ພາຫະນະທີ່ຂຶ້ນທະບຽນຢູ່ນະຄອນຫຼວງເລີ່ມມີທ່າອ່ຽງຫຼຸດລົງ

    ນະຄອນຫຼວງວຽງຈັນເປັນຕົວເມືອງໃຫຍ່ ເປັນເມືອງເອກຂອງປະເທດ ເປັນສູນກາງການພົວພັນ ການລົງທຶນ ແລະ ອື່ນໆ ຈຶ່ງເປັນສາເຫດທີ່ມີພົນລະເມືອງມາອາໄສຢູ່ຢ່າງຫຼວງຫຼາຍຖ້າທຽບໃສ່ແຂວງອື່ນໆ ຈາກສະພາບດັ່ງກ່າວ ຈຶ່ງເຮັດໃຫ້ຈຳນວນພາຫະນະແຕ່ລະປີເພີ່ມຂຶ້ນເລື້ຍອຍໆ ເຊິ່ງມັນສະແດງໃຫ້ເຫັນການໄປຂຶ້ນທະບຽນໃສ່ປ້າຍລົດທຸກປະເພດຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນແຕ່ລະປີເປັນຈຳນວນຫຼາຍພັນຄັນ.

    ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ຖ້າສັງລວມພາຫະນະມາຂຶ້ນທະບຽນໃນ ນວ 9 ປີຜ່ານມາ (2011-2019) ມີທັງໝົດ 548.477 ຄັນ ໃນນັ້ນ ລົດຈັກ 343.687 ຄັນ ລົດສາມລໍ້ 2 ຄັນ ລົດເກງ 50.088 ຄັນ ລົດກະບະ 89.209 ຄັນ ລົດຈິບ 24.151 ຄັນ ລົດຕູ້ 14.463 ຄັນ ລົດບັນທຸກ 25.286 ຄັນ ແລະ ລົດໂດຍສານ 1.591 ຄັນ ໃນນີ້ ປີ 2011 ມີ 55.193 ຄັນ ປີ 2012 ມີ 61.175 ຄັນ ປີ 2013 ມີ 66.499 ຄັນ ປີ 2014 ມີ 61.457 ຄັນ ປີ 2015 ມີ 68.159 ຄັນ ປີ 2016 ມີ 69.102 ຄັນ ປີ 2017 ມີ 57.118 ຄັນ ປີ 2018 ມີ 55.047 ຄັນ ແລະ ປີ 2019 ມີ 54.727 ຄັນ ສະເພາະປີ 2019 ມີລົດຈັກ 36.311 ຄັນ ລົດສາມລໍ້ບໍ່ມີ ລົດເກງ 3.506 ຄັນ ລົດກະບະ 8.915 ຄັນ ລົດຈິບ 3.426 ຄັນ ລົດຕູ້ 597 ຄັນ ລົດບັນທຸກ 1.891 ຄັນ ແລະ ລົດໂດຍສານ 81 ຄັນ.

    ສໍາລັບ 2 ເດືອນຕົ້ນປີ 2020 ມີພາຫະນະທີ່ມາຂຶ້ນທະບຽນທັງໝົດ 9.271 ຄັນ ໃນນັ້ນເດືອນ ມັງກອນ 4.875 ຄັນ ແລະ ເດືອນກຸມພາ 4.396 ຄັນ ໃນນີ້ລົດຈັກ 5.969 ຄັນ ລົດເກງ 537 ຄັນ ລົດກະບະ 1.578 ຄັນ ລົດຈິບ 702 ຄັນ ລົດຕູ້ 103 ຄັນ ລົດບັນທຸກ 376 ຄັນ ແລະ ລົດໂດຍສານ 6 ຄັນ.

    ໂດຍລວມແລ້ວ ແຕ່ລະປີ ກໍຄືນັບແຕ່ປີ 2011 ເປັນຕົ້ນມາ ພາຫະນະທີ່ມາຂຶ້ນທະບຽນຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ຕໍ່າສຸດ 54.000 ຄັນ ແລະ ສູງສຸດ 69.000 ຄັນ ແຕ່ລະປີຈະບໍ່ຄືກັນ ແຕ່ຈະສັງເກດເຫັນວ່າມາຮອດປີ 2017 ຕົວເລກໄດ້ເລີ່ມມີທ່າອ່ຽງຫຼຸດລົງຕາມລຳດັບ ແລະ ບໍ່ຮູ້ວ່າປີ 2020 ຕົວເລກຈະເພີ່ມຂຶ້ນ ຫຼື ຫຼຸດລົງ ໃນສະເພາະເສດຖະກິດປີ 2020 ພົບບັນຫາຍ້ອນມີການລະບາດຂອງພະຍາດ COVID-19 ທີ່ມີຜົນທົບຕໍ່ເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາຊົນຫຼາຍປະເທດ ລວມທັງປະເທດລາວເຮົາທີ່ໄດ້ເຮັດໃຫ້ຫຼາຍຄົນມີບັນຫາທາງດ້ານລາຍຮັບ.     

error: Content is protected !!