ຫຼາຍພາກສ່ວນສົມທົບທຶນສ້າງອາຄານຮຽນຫຼັງໃໝ່

ພິ­ທີ​ມອບ-ຮັບ​ອາ­ຄານ​ຫຼັງ​ໃໝ່ ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ບ້ານ​ໄຊ​ສົມ­ບູນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ສົມ­ທົບ​ທຶນ​ກໍ່­ສ້າງ​ໂດຍ​ໂຄງ­ການ ຈິດ​ອາ­ສາ​ສາ­ລະ​ວັນ​ພັດ­ທະ­ນາ ລະ­ຫວ່າງ​ຄອບ­ຄົວ​ການ​ນຳ ຮ່ວມ​ກັບ​ນັກ­ທຸ­ລະ­ກິດ ແລະ ພະ​ອາ­ຈານ ເພັດ ພຸດ​ທະ​ປັນ­ຍາ ລວມ​ມູນ​ຄ່າ​ທັງ​ໝົດ 500 ລ້ານ​ກີບ ຈັດ​ຂຶ້ນ​ວັນ​ທີ 30 ສິງ­ຫາ 2020 ຕາງ­ໜ້າ​ໃຫ້​ຄະ­ນະ​ຮັບ­ຜິດ­ຊອບ​ຂອງ​ໂຄງ­ການ​ກ່າວ​ມອບ​ໂດຍ​ທ່ານ ນາງ ອິນ​ແປງ ຊາ​ມຸນ­ຕີ ປະ­ທານ​ໂຄງ­ການ​ຈິດ​ອາ­ສາ​ສາ­ລະ​ວັນ​ພັດ­ທະ­ນາ ລະ­ຫວ່າງ​ຄອບ­ຄົວ​ການ​ນຳ​ຮ່ວມ​ກັບ​ນັກ­ທຸ­ລະ­ກິດ ແລະ ກ່າວ​ຮັບ​ໂດຍ​ທ່ານ ສັນ­ຕິ ສີ​ຫາ​ລາດ ອຳ­ນວຍ​ການ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ບ້ານ​ໄຊ​ສົມ­ບູນ ມີ​ພະ​ເຖ­ລາ­ນຸ­ເຖລະ ທ່ານ ນາງ ນາ­ລີ ສີ​ສຸ​ລິດ ປະ­ທານ​ທີ່​ປຶກ­ສາ​ກິດ​ຕິ​ມະ​ສັກ ໂຄງ­ການ​ຈິດ​ອາ­ສາ​ສາ­ລະ​ວັນ​ພັດ­ທະ­ນາ ລະ­ຫວ່າງ​ຄອບ­ຄົວ​ການ​ນຳ​ຮ່ວມ​ກັບ​ນັກ­ທຸ­ລະ­ກິດ ທ່ານ ສົມ​ພອນ ສອນ​ດາ­ລາ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ອຳ­ນາດ​ການ​ປົກ­ຄອງ​ເມືອງ ອຳ­ນາດ​ການ​ປົກ­ຄອງ​ບ້ານ ນັກ­ທຸ­ລະ­ກິດ ຄູ​ອາ­ຈານ ນັກ­ຮຽນ ແລະ ປະ­ຊາ­ຊົນ​ບ້ານ​ໄຊ​ສົມ­ບູນ​ເຂົ້າ​ຮ່ວມ.

ທ່ານ​ນາງ ອິນ​ແປງ ຊາ​ມຸນ­ຕີ ໄດ້​ຂຶ້ນ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ໂຄງ­ການ​ວ່າ: ໂຄງ­ການ​ກໍ່­ສ້າງ​ອາ­ຄານ​ຮຽນ​ຫຼັງ​ໃໝ່ ເກີດ​ຂຶ້ນ​ໂດຍ​ເຈດ​ຕະ​ນາ​ລົມ ແລະ ຄວາມ​ຕັ້ງ­ໃຈ​ຂອງ​ພະ​ອາ­ຈານ ເພັດ ພຸດ​ທະ​ປັນ­ຍາ ເຈົ້າ​ອະ­ທິ­ການ​ວັດ​ສີ​ລິ​ມຸງ­ຄຸນ ພະ​ອາ­ຈານ ວີ​ທະ​ວັດ ສີ­ວິ­ໄລ ພະ­ສົງ​ສາ­ມະ­ເນນ​ພາຍ​ໃນ​ວັດ​ໄຊ​ສົມ­ບູນ ອຳ­ນາດ​ການ​ປົກ­ຄອງ​ບ້ານ ປະ­ຊາ­ຊົນ ແລະ  ໂຄງ­ການ​ຈິດ​ອາ­ສາ​ສາ­ລະ​ວັນ​ພັດ­ທະ­ນາ​ລະ­ຫວ່າງ​ຄອບ­ຄົວ​ການ​ນຳ​ຮ່ວມ​ກັບ​ນັກ­ທຸ­ລະ­ກິດ ທີ່​ມີ​ແນວ​ຄິດ​ລິ​ເລີ່ມ​ຢາກ​ສ້າງ​ອາ­ຄານ​ໂຮງ­ຮຽນ​ຫຼັງ​ໃໝ່​ນີ້​ຂຶ້ນ ເພື່ອ​ໃຫ້​ຄູ​ອາ­ຈານ ແລະ ນັກ­ຮຽນ ມີ​ສະ­ຖານ­ທີ່​ຮ່ຳ­ຮຽນ​ທີ່​ສະ­ດວກ​ສະ­ບາຍ​ຖາ­ວອນ ເນື່ອງ​ຈາກ​ອາ­ຄານ​ຮຽນ​ຫຼັງ​ເກົ່າ​ໄດ້​ຊຸດ­ໂຊມ ພະ​ອາ­ຈານ​ຈຶ່ງ​ໄດ້​ສົມ­ທົບ​ກັບ​ນາຍ­ບ້ານ ເຖົ້າ​ແກ່​ແນວ​ໂຮມ​ບ້ານ ແລະ ໂຄງ­ການ​ຈິດ​ອາ­ສາ​ສາ­ລະ​ວັນ​ພັດ­ທະ­ນາ ລະ­ຫວ່າງ​ຄອບ­ຄົວ​ການ​ນຳ​ຮ່ວມ​ກັບ​ນັກ­ທຸ­ລະ­ກິດ ມີ​ຄວາມ​ເອ­ກະ​ພາບ​ກັນ​ຈັດ​ຫາ​ແຫຼ່ງ​ທຶນ​ມາ​ກໍ່­ສ້າງ​ອາ­ຄານ​ໂຮງ­ຮຽນ​ຫຼັງ​ນີ້ ພາຍ­ຫຼັງ​ໄດ້​ອອກ​ແບບ​ສຳ­ເລັດ​ໄດ້​ນຳ​ສະ­ເໜີ​ຂໍ­ອະ­ນຸ­ຍາດ​ຕໍ່​ອົງ­ຄະ​ນະ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ທາ­ນີ ແລະ ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ​ເພື່ອ​ຂໍ​ການ​ອະ­ນຸ­ມັດ​ປຸກ​ສ້າງ.

ອາ­ຄານ​ຮຽນ​ຫຼັງ​ໃໝ່ ເປັນ​ອາ­ຄານ​ຊັ້ນ​ດຽວ ກວ້າງ 9 ແມັດ ແລະ ຍາວ 50 ແມັດ ມີ 6 ຫ້ອງ​ຮຽນ ມີ​ເນື້ອ­ທີ່​ໃຊ້​ສອຍ​ທັງ​ໝົດ 450 ຕາ​ແມັດ ໂຄງ​ສ້າງ​ເປັນ​ເບ​ຕົງ​ເສີມ​ເຫຼັກ ຫຼັງ­ຄາ​ມຸງ​ດ້ວຍ​ກະ­ເບື້ອງ ມີ​ຂັ້ນ­ໄດ​ຂຶ້ນ​ລົງ​ໄດ້ 3 ທາງ ມີ​ຫ້ອງ​ນ້ຳ​ແຍກ​ອອກ​ເປັນ​ຫຼັງ​ໜຶ່ງ​ຂະ­ໜາດ​ກວ້າງ 3 ແມັດ ແລະ ຍາວ 7 ແມັດ ໂຄງ­ການ​ໄດ້​ເລີ່ມ​ກໍ່­ສ້າງ​ມາ​ແຕ່​ວັນ​ທີ 3 ມິ­ຖຸ­ນາ 2019 ແລະ ສຳ­ເລັດ​ວັນ​ທີ 15 ສິງ­ຫາ 2020.

ຕອນ​ທ້າຍ​ພິ­ທີ ທ່ານ ຄຳ​ພັນ ສຸ­ລິ­ຍະ​ນັນ ຮອງ​ເຈົ້າ­ເມືອງ​ໄຊ​ທາ­ນີ ໄດ້​ຂຶ້ນ​ມອບ​ໃບ​ຍ້ອງ­ຍໍ​ໃຫ້​ບັນ­ດາ​ຜູ້​ປະ­ກອບ­ສ່ວນ ສົມ­ທົບ​ແຫຼ່ງ​ທຶນ​ສ້າງ​ອາ­ຄານ​ໂຮງ­ຮຽນ​ຫຼັງ​ໃໝ່​ແຫ່ງ​ນີ້​ເກືອບ 100 ພາກ­ສ່ວນ ທີ່​ເປັນ​ພະ​ອາ­ຈານ ນັກ­ທຸ­ລະ­ກິດ ແລະ ນິ­ຕິ­ບຸກ­ຄົນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອ​ເປັນ​ການ­ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ.

error: Content is protected !!