ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກສິນຄ້າລາວໄປຍັງຕ່າງປະເທດ

ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ເຮັດ​ໃຫ້​ຫຼາຍ​ຂະ­ແໜງ­ການ​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ ໃນ​ນີ້ ຂະ­ແໜງ​ຕັດ­ຫຍິບ​ກໍ​ໄດ້​ຮັບ​ຜົນ​ກະ­ທົບ​ເຊັ່ນ​ດຽວ​ກັນ ໂດຍ​ສະ­ເພາະ​ການ​ສົ່ງ​ອອກ​ສິນ­ຄ້າ.

ທ່ານ ໄຊ​ບັນ­ດິດ ຣາ​ຊະ​ພົນ ປະ­ທານ​ສະ­ມາ­ຄົມ​ອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ລາວ ໃຫ້​ສຳ­ພາດ​ບໍ່​ດົນ​ມາ​ນີ້​ວ່າ: ສະ­ມາ­ຄົມ​ອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ລາວ ປະ­ກອບ​ມີ 50 ກວ່າ​ໂຮງ­ງານ ນັບ​ແຕ່​ເດືອນ​ເມ­ສາ ຫາ​ເດືອນ​ມິ­ຖຸ­ນາ​ຫຼາຍ​ໂຮງ­ງານ​ຕັດ­ຫຍິບ​ໄດ້​ຢຸດ​ການ​ຜະ­ລິດ​ຊົ່ວ­ຄາວ ສຳ­ລັບ​ໂຮງ­ງານ​ທີ່​ຈະ​ໄດ້​ສືບ­ຕໍ່​ຜະ­ລິດ ຕ້ອງ​ເປັນ​ໂຮງ­ງານ​ທີ່​ນອນ​ໃນ​ເງື່ອນ­ໄຂ​ທີ່​ລັດ­ຖະ­ບານ​ກຳ­ນົດ​ໄວ້.

ໃນ​ຕົ້ນ​ເດືອນ​ພຶດ­ສະ­ພາ ໂຮງ­ງານ​ຈຳ­ນວນ​ໜຶ່ງ​ໄດ້​ຮັບ​ອະ­ນຸ­ຍາດ​ສືບ­ຕໍ່​ດຳ­ເນີນ​ກິດ­ຈະ­ການ ມາ​ຮອດ​ຕົ້ນ​ເດືອນ​ກໍ­ລະ­ກົດ ໄດ້​ມີ​ຫຼາຍ​ໂຮງ­ງານ​ທະ­ຍອຍ​ເປີດ ເພື່ອ​ຜະ­ລິດ​ເຄື່ອງ­ສົ່ງ​ຕາມ​ການ​ສັ່ງ​ຈອງ​ຂອງ​ຕະ­ຫຼາດ​ການ​ຄ້າ ໃນ​ເດືອນ​ເມ­ສາ ຫາ ກໍ­ລະ­ກົດ ພາຍ­ຫຼັງ​ຜະ­ລິດ​ຕາມ​ການ​ສັ່ງ​ຈອງ​ເກົ່າ (ເດືອນ 4-7) ໝົດ ກໍ​ໄດ້​ຢຸດ​ການ​ຜະ­ລິດ​ຊົ່ວ­ຄາວ​ອີກ ເນື່ອງ​ຈາ​ກວ່າ​ບໍ່​ມີ​ການ​ສັ່ງ​ຈອງ​ໃໝ່​ເຂົ້າ​ມາ ຈົນ​ມາ​ຮອດ​ເດືອນ​ສິງ­ຫາ​ກໍ​ຍັງ​ບໍ່​ໄດ້​ຜະ­ລິດ​ຢ່າງ​ເຕັມ​ສ່ວນ ເນື່ອງ​ຈາກ​ວ່າ­ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ຫຼຸດ​ລົງ ບາງ​ໂຮງ­ງານ​ໄດ້​ຢຸດ​ການ​ຜະ­ລິດ​ຊົ່ວ­ຄາວ ບາງ​ໂຮງ­ງານ​ກໍ​ຜະ­ລິດ​ພຽງ​ແຕ່ 50-60% ປັດ­ຈຸ­ບັນ ຍັງ​ລໍ­ຖ້າ​ການ​ສັ່ງ​ຈອງ​ຈາກ​ຕະ­ຫຼາດ​ຕ່າງ​ປະ ເທດ ສ່ວນ​ພາຍ​ໃນ​ປະ­ເທດ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ເຈລະ­ຈາ ດັ່ງ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຕະ­ຫຼາດ​ພາຍ​ໃນ​ໃຫ້​ຫັນ​ມາ​ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ພາຍ​ໃນ (ເຄື່ອງ­ນຸ່ງ​ຫົ່ມ) ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຊ່ວຍ​ໃຫ້​ຂະ­ແໜງ­ການ​ຕັດ­ຫຍິບ​ມີ​ຕະ­ຫຼາດ​ຈຳ­ໜ່າຍ ແລະ ຊ່ວຍ​ໃຫ້​ປະ­ຊາ­ຊົນ​ລາວ​ມີ​ວຽກ​ເຮັດ​ງານ​ທຳ ປັດ­ຈຸ­ບັນ ມີ​ຫຼາຍ​ກວ່າ 20 ໂຮງ­ງານ​ເລີ່ມ​ຂໍ​ເງິນ​ອູດ​ໜູນ​ວ່າງ​ງານ​ຕ່າງໆ​ຈາກ​ປະ­ກັນ​ສັງ­ຄົມ.

ໄລ­ຍະ​ເດືອນ​ເມ­ສາ ຫາ ເດືອນ​ມິ­ຖຸ­ນາ 2020 ແມ່ນ​ບໍ່​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ສົ່ງ​ເຄື່ອງ​ໄປ​ຍັງ​ຕະ­ຫຼາດ​ຕ່າງ­ປະ­ເທດ​ໄດ້ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ປະ­ມານ 20-30 ລ້ານ​ໂດ​ລາ​ສະ­ຫະ­ລັດ ປັດ­ຈຸ­ບັນ ຕະ­ຫຼາດ​ຕ່າງ­ປະ­ເທດ​ແມ່ນ​ຢຸດ​ການ​ສັ່ງ​ຊື້​ເຄື່ອງ​ຈາກ​ປະ­ເທດ​ລາວ ໄລ­ຍະ​ຜ່ານ​ມາ ການ​ຜະ­ລິດ​ສິນ­ຄ້າ​ຂອງ​ບັນ­ດາ​ໂຮງ­ງານ​ຕັດ­ຫຍິບ​ລາວ​ແມ່ນ​ສົ່ງ​ອອກ​ຕ່າງ­ປະ­ເທດ​ເກືອບ 99% ພາຍ­ຫຼັງ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ບັນ­ດາ​ສະ­ມາ­ຊິກ​ລ້ວນ​ແລ້ວ­ແຕ່​ໄດ້​ຮັບ​ຜົນ​ກະ­ທົບ​ທັງ​ໝົດ ຄວາມ​ຕ້ອງ­ການ​ແຮງ​ງານ​ກໍ​ຫຼຸດ​ລົງ ການ​ຜະ­ລິດ​ຂອງ​ໂຮງ­ງານ​ບາງ​ແຫ່ງ​ຫຼຸດ​ລົງ​ຫຼາຍ​ກວ່າ 50% ຫຼາຍ​ໂຮງ­ງານ​ຍັງ​ລໍ­ຖ້າ​ການ​ສັ່ງ​ຊື້​ຈາກ​ຕະ­ຫຼາດ​ຕ່າງ­ປະ­ເທດ.

error: Content is protected !!