ລາວ-ສປປ ເກົາຫຼີ ເສີມຂະຫຍາຍສາຍພົວພັນມິດຕະພາບ

    ພິ­ທີ​ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ­ຫວ່າງ ກະ­ຊວງ​ການ​ຕ່າງ­ປະ­ເທດ​ລາວ ແລະ ສປປ ເກົາ­ຫຼີ ຮ່ວມ​ລົງ​ນາມ​ໂດຍ​ທ່ານ ທອງ​ສະ­ຫວັນ ພົມ­ວິ­ຫານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ລາວ ແລະ ທ່ານ ລີ ຢົງ​ຊົນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສປປ ເກົາ­ຫຼີ ປະ­ຈຳ​ລາວ ຈັດ​ຂຶ້ນ​ວັນ​ທີ 25 ມີ­ນາ 2020 ທີ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ໂດຍ​ມີ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ສັນ­ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສະ­ບັບ​ນີ້ ຈະ​ປ່ຽນ​ແທນ​ສັນ­ຍາ​ສະ­ບັບ​ກ່ອນ​ທີ່​ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ຮ່ວມ​ກັນ​ປີ 1990 ທີ່​ໝົດ​ອາ­ຍຸ​ແລ້ວ ເຊິ່ງ​ສັນ­ຍາ​ສະ­ບັບ​ນີ້​ແມ່ນ​ເອ­ກະ­ສານ​ທີ່​ສຳ­ຄັນ ສຳ­ລັບ​ການ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ແບບ​ສະ­ຫາຍ​ອ້າຍ​ນ້ອງ​ລະ­ຫວ່າງ​ສອງ​ປະ­ເທດ ລາວ ແລະ ສປປ ເກົາ­ຫຼີ ໂດຍ​ສະ­ເພາະ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ໃນ­ຕໍ່­ໜ້າ ບົນ​ພື້ນ­ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ­ໂຫຍດ ແລະ ເພື່ອ​ນຳ​ຜົນ​ປະ­ໂຫຍດ​ອັນ​ແທ້​ຈິງ ມາ­ສູ່​ປະ­ຊາ­ຊົນ​ຂອງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

    ໃນ​ໂອ­ກາດ​ນີ້ ສອງ​ຝ່າຍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ຕີ​ລາ­ຄາ​ສູງ​ຕໍ່​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ­ເຊື້ອ​ທີ່​ດີ­ງາມ​ຂອງ​ສອງ​ປະ­ເທດ ລາວ ແລະ ສປປ ເກົາ­ຫຼີ ໂດຍ​ສະ­ເພາະ​ການ​ເປັນ​ປະ­ເທດ​ເພື່ອນ​ມິດ​ຮ່ວມ​ອຸ­ດົມ​ການ​ສັງ­ຄົມ​ນິ­ຍົມ​ອັນ​ດຽວ​ກັນ ພ້ອມ​ນີ້ ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ອວຍ­ພອນ​ໃຫ້​ສາຍ​ພົວ­ພັນ​ຮ່ວມ​ມື​ດັ່ງ­ກ່າວ​ຂອງ​ສອງ​ປະ­ເທດ ຈົ່ງ​ໝັ້ນ­ຄົງ​ທະ​ນົງ​ແກ່ນ ແລະ ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

error: Content is protected !!