ວິທີແກ້ອາການປວດແຄ່ງ ສຳລັບນັກແລ່ນ

ຍິ່ງ​ແລ່ນ​ຍິ່ງ​ສຸ­ຂະ­ພາບ​ດີ ແຕ່​ຢ່າງ­ໃດ​ກໍ​ຕາມ ຫາກ​ເຮົາ​ແລ່ນ​ບໍ່​ຖືກ​ວິ­ທີ ຫຼື ບໍ່​ກຽມ­ພ້ອມ​ຮ່າງ­ກາຍ​ໃຫ້​ແຂງ­ແຮງ​ພຽງ­ພໍ​ແລ້ວ­ໄປ​ແລ່ນ ການ​ແລ່ນ​ທີ່​ສ້າງ​ສຸ­ຂະ­ພາບ​ກໍ​ອາດ​ຈະ​ບັ່ນ​ທອນ ແລະ ທຳ­ລາຍ​ສຸ­ຂະ­ພາບ ກ້າມ­ຊີ້ນ ແລະ ເກີດ​ການ​ບາດ­ເຈັບ​ໃຫ້​ໂທດ​ແກ່​ຮ່າງ­ກາຍ ໂດຍ​ທີ່​ທ່ານ​ບໍ່​ຄາດ​ຄິດ​ເຊັ່ນ​ກັນ.

ແລະ ອາ­ການ​ບາດ­ເຈັບ ຫຼື​ໂຣກ​ເຈັບ​ປ່ວຍ​ທີ່​ເກີດ​ຂຶ້ນ​ສຳ­ລັບ​ນັກ​ແລ່ນ​ທີ່​ກ້າມ­ຊີ້ນ​ຍັງ​ບໍ່​ແຂງ­ແຮງ​ນັ້ນ ກໍ​ຄື “ອາ­ການ​ປວດ​ໜ້າ​ແຄ່ງ​ໃນ​ນັກ​ແລ່ນ” (Shin splints) ເກີດ​ຈາກ​ກໍ­ລະ­ນີ​ການ​ໃຊ້​ກ້າມ­ຊີ້ນ​ຂາ​ຈາກ​ການ​ແລ່ນ ຫຼື ຍ່າງ​ໄວ​ຫຼາຍ​ເກີນ​ໄປ ໂດຍ​ທີ່​ເຮົາ​ບໍ່​ຄ່ອຍ​ໄດ້​ໃຫ້​ເວ­ລາ​ກັບ​ການ​ພັກ​ຟື້ນ​ກ້າມ­ຊີ້ນ​ທີ່​ພຽງ­ພໍ ສົ່ງ​ຜົນ​ໃຫ້​ເກີດ​ອາ­ການ​ປວດ​ຂຶ້ນ ອາ­ການ​ປວດ​ທີ່​ວ່າ​ນີ້ ມັກ​ເກີດ​ບໍ​ລະ​ເວນ​ສັນ​ກະ­ດູກ​ໜ້າ​ແຄ່ງ ຫຼື​ບໍ­ລິ­ເວນ​ກ້າມ­ຊີ້ນ​ໜ້າ​ແຄ່ງ (ບາງ​ຄົນ​ເກີດ​ອາ­ການ​ປວດ​ທັງ 2 ຈຸດ​ບໍ­ລິ­ເວນ) ເມື່ອ​ມີ​ການ​ຍ່າງ ຫຼື​ແລ່ນ ອາ­ການ​ປວດ​ຈະ​ສະ­ແດງ​ເນື່ອງ​ຈາກ​ເກີດ​ແຮງ​ກະ­ແທກ​ລະ­ຫວ່າງ​ຕີນ​ກັບ​ພື້ນ​ດິນ​ນັ້ນ​ເອງ.

ອາ­ການ​ປວດ​ໜ້າ​ແຄ່ງ​ຈາກ​ການ​ໃຊ້​ກ້າມ­ຊີ້ນ​ຫຼາຍ​ເກີນ​ໄປ ບາງ​ຄັ້ງ​ພຽງ​ແຕ່​ພັກ​ງົດ​ອອກ­ກຳ­ລັງ​ກາຍ 3-4 ວັນ ອາ­ການ​ປວດ​ຈະ​ຄ່ອຍໆ​ທຸ​ເລົາ​ໄປ​ເອງ ແຕ່​ຢ່າງ­ໃດ​ກໍ​ຕາມ ອາ­ການ​ປວດ​ໜ້າ​ແຄ່ງ​ສາ­ມາດ​ປ່ວຍ​ເປັນ​ຊຳ​ເຮື້ອ​ໄດ້ ຫາກ​ບໍ່​ຢຸດ​ພັກ​ໃຫ້​ກ້າມ­ຊີ້ນ​ຫາຍ​ເຊົາ​ດີ​ເສຍ​ກ່ອນ ສະ­ນັ້ນ ສິ່ງ​ທຳ​ອິດ​ຂອງ​ການ​ປິ່ນ­ປົວ​ເບື້ອງ​ຕົ້ນ ຄື ‘ພັກ’ ເປັນ​ການ​ບໍ່​ທຳ­ຮ້າຍ​ກ້າມ­ຊີ້ນ​ໃຫ້​ບອບ​ຊ້ຳ ແລະ ເສຍ​ຫາຍ​ເພີ່ມ​ຂຶ້ນ ດັ່ງ­ນັ້ນ ໃນ​ລະ­ຫວ່າງ​ທີ່​ພັກ​ກໍ​ຄວນ​ໝັ່ນ​ຢືດ​ກ້າມ­ຊີ້ນ​ໜ້າ​ແຄ່ງ ແລະ ກ້າມ­ຊີ້ນ​ສົ້ນ​ນ່ອງ​ເພື່ອ​ເສີມ​ສ້າງ​ຄວາມ​ແຂງ­ແຮງ​ໃຫ້​ເກີດ​ອາ­ການ​ບາດ­ເຈັບ​ຫຼຸດ​ລົງ​ໃນ​ການ​ເຮັດ​ກິດ­ຈະ­ກຳ​ແລ່ນ​ໃນ​ຄັ້ງ​ຕໍ່​ໄປ ໂດຍ​ການ​ກົດ​ປາຍ​ຕີນ​ລົງ​ຮ່ວມ​ກັບ​ໝູນ​ປາຍ​ຕີນ​ເຂົ້າ​ດ້ານ​ໃນ​ຈົນ​ຮູ້­ສຶກ​ຕຶງ​ທີ່​ໜ້າ​ແຄ່ງ​ຄ້າງ​ໄວ້ 15-20 ວິ­ນາ­ທີ ເຮັດ​ຊ້ຳ 5 ຄັ້ງ​ຕໍ່​ເທື່ອ ແລະ ຢືດ​ກ້າມ­ຊີ້ນ​ສົ້ນ​ນ່ອງ​ໂດຍ​ການ​ຍົກ​ປາຍ​ຕີນ​ຂຶ້ນ ຫຼື​ໃຊ້​ມື​ຊ່ວຍ​ດຶງ​ຈົນ​ຮູ້­ສຶກ​ຕຶງ​ສົ້ນ​ນ່ອງ ເຮັດ​ຄ້າງ​ໄວ້​ທີ່ 15-20 ວິ­ນາ­ທີ​ເຊັ່ນ​ດຽວ​ກັນ.

ນອກ­ຈາກ​ນີ້ ຫາກ​ເກີດ​ອາ­ການ​ບວມ​ແດງ ຫຼື​ຮ້ອນ​ທີ່​ໜ້າ​ແຄ່ງ ຫ້າມ​ປະ​ຄົບ​ຮ້ອນ​ໂດຍ​ເດັດ­ຂາດ ເນື່ອງ​ຈາກ​ຈະ​ໄປ​ກະ​ຕຸ້ນ​ໃຫ້​ເກີດ​ອາ­ການ​ບວມ​ເພີ່ມ​ຂຶ້ນ ວິ­ທີ​ທີ່​ຖືກ­ຕ້ອງ​ຄື ປະ​ຄົບ​ເຢັນ​ພ້ອມໆ​ກັບ​ຄາຍ​ກ້າມ­ຊີ້ນ ໂດຍ​ໃຫ້​ນອນ​ຫງາຍ​ຍົກ​ຂາ​ສູງ​ກວ່າ​ລະ­ດັບ​ລຳ​ຕົວ ໂດຍ​ອາດ​ຈະ​ໃຊ້​ໝອນ​ໜູນ​ຂາ ຫຼື​ເອົາ​ຂາ​ພາດ​ກຳ­ແພງ​ໄວ້ ແລະ ໃຊ້​ຜ້າ​ເຢັນ​ຫຼື​ນ້ຳ­ກ້ອນ​ປະ​ຄົບ​ບໍ­ລິ­ເວນ​ທີ່​ປວດ 5-10 ນາ­ທີ ຄວາມ​ເຢັນ​ຈະ​ຊ່ວຍ​ຫຼຸດ​ການ​ອັກ­ເສບ​ບວມ​ແດງ ແລະ ຈະ​ຊ່ວຍ​ຫຍໍ້​ໄລ­ຍະ​ການ​ອັກ­ເສບ​ໃຫ້​ເຫຼືອ​ໜ້ອຍ​ລົງ ຊ່ວຍ​ໃຫ້​ອາ­ການ​ທຸ​ເລົາ​ດີ​ຂຶ້ນ​ກ່ອນ​ກັ້ບ​ມາ​ແລ່ນ​ໄດ້​ອີກ​ຄັ້ງ ແລະ ທີ່​ສຳ­ຄັນ​ຂອງ​ເຫຼົ່າ​ບັນ­ດາ​ນັກ​ແລ່ນ ນອກ­ຈາກ​ການ​ແລ່ນ​ຊ້າໆ​ທຳ​ມະ​ດາ​ແລ້ວ ຄວນ​ອອກ­ກຳ­ລັງ​ກາຍ​ກ້າມ­ຊີ້ນ​ຂາ​ເພື່ອ​ເສີມ​ສ້າງ​ຄວາມ​ແຂງ­ແຮງ​ບໍ່​ໃຫ້​ກັບ​ມາ​ປວດ​ແຄ່ງ​ຂາ​ອີກ​ຄັ້ງ​ດ້ວຍ.

error: Content is protected !!