ລົງນາມສັນຍາຮ່ວມຮຸ້ນ ສ້າງບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ

    ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ລົງນາມສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ(EDLT) ເພື່ອເປັນສັນຍະລັກການຮ່ວມມືການພັດ ທະນາສ້າງປະໂຫຍດຮ່ວມກັນໃນຂົງເຂດລະບົບນໍາສົ່ງໄຟຟ້າເປັນບາດກ້າວທໍາອິດ ຂຶ້ນວັນທີ 1 ກັນຍາ 2020 ຢູ່ສໍານັກງານໃຫຍ່ ຟຟລ ນະຄອນຫຼວງວຽງຈັນ.

    ການສ້າງຕັ້ງບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ ແມ່ນການປະກອບສ່ວນສໍາຄັນໃນການສ້າງຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ-ຈີນ ຈີນ-ລາວ ແລະ ປະຕິບັດຕາມການຮຽກຮ້ອງຂອງບົດບັນທຶກຮ່ວມມືຂະແໜງການໄຟຟ້າ ທີ່ເຊັນລະຫວ່າງກະຊວງພະລັງງານຂອງທັງສອງປະເທດ ໂດຍໄດ້ມີຜູ້ນໍາທັງສອງປະເທດເປັນສັກຂີພະຍານ ແລະ ເປັນຜົນສໍາເລັດໃໝ່ຂອງກອງປະຊຸມຜູ້ນຳ ຄັ້ງທີ 3 ກ່ຽວກັບການຮ່ວມມື “ແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ”. 

    ອີງຕາມສັນຍາຮ່ວມຮຸ້ນ ບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະບານລາວ ໂດຍອາໄສທ່າແຮງທຶນຮອນ ປະສົບການການກໍ່ສ້າງ ແລະ ການບໍລິຫານຄຸ້ມຄອງຂອງລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ເພີ່ມທະວີໃຫ້ເກີດການລົງທຶນກໍ່ສ້າງຕາຂ່າຍເຊື່ອມຈອດກັນທົ່ວປະເທດໂດຍໄວ ບໍລິການສະໜອງໄຟຟ້າໃຫ້ ຟຟລ ດ້ວຍຄວາມປອດໄພ ມີຄວາມສະຖຽນ ມີປະສິດຜົນສູງ ແລະ ຍືນຍົງ ເປັນທ່າແຮງໜຶ່ງທີ່ສາມາດຊ່ວຍຊຸກຍູ້ໃຫ້ເສດຖະກິດ-ສັງຄົມລາວ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດໃຫ້ລະດັບຊິວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ໃນເວລາດຽວກັນ ກໍຍັງເພີ່ມຄວາມສາມາດການເຊື່ອມໂຍງກັບປະເທດອ້ອມຂ້າງ ສົ່ງເສີມທ່າແຮງດ້ານພະລັງງານນໍ້າໃຫ້ກາຍເປັນທ່າແຮງດ້ານເສດຖະກິດ ຊ່ວຍໃຫ້ການ “ສ້າງປະເທດ ໃຫ້ເປັນໝໍ້ໄຟອາຊຽນ” ໃຫ້ປາກົດຜົນເປັນຈິງ. 

    ໃນອະນາຄົດ ບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈະລົງທຶນປະມານ 2 ຕື້ໂດລາສະຫະລັດ ໃນການກໍ່ສ້າງລະບົບສາຍສົ່ງຫຼັກພາຍໃນ ແລະ ກໍ່ສ້າງລະບົບເຊື່ອມກັບຕາຂ່າຍປະເທດກໍາປູເຈຍ ເຊື່ອມກັບຕາຂ່າຍຈີນ ແລະ ເຊື່ອມກັບຕ່າງປະເທດອື່ນຕື່ມອີກ ນອກນີ້ ຍັງຈະຊື້ສິດນໍາໃຊ້ລະບົບຕາຂ່າຍແຮງດັນໄຟຟ້າ 230 kV ຂຶ້ນໄປ ທີ່ເປັນຊັບສີນຂອງ ຟຟລ ທີ່ມີຢູ່ໃນປັດຈຸບັນ. 

    ໃນພີທີຄັ້ງນີ້ ທ່ານ ຄໍາມະນີ ອີນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Jiang Zaidong ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນ ນອກນີ້ຍັງມີທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ທ່ານ Wang Qi hui ທູດເສດຖະກິດ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

 # ຂ່າວ & ພາບ: ສະບາໄພ

error: Content is protected !!