ໄຂຊຸດເຝິກອົບຮົມຕີກອງດຸລິຍາງ ໃນທົ່ວນະຄອນຫຼວງວຽງຈັນ

ພິ­ທີ​ເປີດ​ຊຸດ​ເຝິກ­ອົບ­ຮົມ​ຕີ​ກອງ​ດຸ​ລິ​ຍາງ ໃຫ້​ແກ່​ຜູ້​ຮັບ­ຜິດ­ຊອບ​ວຽກ​ງານ​ເຍົາ­ວະ​ຊົນ​ທັນ­ວາ​ໃນ​ທົ່ວ​ນະ­ຄອນ ຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ໃນ​ວັນ​ທີ 8-18 ກັນ­ຍາ 2020 ທີ່​ໂຮງ­ຮຽນ ມສ ວຽງ​ຈັນ ໂດຍ​ມີ​ທ່ານ​ນາງ ສຸ­ມາ­ລີ ທຳ​ມະ​ວົງ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ ປປລ ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ທອງ​ພັນ ອຸ­ໄລ​ທອນ ຮອງ​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ ມສ ວຽງ​ຈັນ ພ້ອມ​ດ້ວຍ​ບັນ­ດາ​ນັກ​ສຳ​ມະ​ນາ​ກອນ ເລ­ຂາ​ຊາວ​ໜຸ່ມ​ຈາກ 9 ເມືອງ ແລະ 2 ໂຮງ­ຮຽນ​ເອ­ກະ­ລາດ ເຂົ້າ​ຮ່ວມ.

ທ່ານ​ນາງ ສຸ­ມາ­ລີ ທຳ​ມະ​ວົງ ກ່າວ​ວ່າ: ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ­ເທດ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ຄະ­ນະ​ຊາວ​ໜຸ່ມ ປປລ ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ໄດ້​ມີ​ການ​ສົມ­ທົບ​ກັບ​ໂຮງ­ຮຽນ ມສ ວຽງ​ຈັນ ເພື່ອ​ຈັດ​ໃຫ້​ມີ​ຊຸດ​ເຝິກ­ອົບ­ຮົມ​ຕິ​ກອງ​ດຸ​ລິ​ຍາງ​ຂຶ້ນ ທັງ​ນີ້​ກໍ​ເພື່ອ​ເປັນ​ກະ­ຕຸກ​ຊຸກ­ຍູ້​ໃຫ້​ພະ​ພັກ​ງານ ຜູ້​ທີ່​ຮັບ­ຜິດ­ຊອບ​ວຽກ​ງານ​ເຍົາ­ວະ​ຊົນ​ທັນ­ວາ ໃນ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ມາ­ຊິກ​ເຍົາ­ວະ​ຊົນ​ທັນ­ວາ ໂຮງ­ຮຽນ ມສ ວຽງ​ຈັນ ໃຫ້​ໄດ້​ມີ​ການ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ໃນ​ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ​ຕ່າງໆ ນອກ​ນັ້ນ ກໍ​ຍັງ​ເປັນ​ການ​ສົ່ງ­ເສີມ​ບົດ­ບາດ​ການ­ຈັດ­ຕັ້ງ​ກອງ​ດຸ​ລິ​ຍາງ ໃຫ້​ມິ​ຄວາມ​ເຂັ້ມ­ແຂງ​ໜັກ​ແໜ້ນ​ທາງ​ດ້ານ​ແນວ​ຄິດ ການ­ຈັດ­ຕັ້ງ ແລະ ແບບ­ແຜນ​ວິ­ທີ​ນຳ­ພາ ໃຫ້​ມີ​ການ​ພັດ­ທະ­ນາ​ໄປ​ສູ່​ທັນ​ສະ­ໄໝ ແລະ ມີ​ຄຸນ​ນະ​ພາບ​ໄປ​ເທື່ອ​ລະ​ກ້າວ.

error: Content is protected !!