ລາວ-ທ໊ອບ ຕັ້ງເປົ້າຕິດ 1 ໃນ 4 ເຕະບານ ຄອມມານໂດ ລາວລີກ 2

    ທ່ານ ພັນ­ທະ​ວິ­ໄລ ນວນ​ຮຸ່ນ ຮອງ​ຜູ້­ອຳ­ນວຍ­ການ ວິ­ທະ­ຍາ­ໄລ ລາວ-ທ໊ອບ ທັງ​ເປັນ​ປະ­ທານ​ສະ­ໂມ­ສອນ ລາວ-ທ໊ອບ ໃຫ້​ສຳ­ພາດ​ໃນ​ວັນ​ທີ 20 ມີ­ນາ 2020 ທີ່​ວິ­ທະ­ຍາ­ໄລ ລາວ-ທ໊ອບ ວ່າ: ປີ 2020 ພວກ​ເຮົາ​ໄດ້​ເລີ່ມ​ພັດ­ທະ­ນາ​ກິດ­ຈະ­ກຳ​ຂອງ ວິ­ທະ­ຍາ­ໄລ ລາວ-ທ໊ອບ ຈາກ​ການ​ແຂ່ງ­ຂັນ​ເຕະ­ບານ​ພາຍ​ໃນ ມາ​ແຕ່​ເດືອນ​ກຸມ­ພາ ຈົນ​ມາ​ຮອດ​ເດືອນ​ມີ­ນາ ກໍ​ສາ­ມາດ​ສຳ­ເລັດ​ເມື່ອ​ບໍ່​ດົນ​ມາ​ນີ້ ທັງ​ນີ້ ກໍ​ເພື່ອ​ກະ­ກຽມ​ທີມ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ເຕະ­ບານ ຄອມ​ມານ​ໂດ ລາວ​ລີກ 2 (ສາຍ ກ) ທີ່​ຈະ​ເປີດ​ສາກ​ຂຶ້ນ​ໃນ​ເດືອນ​ພຶດ­ສະ­ພາ 2020 ແລະ ກິດ­ຈະ­ກຳ​ດັ່ງ­ກ່າວ ກໍ​ເປັນ​ອີກ​ໜຶ່ງ​ທີ່ ເນັ້ນ​ສົ່ງ­ເສີມ​ໃຫ້​ນ້ອງ​ນັກ­ຮຽນ-ນັກ​ສຶກ​ສາ​ໄດ້​ມີ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ ແລະ ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ໂດຍ​ສະ­ເພາະ​ເປົ້າ​ໝາຍ​ແມ່ນ​ເປັນ​ການ​ຄັດ​ເລືອກ​ນັກ­ກີ­ລາ​ດີ­ເດັ່ນ ກຽມ​ເຂົ້າ​ຮ່ວມ ລາວ​ລີກ 2 ຜົນ­ສຳ­ເລັດ​ດັ່ງ­ກ່າວ ພວກ​ເຮົາ​ສາ­ມາດ​ຄັດ​ເລືອກ​ຄະ­ນະ​ທີມ ແລະ ນັກ­ກີ­ລາ​ໄດ້​ຄົບ​ຕາມ​ຈຳ­ນວນ​ແລ້ວ ແລະ ກຽມ​ຊອກ​ຫາ​ຜູ້​ສະ­ໜັບ­ສະ­ໜູນ ລວມ​ທັງ​ກຽມ​ສ້າງ​ທີມ​ເຊຍ ເພື່ອ​ໄປ​ສ້າງ​ສີ­ສັນ​ໃນ​ລາວ​ລີກ 2 ປີ​ນີ້ ໃຫ້​ມີ​ຂະ​ບວນ​ການ​ຟົດ­ຟື້ນ ແລະ ອີກ​ຢ່າງ​ກໍ​ຈະ​ເປັນ​ກຳ­ລັງ​ໃຈ​ທີ່​ສຳ­ຄັນ​ເພື່ອ​ເຊຍ​ໃຫ້​ນັກ­ກີ­ລາ​ມີ​ກຳ­ລັງ​ໃຈ​ສູ້​ເພື່ອ​ເປົ້າ​ໝາຍ ທີ່​ວິ­ທະ­ຍາ­ໄລ​ລາວ-ທ໊ອບ ຫວັງ​ຈະ​ສ້າງ​ຜົນ­ງານ​ໃຫ້​ຕິດ 1 ໃນ 4 ລາຍ­ການ​ນີ້​ອີກ​ດ້ວຍ.

    ສໍ​ລັບ​ຜົນ­ງານ​ຂອງ​ວິ­ທະ­ຍາ­ໄລ ລາວ-ທ໊ອບ ທີ່​ຜ່ານ​ມາ ນັບ​ແຕ່​ປີ 2012 ໄດ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລະ­ດັບ​ລີກ ໂດຍ​ສະ­ເພາະ ລາຍ­ການ ມະ­ຫາ­ວິ­ທະ­ຍາ­ໄລ ລີກ ຫຼື ຢູດ​ລີກ ກໍ​ສາ­ມາດ​ຄວ້າ​ອັນ​ດັບ​ທີ 4 ມາ​ຄອງ ແລະ ປີ 2013 ກໍ​ຍັງ​ສ້າງ​ຜົນ­ງານ​ຢູ່​ອັນ​ດັບ​ທີ 6 ລາຍ­ການ ເຕະ­ບານ​ສາຍ ກ (ລາວ​ລີກ 2 ປັດ­ຈຸ­ບັນ) ແລະ ລາຍ­ການ​ອື່ນໆ​ອີກ.

error: Content is protected !!