ພັດທະນາລວດລາຍການຈັກສານໄມ້ປ່ອງ ໃຫ້ມີລວດລາຍສວຍງາມ ສາມາດດຶງດູດຜູ້ຊົມໃຊ້

ທ່ານ ນາງ ບຸນ​ຕ່ອມ ຫົງ​ວິ­ໄລ ປະ­ທານ​ກຸ່ມ​ຜະ­ລິດ​ຕະ​ພັນ​ຈັກ­ສານ-ເຟີ​ນີ​ເຈີ​ໄມ້­ປ່ອງ ເມືອງ​ສັງ​ທອງ ນະ­ຄອນ ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ດ້ວຍ​ເຫັນ​ຄວາມ​ສຳ­ຄັນ ແລະ ສ້າງ​ມູນ​ຄ່າ​ໄມ້­ປ່ອງ ຕົນ​ຈຶ່ງ​ໄດ້​ລິ​ເລີ່ມ​ນຳ​ໄມ້­ປ່ອງ​ມາ​ຜະ­ລິດ​ເປັນ​ເຄື່ອງ­ໃຊ້​ປະ­ເພດ​ຕ່າງໆ​ມາ​ແຕ່​ປີ 2008 ໃນ​ເບື້ອງ​ຕົ້ນ ເຮັດ​ພາຍ​ໃນ​ຄອບ­ຄົວ​ກ່ອນ ເຫັນ​ວ່າ​ສັງ­ຄົມ​ໄດ້​ໃຫ້​ຄວາມ​ສົນ­ໃຈ ຈຶ່ງ​ໄດ້​ປຸກ­ລະ­ດົມ​ພໍ່​ແມ່​ປະ­ຊາ­ຊົນ​ແຕ່​ລະ​ຄອບ­ຄົວ​ໃນ​ທຸກ​ບ້ານ ທົ່ວ​ເມືອງ​ສັງ​ທອງ ໃຫ້​ເອົາ​ໄມ້­ໄຜ່​ທີ່­ຢູ່​ຕາມ​ຫົວ​ໄຮ່​ປາຍ​ນາ ມາ​ຈັກ­ສານ​ປະ­ເພດ​ເຄື່ອງ­ໃຊ້​ພາຍ​ໃນ​ຄົວ​ເຮືອນ​ເຊັ່ນ:ຕິບ­ເຂົ້າ ຫວດ ມວຍ ກະ­ຕ່າ ກະ­ບຸງ ແລະ ອື່ນໆ ເຊິ່ງ​ໃນ​ນີ້ ຈະ​ເຮັດ​ແບບ​ລວ­ດລາຍ​ທຳ​ມະ​ດາ ຈາກ​ນັ້ນ​ໄດ້​ມີ​ການ​ພັດ­ທະ­ນາ​ໄປ​ຕາມ​ຍຸກ​ຕາມ​ສະ­ໄໝ ໂດຍ​ເອົາ​ລວ­ດລາຍ​ທີ່­ຢູ່​ໃນ​ຜືນ​ສິ້ນ ແລະ ຕີນ​ສິ້ນ ມາ​ດັດ​ປັບ​ເຂົ້າ​ໃນ​ລາຍ​ຈັກ­ສານ ເພື່ອ​ໃຫ້​ຜະ­ລິດ​ຕະ​ພັນ​ໄມ້­ປ່ອງ​ມີ​ລວ­ດລາຍ ຮູບ​ແບບ ແລະ ສີ­ສັນ​ແຕກ​ຕ່າງ​ກັນ​ອອກ​ໄປ ເຮັດ​ໃຫ້​ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ​ມີ​ຄວາມ​ໂດດ​ເດັ່ນ​ສວຍ​ງາມ ເປັນ​ທີ່​ຍອມ­ຮັບ​ຂອງ​ຜູ້​ຊົມ­ໃຊ້ ສະ­ແດງ​ອອກ​ໃນ​ປີ 2018-2019 ຜະ­ລິດ​ຕະ​ພັນ​ຈັກ­ສານ​ໄມ້­ປ່ອງ​ໄດ້​ຂາຍ​ດີ​ພໍ​ສົມ­ຄວນ.

ນອກ­ຈາກ​ນັ້ນ ຍັງ​ໄດ້​ຜະ­ລິດ​ປະ­ເພດ​ເຄື່ອງ​ເຟີ​ນີ​ເຈີ​ໄມ້­ໄຜ່ ລວມ​ທັງ​ໝົດ​ມີ​ຫຼາຍ​ກວ່າ 50 ຜະ­ລິດ​ຕະ​ພັນ ເຊິ່ງ​ມີ​ລາ­ຄາ​ຂາຍ​ແຕ່ 5 ພັນ​ກີບ ຫາ 1 ລ້ານ​ກວ່າ​ກີບ ເຊິ່ງ​ມີ​ຕະ­ຫຼາດ​ຈຳ­ໜ່າຍ​ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນວ ພ້ອມ​ນັ້ນ ໄດ້​ຈັດ​ສົ່ງ​ຕາມ​ຮ້ານ​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ໄມ້​ໃນ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ງານ​ວາງ­ສະ­ແດງ ແລະ ກອງ​ປະ­ຊຸມ​ຕ່າງໆ​ທີ່ ນວ ກໍ​ຄື​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຈັດ​ຂຶ້ນ.

ສຳ­ລັບ​ຜະ­ລິດ​ຕະ​ພັນ​ຈັກ­ສານ-ເຟີ​ນີ​ເຈີ​ໄມ້­ປ່ອງ​ເມືອງ​ສັງ​ທອງ ໄດ້​ຮັບ​ໃບ­ຢັ້ງ­ຢືນ​ກາ​ໝາຍ​ສິນ­ຄ້າ​ໂອ​ດ໋ອບ​ໃນ​ປີ 2014 ເປັນ­ຕົ້ນ​ມາ ແລະ ໄລ­ຍະ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ທຸກ​ຄົວ​ເຮືອນ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ ຄຳ​ສັ່ງ​ເລກ​ທີ 06/ນຍ ຕົນ​ໄດ້​ປຸກ­ລະ­ດົມ​ປະ­ຊາ­ຊົນ​ທົ່ວ​ເມືອງ​ສັງ​ທອງ ພ້ອມ​ກັນ​ຈັກ­ສານ ໂດຍ​ອີງ­ໃສ່​ຄວາມ​ສາ­ມາດ​ຜະ­ລິດ​ໃນ​ແຕ່​ລະ​ຮູບ​ແບບ​ຂອງ​ແຕ່​ລະ​ຄົວ​ເຮືອນ ຈາກ​ນັ້ນ ຕົນ​ໄດ້​ໄປ​ເກັບ​ຊື້ ອັນ​ເຮັດ​ໃຫ້​ຜະ­ລິດ​ຕະ​ພັນ​ໄມ້­ປ່ອງ​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ​ຫຼາຍ ພ້ອມ​ທັງ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ປະ­ຊາ­ຊົນ ແຕ່​ບໍ່​ມີ​ຕະ­ຫຼາດ​ຈຳ­ໜ່າຍ ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ມີ​ມາດ​ຕະ­ການ​ຜ່ອນ­ຜັນ ນວ ກໍ​ໄດ້​ມີ​ການ​ຈັດ​ງານ​ວາງ­ສະ­ແດງ​ຈຳ­ໜ່າຍ​ສິນ­ຄ້າ​ໂອ​ດ໋ອບ​ຂຶ້ນ ເນັ້ນ​ລາວ​ຊ່ວຍ​ລາວ ເຊິ່ງ​ປະ­ກອບ­ສ່ວນ​ໃຫ້​ມີ​ຕະ­ຫຼາດ​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ໄມ້­ປ່ອງ​ໄດ້​ຈຳ­ນວນ​ໜຶ່ງ.

error: Content is protected !!