ງ​ຕູ້​ວົງ​ຈອນ​ໄຟ ກໍ​ບໍ່​ມີ​ຕູ້​ຕັ້ງ​ໄວ້.

ເມື່ອ​ເປັນ​ສະ­ພາບ​ການ​ຄື​ແນວ​ນັ້ນ ຈະ​ເຮັດ​ໃຫ້­ການ​ນຳ​ໃຊ້​ເສັ້ນ­ທາງ​ດັ່ງ­ກ່າວ​ໃນ​ຍາມ​ວິ­ການ​ມີ​ຄວາມ​ລຳ­ບາກ ເພາະ​ເສັ້ນ­ທາງ​ດັ່ງ­ກ່າວ​ຍັງ​ເປັນ​ເສັ້ນ­ທາງ​ປ່ຽວ ເຊິ່ງ​ອາດ​ສ່ຽງ​ຕໍ່​ການ​ເກີດ​ອຸ­ບັດ­ເຫດ ຍິ່ງ​ໄປ​ກວ່າ​ນັ້ນ​ແມ່ນ​ຈະ​ເກີດ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ເກີດ​ຂຶ້ນ​ນັ້ນ ກໍ​ຄື ການ​ປຸ້ນ​ຈີ້​ຊີງ​ຊັບ ເນື່ອງ​ຈາ​ກວ່າ​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ປາ­ກົດ​ມີ​ໃຫ້​ເຫັນ​ໂດຍ​ຕົກ​ເປັນ​ຂ່າວ​ຕາມ​ສື່​ຕ່າງໆ​ມາ​ແລ້ວ.

ຢ່າງ­ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ້​ສອດ­ຄ່ອງ​ກັບ​ນະ­ໂຍ­ບາຍ 6ສ ຂອງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ວາງ​ໄວ້ ໂດຍ​ສະ­ເພາະ​ແມ່ນ ສ.ສະ­ຫວ່າງ ນັ້ນ ປະ­ຊາ­ຊົນ​ທີ່­ຢູ່​ເຂດ​ໃກ້​ຄຽງ​ເສັ້ນ­ທາງ​ນີ້ ກໍ​ຄື ບັນ­ດາ​ຜູ້​ໃຊ້​ລົດ ໃຊ້​ຖະ­ໜົນ ຈຶ່ງ​ຂໍ​ຝາກ​ໄປ​ເຖິງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ໃຫ້​ແກ້​ໄຂ ເຖິງ​ແມ່ນ​ວ່າ​ບໍ່​ເປີດ​ໃຊ້​ທຸກ​ເສົາ ແຕ່​ກໍ​ຄວນ​ໃຫ້​ສາ­ມາດ​ເປີດ​ນຳ​ໃຊ້​ໄດ້​ເປັນ​ໄລ­ຍະ ໄລ­ຍະ ເພື່ອ​ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ກັບ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ພ້ອມ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ປະ­ກົດ​ການ​ຫຍໍ້­ທໍ້​ນຳ​ອີກ.

ໂດຍ: ເມັດ​ຝົນ

error: Content is protected !!