ສະພາປະຊາຊົນ ນວ ລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂົງເຂດ ຖວທ ນວ

  ກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ມີທ່່ານ ນາງ ຄຳຟອງ ພູມວົງໄຊ ຮອງປະທານສະພາປະຊາຊົນ ນວ ແລະ ທ່ານນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ໄດ້ລົງເຄື່ອນໄຫວຕິດຕາມກວດກາແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດວຽກງານຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໃນວັນທີ 15 ກັນຍາ 2020 ໂດຍການຕ້ອນຮັບຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຫົວໜ້າຫ້ອງການ ຂະແໜງການ ກອງວິຊາການ ແລະ ຫົວໜ້າຫ້ອງການ ຖວທ 9 ຕົວເມືອງເຂົ້າຮ່ວມ.

    ໃນການລົງເຄື່ອນໄຫວຄັ້ງນີ້ ທາງສະພາປະຊາຊົນ ນວ ໄດ້ແນໃສ່ລົງກວດກາແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດວຽກງານຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຖວທ ນວໂດຍສະເພາະ ໄດ້ເນັ້ນໃສ່ຄຳຖາມເຈາະຈີ້ມທີ່ປະຊາຊົນໄດ້ສະເໜີຜ່ານສະພາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຖວທ ນວ ເປັນຕົ້ນ ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນ 5 ປີຜ່ານມາ ການຈັດຕັ້ງປະຕິບັດແຈ້ງການຂອງນາຍົກລັດຖະມົນຕີ ໃນການສືບຕໍ່ປິດກິດຈະການຮ້ານບັນເທີງ ຄາຣາໂອເກະ ແລະ ຮ້ານແກມ ພ້ອມທັງສະພາບການທ່ອງທ່ຽວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!