ສິນໄຊສອນພະຍານາກ

ເປັນ​ຫຍັງ​ຜູ້​ຂຽນ​ຈຶ່ງ​ຢາກ​ຢິບ​ຍົກ​ເອົາ​ຄຳ​ສອນ​ຂອງ​ທ້າວ ສິນ​ໄຊ ຕອນ​ສອນ​ພະ­ຍາ​ນາກ​ໃຫ້​ປົກ­ຄອງ​ເມືອງ​ບາ​ດານ​ຕັ້ງ​ຢູ່​ໃນ​ສິນ​ທຳ ເພາະ​ທັດ­ສະ­ນະ​ແງ່​ຄິດ​ການ​ປົກ­ຄອງ​ດັ່ງ­ກ່າວ ມັນ​ສະ­ທ້ອນ​ໃຫ້​ພະ­ຍາ​ນາກ ຕ້ອງ​ເປັນ​ຜູ້​ຮັກ­ຫອມ​ຄວາມ​ຍຸ­ຕິ​ທຳ ແລະ ຮູ້­ຈັກ​ສ້າງ​ຄົນ​ຜູ້​ສືບ​ທອດ ພ້ອມ​ທັງ​ໃຫ້​ພະ­ຍາ​ນາກ​ຮູ້­ຈັກ​ຮັກ­ຫອມ​ປະ­ຊາ­ຊົນ​ຂອງ​ຕົນ ບໍ່​ບຽດ­ບຽນ​ປະ­ຊາ­ຊົນ ໂດຍ​ຈຸດ­ໝາຍ​ໃຫຍ່​ກໍ​ແມ່ນ​ສ້າງ​ຄວາມ​ຍຸ­ຕິ​ທຳ​ໃຫ້​ເກີດ​ຂຶ້ນ​ໃນ​ສັງ­ຄົມ.

ຕອນ​ສິນ​ໄຊ​ລົງ​ໄປ​ນຳ​ເອົາ​ນາງ​ສີ­ດາ​ຈັນ ລູກ​ສາວ​ນາງ ສຸ​ມຸນ­ທາ ທີ່​ແຕ່ງ­ງານ​ກັບ​ພະ­ຍາ​ນາກ​ຢູ່​ເມືອງ​ບາ​ດານ ເຊິ່ງ​ພະ­ຍາ​ນາກ​ທ້າ​ຫຼິ້ນ​ໝາກ­ສະ­ກາ​ກັບ​ສິນ​ໄຊ ຜົນ​ປາ­ກົດ​ວ່າ ພະ­ຍາ​ນາກ ເສຍ ສິນ​ໄຊ ສາມ​ຄັ້ງ…ໃນ​ທີ່​ສຸດ ສິນ​ໄຊ ຈຶ່ງ​ໄດ້​ສອນ​ວິ­ທີ​ປົກ­ຄອງ​ປະ­ຊາ­ຊົນ​ໃຫ້​ແກ່​ພະ­ຍາ​ນາ​ກວ່າ: ເຖິງ​ເມື່ອ​ເດືອນ​ຫົກ​ນັ້ນ​ໃຫ້​ຜູ້​ປົກ­ຄອງ (ພະ­ຍາ​ນາກ) ໄດ້​ທ່ຽວ​ເບິ່ງ​ປະ­ຊາ­ຊົນ ຊ່ວຍ­ເຫຼືອ​ລ້ຽງ​ດູ​ຄົນ​ຍາກ­ຈົນ​ອາ­ນາ​ຖາ ທັງ​ເປັນ​ໝ້າຍ ແລະ ຮ້າງ ເພາະ­ວ່າ​ປະ­ຊາ­ຊົນ​ທັງ​ໝົດ ປຽບ​ເໝືອນ​ຮາກ​ຂອງ​ຕົ້ນ­ໄມ້​ທີ່​ພາ­ໃຫ້​ເຂັ້ມ­ແຂງ ສຳ­ລັບ​ຝູງ​ເສ­ນາ​ທັງ­ຫຼາຍ ກໍ​ໃຫ້​ເລືອກ​ເອົາ​ຄົນ​ດີ​ມາ​ເຮັດ​ວຽກ ເຊິ່ງ​ປຽບ​ກັບ​ລຳ​ຂອງ​ຕົ້ນ­ໄມ້ ຝູງ​ອາ​ໝາດ​ນ້ອຍ​ໃຫ້​ເຝິກ­ແອບ​ຕາງ​ຕົນ​ໃນ​ໜ້າ­ທີ່​ວຽກ​ງານ ເຊິ່ງ​ປຽບ​ດັ່ງ​ກິ່ງ ຫຼື ງ່າ­ໄມ້ ສ່ວນ­ວ່າ​ກະ­ສັດ​ແທ້​ປຸນ ປຽບ​ດັ່ງ​ຍອດ​ໄມ້​ຍາມ​ເມື່ອ​ຮອດ​ເວ­ລາ​ເກີດ​ດອກ​ອອກ​ຜົນ​ກໍ​ສາ­ມາດ​ຈຸນ​ເຈືອ​ໃຫ້​ທຸກ​ສ່ວນ.

ການ​ສອນ​ແບບ​ສິນ​ໄຊ​ນີ້ ສະ­ທ້ອນ​ໃຫ້​ຮູ້​ວ່າ ຖ້າ­ວ່າ​ປະ­ເທດ​ປຽບ​ຄື​ຕົ້ນ­ໄມ້​ທີ່​ຕ້ອງ​ມີ​ກິ່ງ​ງ່າ​ສາ­ຂາ ແລະ ຮາກ ຖ້າ­ວ່າ​ຮາກ​ຂອງ​ຕົ້ນ­ໄມ້​ບໍ່​ໝັ້ນ­ຄົງ ຫຼື​ວ່າ​ຮາກ​ໄມ້​ເນົ່າ ກໍ​ສາ­ມາດ​ເຮັດ​ໃຫ້​ຕົ້ນ­ໄມ້​ນັ້ນ​ຕາຍ​ໄດ້ ຮາກ​ໄມ້​ປຽບ​ຄື​ປະ­ຊາ­ຊົນ ເຫດ­ຜົນ​ນີ້ ສິນ​ໄຊ ຍົກ​ມາ​ປຽບ­ທຽບ​ໃຫ້​ເຫັນ​ຈະ­ແຈ້ງ​ເສ­ນາ​ອາ​ໝາດ​ຜູ້­ດີ ແລະ ໜຸ່ມ​ນ້ອຍ ກໍ​ໃຫ້​ເອົາ​ມາ​ຮັບ​ໃຊ້ ແລະ ເຝິກ­ແອບ​ເພື່ອ​ອະ­ນາ­ຄົດ​ຂ້າງ​ໜ້າ ສ່ວນ­ວ່າ​ຜູ້​ໃດ​ຜິດ​ກໍ​ຢ່າ​ເຫັນ​ດີ​ຕາມ​ເຂົາ.

ສິນ​ໄຊ ສອນ​ພະ­ຍາ​ນາກ ຍັງ​ມີ​ຈຸດ​ສຳ­ຄັນ​ອີ​ກວ່າ: ໃຫ້​ພະ­ຍາ​ນາກ​ເວັ້ນ​ຫຼີກ​ຄົນ 4 ປະ­ເພດ​ຄື: ຄົນ​ທີ່​ມີ​ໂມ­ຫະ​ຄອບ​ງຳ ຫຼົງ​ມົວ­ເມົາ ບໍ່​ຮູ້​ຮ້າຍ ແລະ ດີ ສອງ​ຄົນ​ທີ່​ມັກ​ນອນ​ມັກ​ຫຼັບ​ບໍ່​ຮູ້​ແກ້​ວຽກ ຄົນ­ທີ​ສາມ​ແມ່ນ​ພວກ​ໂລບ​ລວງ​ເອົາ​ຊັບ (ສໍ້​ລາດ​ບັງ​ຫຼວງ) ຄົນ­ທີ​ສີ່​ແມ່ນ​ພວກ​ນັກ­ເລງ ມັກ​ຫຼິ້ນ​ກິນ​ທ່ຽວ ບໍ່​ມີ​ທີ່­ຢູ່​ແນ່­ນອນ (ປຶ້ມ​ສິນ​ໄຊ ໜ້າ 301-303 ພິມ​ປີ 1969 ກະ­ຊວງ​ທຳ​ມະ​ການ).

ສະ­ເໜີ​ເປັນ​ການ​ແລກ­ປ່ຽນ

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!