ພົບກັບ Apple Music ເທິງສະມາດທີວີຊຳຊຸງໄດ້ແລ້ວ

ມອບ​ຄວາມ​ບັນ​ເທິງ​ຍິ່ງ​ຂຶ້ນ​ເທິງ​ຊຳ​ຊຸງ​ສະ­ມາດ​ທີ​ວີ (SAMSUNG Smart TV) ດ້ວຍ Apple Music ທີ່​ມີ​ເພງ​ໃຫ້​ເລືອກ​ກວ່າ 60 ລ້ານ​ເພງ ແບບ​ບໍ່​ມີ​ໂຄ­ສະ­ນາ​ກັບ​ລຽງ​ລຳ­ດັບ​ນັບ​ພັນ ທີ່​ໄດ້​ຮັບ​ການ​ຄັດ​ສັນ​ມາ​ເປັນ​ຢ່າງ​ດີ ພ້ອມ Music Video Live Radio ແລະ ຄວາມ​ບັນ­ເທີງ​ອື່ນໆ​ອີກ​ຫຼວງ­ຫຼາຍ.

ຊຳ​ຊຸງ ປະ­ກາດ​ເປັນ​ຍີ່­ຫໍ້​ໂທລະ­ພາບ​ລາຍ​ທຳ​ອິດ​ທີ່​ມອບ​ບໍ­ລິ­ການ Apple Music ໃຫ້​ຜູ້​ບໍ­ລິ­ໂພກ​ຫຼາຍ​ກວ່າ 100 ປະ­ເທດ ສາ­ມາດ​ເຂົ້າ​ເຖິງ​ບໍ­ລິ­ການ Apple Music ໄດ້​ທັນ­ທີ​ເທິງ​ຊຳ​ຊຸງ​ສະ­ມາດ​ທີ​ວີ.

ເມື່ອ​ທຸກ​ຄົນ​ທົ່ວ​ໂລກ​ຕ້ອງ​ໃຊ້​ເວ­ລາ​ຢູ່​ໃນ​ເຮືອນ​ຫຼາຍ​ຂຶ້ນ ຊຳ​ຊຸງ​ຈຶ່ງ​ໄດ້​ຊ່ວຍ​ເພີ່ມ​ຕົວ​ເລືອກ​ດ້ານ​ຄວາມ​ບັນ­ເທີງ ແລະ ສຸ­ຂະ­ພາບ​ທີ່​ດີ​ກວ່າ​ເທິງ​ພື້ນ​ທີ່​ຂອງ​ສະ​ມາ​ທີ​ວີ​ໃຫ້​ແກ່​ຜູ້​ບໍ­ລິ­ໂພກ ໂດຍ​ສະ­ມາ­ຊິກ Apple Music ສາ­ມາດ​ຮັບ​ຊົມ​ເນື້ອ​ຫາ​ຄວາມ​ບັນ­ເທີງ​ຢູ່​ໃນ​ລາຍ­ການ​ໂທລະ­ພາບ​ຮຸ່ນ​ປີ 2018 ໄປ​ຈົນ​ເຖິງ​ປີ 2020 ພ້ອມ​ເລືອກ​ນາມ­ສະ­ກຸນ​ເພງ​ກວ່າ 60 ລ້ານ​ລາຍ­ການ​ແບບ​ບໍ່​ມີ​ໂຄ­ສະ­ນາ ຫຼື ເລືອກ​ຮັບ​ຊົມ Music Video ແລະ ຟັງ​ເພງ​ຈາກ​ບັນ­ຊີ​ຫຼິ້ນ​ນັບ​ພັນ​ລາຍ­ການ​ທີ່​ຜ່ານ​ການ​ຄັດ​ເລືອກ​ມາ.

ສະ­ມາ­ຊິກ Apple Music ຍັງ​ໄດ້​ຮັບ Daily Recommendations ແລະ ຮັບ​ຟັງ​ເນື້ອ​ຫາ​ຈາກ​ສຸດ​ຍອດ​ສະ­ຖາ­ນີ​ດົນ­ຕີ​ຊ່ອງ Beats 1 ພ້ອມ​ການ­ສະ­ແດງ​ສຸດ​ພິ­ເສດ​ຈາກ​ສິ­ລະ​ປິນ​ລະ­ດັບ​ໂລກ​ຢ່າງ Frank Ocean Nicki Minaj The Weeknd DJ Khaled Elton John ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ສາ­ມາດ​ຮັບ​ຟັງ​ຂໍ້­ຄວາມ​ພິ­ເສດ “At Home With Apple Music” ຊຶ່ງ​ປະ­ກອບ​ດ້ວຍ​ບັນ­ຊີ​ຫຼິ້ນ​ໃໝ່​ຈາກ​ບັນ­ນາ­ທິ­ການ ການ​ເຂົ້າ​ຮ່ວມ​ສົນ­ທະ­ນາ​ແບບ​ກຸ່ມ​ກັບ​ສິ­ລະ​ປິນ​ຈາກ​ເຮືອນ​ຜ່ານ FaceTime ຟັງ​ບົດ​ສຳ­ພາດ ລາຍ​ຊື່​ຈາກ​ສິ­ລະ​ປິນ ແລະ ເນື້ອ​ຫາ​ອື່ນໆ ເພື່ອ​ສັງ​ສັນ​ເຊື່ອມ​ຄວາມ​ສຳ­ພັນ​ຜ່ານ​ຊຸມ​ຊົນ​ອອນ​ລາຍ ໃນ​ໄລ­ຍະ​ການ​ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ (Social Distancing).

“ເປົ້າ​ໝາຍ​ຂອງ​ເຮົາ​ຄື ການ​ມອບ​ປະ­ສົບ​ການ​ຄວາມ​ບັນ­ເທີງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ບໍ­ລິ­ໂພກ ແລະ ໃນ​ເວ­ລາ​ນີ້​ທີ່​ທຸກ​ຄົນ​ໃຊ້​ເວ­ລາ​ຢູ່​ກັບ​ເຮືອນ​ຫຼາຍ​ຂຶ້ນ ເຮົາ​ໄດ້​ເພີ່ມ​ຄວາມ​ມຸ່ງ​ໝັ້ນ​ຫຼາຍ​ຍິ່ງ​ຂຶ້ນ​ຕາມ​ໄປ​ດ້ວຍ” ທ່ານ ຊາ​ເລກ ບຣອດ​ສະ​ກີ້ ຮອງ​ປະ­ທານ​ທີ່​ປຶກ­ສາ​ດ້ານ​ກົນ­ລະ­ຍຸດ​ພັນ­ທະ​ມິດ​ທຸ­ລະ​ກິດ ແລະ ການ​ພັດ­ທະ­ນາ​ທຸ­ລະ​ກິດ ບໍ­ລິ­ສັດ ຊຳ​ຊຸງ​ເອ​ເລັກ​ໂຕຣ​ນິກ ກ່າວ “ເມື່ອ​ປີ​ທີ່​ຜ່ານ​ມາ ເຮົາ​ເປັນ​ຜູ້​ຜະ­ລິດ​ໂທລະ­ພາບ​ລາຍ​ທຳ​ອິດ ທີ່​ລິ​ເລີ່ມ​ການ​ມອບ​ບໍ­ລິ­ການ Apple TV ແລະ ໃນ​ວັນ​ນີ້​ເຮົາ​ກໍ​ເປັນ​ຜູ້​ລິ​ເລີ່ມ​ການ​ໃຫ້​ບໍ­ລິ­ການ Apple Music ແກ່​ຜູ້​ບໍ­ລິ­ໂພກ ແລະ ການ​ຮ່ວມ​ມື​ກັບ Apple ໃນ​ຄັ້ງ​ນີ້ ຈະ​ຊ່ວຍ​ມອບ​ຕົວ​ເລືອກ​ຄວາມ​ບັນ​ເທິງ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້­ແກ່​ຜູ້​ບໍ­ລິ­ໂພກ ໂດຍ​ສະ­ເພາະ​ຢ່າງ​ຍິ່ງ ໃນ​ເວ­ລາ​ນີ້ ທີ່​ທຸກ​ຄົນ​ຕ້ອງ­ການ​ຕົວ​ເລືອກ​ຄວາມ​ບັນ­ເທີງ​ເທິງ​ສະ­ມາດ​ທີ​ວີ​ຫຼາຍ​ຍິ່ງ​ກວ່າ​ເດີມ”.

ທ່ານ​ສາ­ມາດ​ດາວ​ໂຫຼດ Apple Music ລົງ​ເທິງ​ສະ­ມາດ​ທີ​ວີ​ຊຳ​ຊຸງ​ຜ່ານ App Store ໂດຍ​ລົງ​ຊື່​ເຂົ້າ​ໃຊ້​ບັນ­ຊີ​ທີ່​ມີ​ຢູ່​ດ້ວຍ Apple ID ຫຼື ສະ­ໝັກ​ສະ­ມາ­ຊິກ​ຜ່ານ​ທາງ​ໂທລະ­ພາບ ນອກ­ຈາກ​ນີ້ ຍັງ​ສາ­ມາດ​ທົດ​ລອງ​ໃຊ້​ບໍ­ລິ­ການ Apple Music ໂດຍ​ບໍ່​ເສຍ​ຄ່າ 3 ເດືອນ ແບບ​ສ່ວນ​ບຸກ­ຄົນ ແບບ​ຄອບ­ຄົວ ຫຼື​ແບບ​ນັກ​ສຶກ​ສາ.

ນອກ­ຈາກ​ສະ­ມາ­ຊິກ​ຈະ​ສາ­ມາດ​ເຂົ້າ​ເຖິງ ຄັງ​ເພງ​ມະ­ຫາ­ສານ​ຂອງ Apple Music ແລ້ວ ຍັງ​ສາ­ມາດ​ຮັບ​ຊົມ​ເນື້ອ​ຫາ​ປະ­ເພດ​ອື່ນໆ ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ ແລະ ຄວາມ​ບັນ­ເທີງ​ສຸດ​ປະ​ທັບ​ໃຈ​ເທິງ​ຊຳ​ຊຸງ ສະ­ມາດ​ທີ​ວີ​ໄດ້​ອີກ​ດ້ວຍ ໂດຍ​ຄົ້ນ​ຫາ​ຂໍ້​ມູນ​ສະ­ມາດ​ທີ​ວີ​ຂອງ​ຊຳ​ຊຸງ​ເພີ່ມ​ເຕີມ​ໄດ້​ທີ່: www.samsung.com/tvs/.

error: Content is protected !!