ກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ

ເລື່ອງ​ໄດ້​ຍິນ​ເປັນ​ປະ­ຈຳ​ໃນ​ສັງ­ຄົມ​ສູ່​ມື້­ນີ້ ແມ່ນ​ກະ­ທຳ​ໄປ​ຍ້ອນ​ຮູ້​ເທົ່າ​ບໍ່​ເຖິງ​ການ ຈຸດ­ປະ­ສົງ​ຂອງ​ຜູ້​ໃຊ້​ເວົ້າ​ແນວ​ນີ້ ແມ່ນ​ເພື່ອ​ຫຼີກ​ລຽງ​ຈາກ​ການ​ທີ່​ຜູ້​ອື່ນ​ຈະ​ເອົາ​ຄວາມ​ຜິດ ໃຫ້​ກາຍ­ເປັນ​ການ​ອະ­ໂຫ­ສິ­ກຳ ຫຼື ໃຫ້​ອະ­ໄພ​ໃຫ້​ກັນ​ແລະ​ກັນ ຍ້ອນ​ການ​ກະ­ທຳ​ຜິດ​ເລັກໆ​ນ້ອຍໆ​ໃຫ້​ກາຍ­ເປັນ​ຜູ້​ບໍ່​ມີ​ຄວາມ​ຜິດ ຫຼື ຜິດ​ໜັກ​ໜາ ກໍ​ຂໍ​ໃຫ້​ເປັນ­ຄວາມ​ຜິດ​ທີ່​ມີ​ລັກ­ສະ­ນະ​ເບົາ­ບາງ​ລົງ ຜູ້​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ແຕ່​ກະ­ທຳ​ຄວາມ​ຜິດ​ໄປ​ຍ່ອມ​ຈະ​ຖືກ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ ເພາະ​ຜູ້​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ກົດ­ໝາຍ​ອາ­ຍາ​ບໍ່​ອະ­ນຸ­ຍາດ​ໃຫ້​ຍົກ­ເວັ້ນ​ຄວາມ​ຜິດ​ອອກ​ຈາກ​ຕົວ ເນື່ອງ​ຈາກ​ຜູ້­ກ່ຽວ​ເປັນ​ຄົນ​ທີ່​ມີ​ສະ­ຕິ​ສຳ​ປະ­ຊັນ​ຍະ​ຄົບ​ຖ້ວນ​ສົມ­ບູນ ໝາຍ​ຄວາມ​ວ່າ ບຸກ­ຄົນ​ຜູ້​ນັ້ນ ມີ​ສະ­ຕິ ຮູ້​ຜິດ ຮູ້​ຖືກ ໃນ​ຂະ­ນະ​ທີ່​ກະ­ທຳ ຫຼື ເອີ້ນ​ວ່າ​ຜູ້​ທີ່​ມີ​ຄວາມ​ສາ­ມາດ​ທາງ​ດ້ານ​ການ​ປະ­ພຶດ ຫຼື ເປັນ​ຜູ້​ທີ່​ບໍ່​ໃບ້ ບໍ່​ບ້າ ບໍ່​ເສຍ​ຈິດ ກ່ອນ​ເວ­ລາ​ກະ­ທຳ​ຜິດ.

ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ແລ້ວ ຜູ້​ທີ່​ມີ​ຈະ​ມີ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ ກໍ​ຕໍ່​ເມື່ອ​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ຫາກ​ມີ​ການ​ກະ­ທຳ​ທີ່​ເປັນ​ອັນ­ຕະ­ລາຍ​ຕໍ່​ສັງ­ຄົມ ຊຶ່ງ​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ ແລະ ກົດ­ໝາຍ​ສະ­ບັບ​ອື່ນ ທີ່​ກຳ­ນົດ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ແລະ ໂທດ ແລະ ເມື່ອ​ມີ​ຄຳ​ຕັດ​ສີນ​ຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດ­ຂາດ.

ຕາມ​ມາດ­ຕາ 33 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ໄດ້​ລະ­ບຸ​ວ່າ ຜູ້​ທີ່​ຈະ​ພົ້ນ​ຈາກ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ຈະ​ຕ້ອງ​ມີ​ສາ­ເຫດ​ດັ່ງ­ນີ້: 1. ການ​ໝົດ​ອາ­ຍຸ​ຄວາມ​ໃນ​ການ​ຮ້ອງ​ຟ້ອງ 2. ການ​ຖືກ​ບັງ­ຄັບ ແລະ ການ​ຖືກ​ຂົ່ມ­ຂູ່ 3. ການ​ປ້ອງ​ກັນ​ຕົວ 4. ສະ­ພາ­ວະ​ທີ່​ຈຳ­ເປັນ 5. ການ​ປະ­ຕິ­ບັດ​ໜ້າ­ທີ່​ຕາມ​ວິ­ຊາ​ຊີບ 6. ການ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ 7. ການ​ຫຼີ້ນ​ກິ­ລາ 8. ການ​ກະ­ທຳ​ຜິດ​ຊຶ່ງ​ຈຳ­ເປັນ​ຕ້ອງ​ມີ​ຄຳ​ຮ້ອງ​ຟ້ອງ​ຂອງ​ຜູ້​ຖືກ­ເສຍ​ຫາຍ ນອກ­ຈາກ​ສາ­ເຫດ​ທີ່​ກ່າວ​ມາ​ນີ້​ແລ້ວ ກົດ­ໝາຍ​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ຜູ້​ກະ­ທຳ​ຜິດ​ຫຼຸດ​ພົ້ນ​ອອກ​ຈາກ​ການ​ດຳ­ເນີນ​ຄະ­ດີ​ຢ່າງ​ເດັດ­ຂາດ ເຖິງ​ຈະ​ອ້າງ​ວ່າ​ກະ­ທຳ​ໄປ​ຍ້ອນ​ຮູ້​ເທົ່າ​ບໍ່​ເຖິງ​ການ​ເທົ່າ​ນັ້ນ.

ບຸກ­ຄົນ​ທົ່ວ​ໄປ​ທີ່​ມີ​ອາ­ຍຸ​ແຕ່ 15 ປີ​ຂຶ້ນ​ໄປ ເປັນ​ຄົນ​ທີ່​ມີ​ສະ­ຕິ​ສຳ​ປະ­ຊັນ​ຍະ​ສົມ­ບູນ ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ­ຜິດ­ຊອບ​ຕໍ່​ການ​ກະ­ທຳ​ທີ່​ມີ​ຜົນ​ໄດ້­ຜົນ​ເສຍ​ຂອງ​ຕົນ​ທັງ​ນັ້ນ ຖ້າ​ກະ­ທຳ​ຜິດ​ທາງ​ອາ­ຍາ​ກໍ​ຕ້ອງ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ ແລະ ຄວາມ​ເສຍ​ຫາຍ​ທາງ​ແພ່ງ​ທີ່​ຕິດ​ພັນ​ກັບ​ທາງ​ອາ­ຍາ ຊຶ່ງ​ຕົນ​ເອງ​ໄດ້​ກໍ່​ຂຶ້ນ​ເຊັ່ນ ຄ່າ​ສ້ອມ­ແປງ ຄ່າ​ມ້ຽນ­ຄາບ​ສົ່ງ­ສະ­ການ ຄ່າ​ປົວ­ແປງ​ຈິດ­ໃຈ ຄ່າ​ປິ່ນ­ປົວ ຄ່າ​ທຳ​ອູ່​ສູ່­ຂວັນ ຫຼື ຄ່າ​ອື່ນ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້.

ການ​ກະ­ທຳ​ຜິດ​ຍ້ອນ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ອາດ​ຈະ​ເປັນ​ພຽງ​ສາ­ເຫດ​ທີ່​ພາ­ໃຫ້​ຫຼຸດ­ຜ່ອນ ຫຼື ອາດ​ຈະ​ເປັນ​ສາ­ເຫດ​ທີ່​ພາ­ໃຫ້​ເພີ່ມ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ເທົ່າ​ນັ້ນ ຕົວ­ຢ່າງ: ທ້າວ ຈຸກ ລັກ​ຄຳ​ຂອງ​ນາງ ເຈັກ ຫຼາຍ​ສິບ​ບາດ ແຕ່​ຊິ​ໄປ​ອ້າງ​ວ່າ ກະ­ທຳ​ໄປ​ຍ້ອນ​ຮູ້​ເທົ່າ​ບໍ່​ເຖິງ​ການ​ແມ່ນ​ບໍ່​ໄດ້ ເພາະ­ວ່າ​ຜູ້­ກ່ຽວ​ຮູ້​ດີ​ວ່າ­ການ​ລັກ​ຊັບ​ຂອງ​ບຸກ­ຄົນ​ອື່ນ​ເປັນ​ການ​ກະ­ທຳ​ຜິດ ແຕ່​ຜູ້­ກ່ຽວ​ກໍ​ລັກ ແລະ ກໍ​ມີ​ເຈດ​ຕະ​ນາ​ລັກ ແລະ ກໍ​ເຖິງ​ຜົນ​ສະ­ທ້ອນ​ທີ່​ຈະ​ຕາມ​ມາ ຫຼື ທ້າວ ເກັ່ງ ດືງ​ກະ­ເປົາ​ຂອງ​ນາງ ແກະ ໄດ້​ເງິນ ແລະ ຄຳ​ຈຳ­ນວນ​ໜຶ່ງ ຫຼັງ​ຈາກ​ຈັບ​ຕົວ​ໄດ້​ຜູ້­ກ່ຽວ​ຈະ​ອ້າງ​ວ່າ ກະ­ທຳ​ໄປ​ຍ້ອນ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ກໍ​ບໍ່​ສາ­ມາດ​ຫຼີກ­ເວັ້ນ​ຈາກ​ຄວາມ​ຜິດ​ໄດ້​ເຊັ່ນ​ດຽວ​ກັນ.

ສະ­ນັ້ນ ຈຶ່ງ​ຕ້ອງ​ເຂົ້າ­ໃຈ​ວ່າ ການ​ກະ­ທຳ​ໃດ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ​ເປັນ­ຄວາມ​ຜິດ ແລະ ກຳ­ນົດ​ໂທດ​ໄວ້​ແລ້ວ ບຸກ­ຄົນ​ນັ້ນ​ຈະ​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ການ​ກະ­ທຳ​ຂອງ​ຕົນ ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ແລະ ກົດ­ໝາຍ​ອື່ນ ໄດ້​ກຳ­ນົດ​ໄວ້​ຕາມ​ລະ­ດັບ​ຄວາມ​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ສັງ­ຄົມ ຫາກ​ໃຜ​ຄິດ​ວ່າ ກະ­ທຳ​ຜິດ​ໄປ​ຍ້ອນ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ​ແລ້ວ ກົດ­ໝາຍ​ຈະ​ບໍ່​ເອົາ​ຜິດ​ເອົາ​ໂທດ ຖື​ວ່າ​ຄິດ​ຜິດ​ຕ້ອງ​ຄິດ​ໃໝ່.

ໂດຍ: ໄມ້​ງັດ

ຕິດຕໍ່ພວກເຮົາ
error: Content is protected !!