ໂຮງຮຽນພອນສະຫວັນກີລາ-ກາຍະກຳ ໄຂສົກຮຽນໃໝ່ 2020-2021

    ໂຮງຮຽນພອນສະຫວັນກີລາ-ກາຍະກໍາ (ຮພກ) ສະຖາບັນກີລາ-ກາຍະກຳ ກະຊວງສຶກສາທິການ ແລະ ກີລາ (ສສກ) ເປີດສົກຮຽນໃໝ່ ສົກຮຽນ 2020-2021 ຂຶ້ນຢ່າງເປັນທາງການ ເມື່ອວັນທີ 31 ສິງຫາ 2020 ຢູ່ໂຮງຮຽນດັ່ງກ່າວ ບ້ານສີເກີດ ເມືອງນາຊາຍທອງ ໂດຍມີທ່ານ ສິງຄໍາ ນາລິນ ຮັກສາການຜູ້ອໍານວຍການສະຖາບັນກີລາ-ກາຍະກໍາ ທ່ານນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກີລາ-ກາຍະກຳ ທັງເປັນຜູ້ອຳນວຍການ ຮພກ ພ້ອມດ້ວຍຄະນະອຳນວຍການ ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ໂອກາດນີ້ ທ່ານນາງ ສາຄອນ ພົງສະນິດ ຮັກສາການຮອງຜູ້ອໍານວຍການ ຮພກ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບເປົ້າໝາຍ ແລະ ຈຸດປະສົງຂອງ ຮພກ ໃຫ້ຮູ້ວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການສຶກສາ ແລະ ກີລາ ຂອງລັດຖະບານ ໂດຍສະເພາະແມ່ນການພັດທະນາກີລາ-ກາຍະກຳ ແນໃສ່ເປັນບ່ອນສ້າງນັກກີລາທີ່ມີພອນສະຫວັນຕາມທິດຊີ້ນຳຂອງສະຖາບັນກີລາ-ກາຍະກໍາ ກະຊວງ ສສກ ໃນການສ້າງນັກກີລາພອນສະຫວັນ ຮຸ່ນສືບທອດ ໃຫ້ມີຄວາມສາມາດ ແລະ ມີຄຸນນະທຳ ກາຍເປັນນັກກີລາທີມຊາດ ເປັນນັກກີລາອາຊີບໃນອະນາຄົດ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ຕາມແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ແຜນຍຸດທະສາດການພັດທະນາກີລາ-ກາຍະກຳ ສົ່ງເສີມນັກຮຽນທີ່ມີຄວາມສາມາດພິເສດທາງດ້ານກີລາ ເຂົ້າມາເຝິກແອບຢູ່ໃນລະບົບວິທະຍາສາດການກິລາແບບຕໍ່ເນື່ອງ ເພື່ອພັດທະນາສູ່ຄວາມເປັນເລີດດ້ານການເປັນນັກກີລາເຄິ່ງອາຊີບ ແລະ ກາຍເປັນອາຊີບ ພ້ອມທັງມີລະບຽບວິໄນ ມີນໍ້າໃຈນັກກີລາ ແລະ ຄຸນສົມບັດຮອບດ້ານ.

    ເຖິງຢ່າງໃດກໍຕາມ ຕະຫຼອດໄລຍະການສ້າງຕັ້ງໂຮງຮຽນພອນສະຫວັນກີລາ-ກາຍະກຳ ມາແຕ່ປີ 2013 ຈົນມາຮອດປີ 2016 ຮພກ ກໍສາມາດສ້າງນັກກີລາ ໃນຈຳນວນ 163 ຄົນ ຍິງ 52 ຄົນ ຕິດທີມຊາດທັງຮຸ່ນເຍົາວະຊົນ ແລະ ຊຸດໃຫ່ຍ ຈຳນວນ 71 ຄົນ ຍິງ 26 ຄົນ ໄດ້ເຂົ້່າຮ່ວມແຂ່ງຂັນພາຍໃນປະເທດທັງໝົດ 53 ຄັ້ງ ສາມາດຍາດມາໄດ້ 311 ຫຼຽນຄໍາ 144 ຫຼຽນເງິນ ແລະ 184 ຫຼຽນທອງ ສ່ວນຜົນງານອອກນອກຕ່າງປະເທດໃນນາມສະຫະພັນ ແລະ ທີມຊາດ 48 ຄັ້ງ ສາມາດຍາດມາໄດ້ 8 ຫຼຽນຄຳ 19 ຫຼຽນເງິນ ແລະ 29 ຫຼຽນທອງ  ມາຮອດປັດຈຸບັນ  ໃນໂອກາດເປີດສົກຮຽນໃໝ່  ສົກ 2020-2021 ກໍມີນັກຮຽນກີລາທັງໝົດ ຈໍານວນ 131 ຄົນ ຍິງ 52 ຄົນ.

# ຂ່າວ & ພາບ: ສີພອນ

error: Content is protected !!