ເວລາຂັບຂີ່ບໍ່ແມ່ນຍາມໂຕ້ວາທີກັນ

ເວ­ລາ​ໃຊ້​ລົດ­ຈັກ​ໄປ-ມາ ທັງ​ຜູ້​ບັນ­ຊາ​ເຂົາ​ລົດ ທັງ​ຜູ້​ຊ້ອນ​ຄວນ​ຕັ້ງສະ­ຕິ ຢູ່​ໃນ​ບັນ­ຍາ­ກາດ​ສະ­ຫງົບ​ຢ່າ​ວອກ​ຊ້າຍ​ແວກ​ຂວາ ພິ­ເສດ ຢ່າຫາ​ແນວ​ມາ​ລົມ​ກັນ​ແບບ​ຈິງ​ຈັງ​ຟົດ​ເດືອດ​ອອກ­ທ່າ​ອອກ​ທາງ ເຊັ່ນ: ຊີ້​ນັ້ນ​ຊີ້​ນີ້​ໃຫ້​ກັນ​ເບິ່ງ ຜູ້​ຊ້ອນ​ທ້າຍ​ກໍ​ຢ່າ​ຊວນ​ຜູ້​ຂັບ​ລົມ​ຫຼາຍ ສ່ວນ​ຜູ້ຂັບ​ກໍ​ບໍ່​ຈຳ­ເປັນ​ໃຊ້​ມື​ປະ­ກອບ​ເວ­ລາ​ລົມ​ກັບ​ຜູ້​ຊ້ອນ ບໍ່​ຈຳ­ເປັນ​ຕ້ອງ​ບິດຄໍ​ມາ​ເບິ່ງ​ໜ້າ​ຜູ້​ຊ້ອນ ເພື່ອ​ໃຫ້​ຟັງ​ຕົນ ຖ້າ​ໃຜ​ຂືນ​ເຮັດ ແນ່­ນອນ​ຈະ​ມີຄວາມ​ສ່ຽງ​ເກີດ​ອຸ­ບັດ­ເຫດ​ສູງ ມີ​ຫຍັງ​ເວົ້າ​ກັນ​ກໍ​ຄວນ​ລໍ­ຖ້າ​ໄປ​ຮອດຈຸດ­ໝາຍ​ປາຍ­ທາງ​ກ່ອນ ມັນ​ບໍ່​ພໍ​ລົ້ມ​ພໍ​ຕາຍຍ້ອນ​ຕີ​ບໍ ຢະ​ເອີຍ!.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!