ກາແດງລາວ ຈັດກອງປະຊຸມພົບປະກັບສື່ມວນຊົນ

ອົງ­ການ​ກາ­ແດງ​ລາວ ຈັດ​ກອງ​ປະ­ຊຸມ​ພົບ​ປະ​ແລກ­ປ່ຽນ​ກ່ຽວ​ກັບ​ວຽກ​ງານ​ກາ­ແດງ ແລະ ກົດ­ໝາຍ​ວ່າ​ດ້ວຍ​ວຽກ​ງານ​ກາ­ແດງ​ລາວ ຮ່ວມ​ກັບ​ສື່​ມວນ​ຊົນ ຂຶ້ນ​ໃນ​ວັນ​ທີ 26 ສິງ­ຫາ 2020 ທີ່​ໂຮງ­ແຮມ​ເສດ​ຖາ​ປາ​ລາ​ສ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ຮຸ່ງ ເຮືອງ​ວົງ​ສີ ປະ­ທານ​ອົງ​ກາ­ແດງ​ລາວ ແລະ ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ​ຕຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ບັນ­ດາ​ຫົວ­ໜ້າ​ບັນ­ນາ­ທິ­ການ ນັກ​ຂ່າວ​ຈາກ​ສື່​ຕ່າງໆ​ເຂົ້າ​ຮ່ວມ.

ເພື່ອ​ເປັນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ຄົບ­ຮອບ 70 ປີ (13/08/1950-13/08/2020) ຢ່າງ​ຟົດ­ຟື້ນ​ມ່ວນ­ຊື່ນ ແລະ ມີ​ຄວາມ​ໝາຍ​ຢ່າງ​ໜັກ​ແໜ້ນ ເປັນ​ການ​ພົບ​ປະ​ແລກ­ປ່ຽນ​ວຽກ​ງານ​ກາ­ແດງ​ລາວ ແລະ ກົດ­ໝາຍ​ກາ­ແດງ ວ່າ​ດ້ວຍ​ວຽກ​ງານ​ກາ­ແດງ​ກັບ​ສື່​ມວນ​ຊົນ ທັງ​ເປັນ​ການ​ຂອບ­ໃຈ​ສື່​ມວນ​ຊົນ​ລາວ ທີ່​ເຮັດ​ວຽກ​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ ໃນ​ການ​ລາຍ​ງານ​ຂໍ້​ມູນ-ຂ່າວ­ສານ ປຸກ­ລະ­ດົມ​ສັງ­ຄົມ ຊັ້ນ​ຄົນ​ຕ່າງໆ​ໃນ​ການ​ບໍ­ລິ­ຈາກ ຊ່ວຍ­ເຫຼືອ ແລະ ການ​ປະ­ກອບ­ສ່ວນ​ເຫື່ອ­ແຮງ ແລະ ຈິດ­ໃຈ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

error: Content is protected !!