ແຕ່ງຕັ້ງຜູ້ອຳນວຍການສະໜາມກີລາແຫ່ງຊາດຄົນໃໝ່

ພິ­ທີ​ມອບ-ຮັບ​ໜ້າ­ທີ່​ຕຳ­ແໜ່ງ​ຜູ້­ອຳ­ນວຍ­ການ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ຈັດ​ຂຶ້ນ ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ຫ້ອງ​ປະ­ຊຸມ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ​ໂອ­ແລັມ­ປິກ​ແຫ່ງ​ຊາດ​ລາວ ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ ທ່ານ ອິນ​ທະ​ວົງ ມະ­ນີ​ທອງ ຮອງ​ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ອິນ​ທະ​ວົງ ມະ­ນີ​ທອງ ຮອງ​ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ຜ່ານ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຍົກ­ຍ້າຍ ທ່ານ ສຸ​ລິ​ວັນ ເຊີນ​ວິ­ໄລ ຜູ້­ອຳ­ນວຍ­ການ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ຜູ້​ເກົ່າ ມາ​ເປັນ​ຮອງ​ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ​ຄື­ເກົ່າ ແລະ ແຕ່ງ­ຕັ້ງ​ທ່ານ ແວວ​ມະ­ນີ ວິ­ລະ​ວົງ ເປັນ​ຜູ້­ອຳ­ນວຍ­ການ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ຄົນ​ໃໝ່.

ໂອ­ກາດ​ນີ້ ທ່ານ ສຸ​ລິ​ວັນ ເຊີນ​ວິ­ໄລ ກໍ​ໄດ້​ມີ​ຄຳ​ເຫັນ ແລະ ລາຍ​ງານ​ວຽກ​ງານ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ໄລ­ຍະ​ຜ່ານ​ມາ ພ້ອມ​ທັງ​ຝາກ​ໜ້າ­ທີ່​ວຽກ​ໃຫ້​ຜູ້­ອຳ­ນວຍ­ການ​ຜູ້​ໃໝ່ ທີ່​ມາ​ຮັບ​ໜ້າ­ທີ່​ແທນ ສືບ­ຕໍ່​ພັດ­ທະ­ນາ ແລະ ປະ­ຕິ­ບັດ​ວຽກ​ງານ​ຂອງ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ໃຫ້​ສຳ­ເລັດ​ຕໍ່​ໄປ ພ້ອມ​ນັ້ນ ທ່ານ ແສງ​ພອນ ພົນ​ອາ­ມາດ ຍັງ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ໃຫ້​ຊີ້​ທິດ​ເຢືອງ​ທາງ​ຕໍ່​ຜູ້­ອຳ­ນວຍ­ການ​ຄົນ​ໃໝ່ ແລະ ພະ­ນັກ­ງານ-ລັດ­ຖະ­ກອນ​ອ້ອມ​ຂ້າງ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ຂອງ​ຕົນ​ຢ່າງ​ຫ້າວ­ຫັນ ສາ­ມາດ​ຄຸ້ມ​ຄອງ​ຮັກ­ສາ ແລະ ພັດ­ທະ­ນາ​ບັນ­ດາ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ​ແຫ່ງ​ນີ້ ມີ​ຄວາມ​ສະ­ອາດ ສະ­ຫງົບ ປອດ​ໄພ ແລະ ເປັນ​ສູນ​ລວມ​ພ້ອມ​ທຸກ​ສະ­ຖາ­ນະ​ການ​ຈັດ­ການ​ແຂ່ງ­ຂັນ​ງານ​ລະ­ດັບ​ຊາດ ຢ່າງ​ມີ​ປະ​ສິດ­ທິ​ຜົນ.

error: Content is protected !!