ຫຼັກຖານຄືສິ່ງຢັ້ງຢືນວ່າໃຜລະເມີດ

ຫຼັກ​ຖານ​ທີ່​ເກີດ​ມາ​ຈາກ​ການ​ປອມ​ແປງ ມີ​ຄວາມ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ໃຫ້­ການ​ເທັດ​ກໍ​ມີ​ຄວາມ​ຜິດ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ຢາກ​ໄດ້​ດິນ​ຂອງ​ຄົນ​ອື່ນ​ມາ​ເປັນ​ກຳ­ມະ­ສິດ​ຂອງ​ຕົນ ຢາກ​ໄດ້​ຊັບ​ຂອງ​ຄົນ​ອື່ນ​ມາ​ເປັນ​ກຳ­ມະ­ສິດ​ຂອງ​ຕົນ ຢາກ​ສໍ້​ໂກງ​ຢາກ​ຍັກ​ຍອກ​ຊັບ​ຂອງ​ຄົນ​ອື່ນ​ມາ​ເປັນ​ຂອງ​ຕົນ​ໄດ້ ກ່ອນ​ອື່ນ​ໝົດ​ຕ້ອງ​ນຳ​ຫຼັກ​ຖານ ເພື່ອ​ມາ​ຢັ້ງ­ຢືນ​ວ່າ​ຊັບ​ນັ້ນ ສິ່ງ​ຂອງ​ນັ້ນ​ເປັນ​ຂອງ​ຕົນ​ຢ່າງ​ແທ້​ຈິງ​ບໍ່ ? ຫຼື ນຳ​ມາ​ເພື່ອ​ຢັ້ງ­ຢືນ​ວ່າ​ຕົນ​ເອງ​ເປັນ​ເຈົ້າ​ກຳ­ມະ­ສິດ​ໃນ​ຊັບ​ສິ່ງ​ຂອງ​ນັ້ນ​ແທ້ ຫຼື ບໍ່ ? ສະ­ນັ້ນ ຈຶ່ງ​ຖື​ວ່າ​ຫຼັກ​ຖານ​ເປັນ​ສິ່ງ​ສຳ­ຄັນ ຊຶ່ງ​ຄຳ​ເວົ້າ​ຂອງ​ບັນ­ພະ­ບຸ­ລຸດ​ລາວ​ໄດ້​ກ່າວ​ໄວ້​ວ່າ  ສິບ​ປາກ​ເວົ້າ​ບໍ່​ທໍ່​ຕາ​ເຫັນ ສິບ​ຕາ​ເຫັນ​ບໍ່​ທໍ່​ມື​ໄດ້​ບາຍ ໂດຍ​ສະ­ເພາະ ໃນ​ຂະ​ບວນ​ຂອງ​ການ​ດຳ­ເນີນ​ຄະ­ດີ​ບໍ່​ວ່າ​ຄະ­ດີ​ອາ­ຍາ ກໍ​ຄື ຄະ­ດີ​ແພ່ງ ຫຼັກ​ຖານ​ຍິ່ງ​ມີ​ຄວາມ​ສຳ­ຄັນ.

ຫຼັກ​ຖານ ໝາຍ​ເຖິງ​ຂໍ້​ມູນ​ອ້າງ​ອີງ ທີ່​ຄູ່​ຄວາມ ບຸກ­ຄົນ​ທີ່​ສາມ ຫຼື ສານ​ເປັນ​ຜູ້​ປະ­ກອບ ແລະ ເກັບ​ກຳ­ມາ​ເພື່ອ​ຢັ້ງ­ຢືນ​ໃຫ້​ແກ່​ການ​ຮ້ອງ​ຟ້ອງ ຫຼື ຮ້ອງ​ຂໍ​ການ​ແກ້​ຟ້ອງ ຫຼື ການ​ຟ້ອງ​ແຍ່ງ​ຂອງ​ຄູ່​ຄວາມ ເພື່ອ​ໃຫ້​ສານ​ພິ­ຈາ­ລະ­ນາ ທັງ​ເປັນ​ສິ່ງ​ທີ່​ໃຊ້​ເພື່ອ​ກຳ­ນົດ​ສິ່ງ​ໃດ​ສິ່ງ​ໜຶ່ງ ທີ່​ມີ​ຄວາມ​ຈິງ​ທາງ​ດ້ານ​ກົດ­ໝາຍ ບົນ​ພື້ນ­ຖານ​ການ​ຕີ​ລາ­ຄາ​ຫຼັກ​ຖານ​ຢ່າງ​ຮອບ​ຄອບ ແລະ ເດັດ­ຂາດ​ຂອງ​ຜູ້​ພິ­ພາກ­ສາ​ທີ່​ຮັບ­ຜິດ­ຊອບ​ຄົ້ນ­ຄວ້າ​ຄະ­ດີ ສຳ­ລັບ​ຫຼັກ​ຖານ​ໃນ​ຄະ­ດີ​ແພ່ງ ແມ່ນ​ບັນ­ດາ​ແຫຼ່ງ​ຂໍ້​ມູນ​ເປັນ­ຕົ້ນ ແມ່ນ​ວັດ­ຖຸ ເອ­ກະ­ສານ ຄຳ​ໃຫ້­ການ​ທີ່​ພົວ­ພັນ​ກັບ​ຄະ­ດີ ຊຶ່ງ​ຄູ່​ຄວາມ ບຸກ­ຄົນ​ທີ​ສາມ​ນຳ​ມາ​ຍື່ນ​ຕໍ່​ສານ ຫຼື ສານ​ເກັບ​ກຳ­ມາ ເພື່ອ​ຊ່ວຍ​ໃຫ້​ສານ​ສາ­ມາດ​ກຳ­ນົດ​ເຫດ­ການ​ທີ່​ພາ­ໃຫ້​ມີ​ການ​ຮ້ອງ​ຟ້ອງ ຫຼື ຮ້ອງ​ຂໍ ການ​ແກ້​ຟ້ອງ ຫຼື ການ​ຟ້ອງ​ແຍ່ງ ແລະ ເຫດ­ການ​ອື່ນ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ສານ ໃນ​ການ​ຕັດ­ສິນ​ຄະ­ດີ​ຢ່າງ​ຖືກ­ຕ້ອງ.

ຫຼັກ​ຖານ ມີ​ບົດ­ບາດ​ສຳ­ຄັນ​ໃນ​ຂັ້ນ​ຕອນ​ການ​ດຳ­ເນີນ​ຄະ­ດີ ເພື່ອ​ຊອກ​ຫາ​ຄວາມ​ຈິງ​ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ຕັດ​ສີນ​ຄະ­ດີ​ຂອງ​ສານ ທັງ​ນີ້​ກໍ​ເພື່ອ​ຮັບ­ປະ­ກັນ​ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄູ່​ຄວາມ ຮັບ­ປະ­ກັນ​ໃຫ້­ການ​ດຳ­ເນີນ​ຄະ­ດີ​ຂອງ​ສານ​ດຳ­ເນີນ​ໄປ​ຢ່າງ​ຄົບ​ຖ້ວນ ຮອບ­ດ້ານ ແລະ ພາ­ວະ​ວິ­ໄສ ຄູ່​ຄວາມ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຫາກ​ຂາດ​ຫຼັກ​ຖານ​ຢັ້ງ­ຢືນ ເພື່ອ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນ ຈະ​ເປັນ​ຜົນ​ສະ­ທ້ອນ​ໃຫ້​ຕົນ​ເອງ​ກາຍ­ເປັນ​ຝ່າຍ​ເສຍ ປຽບ ໃນ​ການ​ຕໍ່­ສູ້​ຄະ­ດີ​ຢູ່​ສານ ສະ­ນັ້ນ ຫຼັກ​ຖານ​ຈຶ່ງ​ເປັນ​ກະ­ແຈ​ສຳ­ຄັນ​ໃນ​ການ​ໄຂ​ເພື່ອ​ຊອກ​ຫາ​ຄວາມ​ຈິງ​ຂອງ​ຂໍ້​ຂັດ​ແຍ່ງ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ກໍ​ອ້າງ​ວ່າ​ຕົນ​ເອງ​ເປັນ​ຜູ້​ມີ​ສິດ ທັງ​ເປັນ​ການ​ພິ­ສູດ​ເຖິງ​ຄວາມ​ໂປ່ງ​ໃສ​ຂອງ​ຄູ່​ຄວາມ ສາ­ມາດ​ເຮັດ​ໃຫ້­ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ທີ່​ເກີດ​ຂຶ້ນ​ລະ­ຫວ່າງ​ຄູ່​ຄວາມ​ຈົບ​ລົງ​ໂດຍ​ໄວ ແລະ ທັງ​ເປັນ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ສັງ­ຄົມ​ໃນ​ການ​ພິ­ຈາ­ລະ­ນາ​ຕັດ​ສີນ​ຄະ­ດີ​ຂອງ​ສານ ຕົວ­ຢ່າງ ຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ລະ­ຫວ່າງ​ທ້າວ ຫຍາບ ກັບ ນາງ ຍໍ​ກ່ຽວ​ກັບ​ທີ່​ດິນ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ພາຍ­ຫລັງ​ທີ່​ທ້າວ ຫຍາບ ຖົມ​ດິນ​ໃໝ່ ກໍ​ເອົາ​ຫຼັກ​ໝາຍ​ອອກ​ແລ້ວ ຍັບ​ຫຼັກ​ໝາຍ​ໄປ​ຝັງ​ເຂົ້າ​ໄປ​ກວມ​ເອົາ​ດິນ​ຂອງ ນາງ ຍໍ ເມື່ອ​ນາງ ຍໍ ເຫັນ​ກໍ​ໄດ້​ແຈ້ງ​ໃຫ້ ທ້າວ ຫຍາບ ເອົາ​ຫຼັກ​ໝາຍ​ດັ່ງ­ກ່າວ​ອອກ​ໄປ​ຝັງ​ໄວ້​ບ່ອນ​ເກົ່າ ແຕ່ ທ້າວ ຫຍາບ ບໍ່​ຍອມ​ເຮັດ ຈຶ່ງ​ເກີດ​ຂໍ້​ຂັດ​ແຍ່ງ​ກັນ​ກັນ​ຂຶ້ນ​ຮອດ​ສານ ຍ້ອນ​ວ່າ ຖ້າ​ຢາກ​ໄດ້​ໃຫ້​ໄປ​ຟ້ອງ​ເອົາ​ຢູ່​ສານ​ພຸ້ນ.

ສິ່ງ​ທີ່ ທ້າວ ຫຍາບ ແລະ ນາງ ຍໍ​ຕ້ອງ​ເອົາ​ໄປ​ໃຫ້​ສານ ເພື່ອ​ອ້າງ​ອີງ​ກຳ​ມະ​ສີດ​ຂອງ​ຕົນ ກໍ​ຄື ໃບ​ຕາ­ດິນ ຊຶ່ງ​ໃບ​ຕາ­ດິນ​ໄດ້​ກຳ­ນົດ​ແຈ້ງ​ກ່ຽວ​ກັບ​ລວງ​ຍາວ ລວງ​ກວ້າງ​ຂອງ​ດິນ ແລະ ເນື້ອ­ທີ່​ດິນ​ທັງ​ໝົດ ຊຶ່ງ​ແຕ່­ລະ­ຄົນ​ຍ່ອມ​ຮູ້​ແກ່​ໃຈ​ຕົນ​ເອງ​ຢູ່​ແລ້ວ​ວ່າ ແຕ່​ຍ້ອນ​ວ່າ​ທ້າວ ຫຍາບ ບໍ່​ຍອມ­ຮັບ​ຮູ້​ເນື້ອ­ທີ່​ດິນ​ທີ່­ແທ້​ຈິງ​ຂອງ​ຕົນ​ເອງ ຈຶ່ງ​ຍັບ​ອອກ​ເພື່ອ​ສ້າງ​ຂໍ້​ຂັດ​ແຍ່ງ​ຂຶ້ນ​ມາ ຕາມ​ທຳ​ມະ​ດາ​ແລ້ວ​ແຕ່­ລະ­ຄົນ​ກໍ​ມີ​ໃບ​ຕາ­ດິນ​ຂອງ​ຕົນ​ເອງ ຖ້າ​ຕ່າງ​ຝ່າຍ​ຕ່າງ​ຮັບ​ຮູ້​ວ່າ​ສິດ​ໃນ​ກຳ­ມະ­ສິດ​ຂອງ​ຕົນ​ມີ​ເນື້ອ­ທີ່​ເລິກ​ໜາ ກວ້າງ​ແຄບ​ສ່ຳ​ໃດ ກໍ​ບໍ່​ຈຳ­ເປັນ​ຈະ​ໄປ​ກວ້ານ​ໄປ​ສານ​ໃຫ້​ມັນ​ເສຍ​ເວ­ລາ ເສຍ​ຄວາມ​ຮັກ​ຄວາມ​ແພງ​ກັນ​ຊ້ຳ​ດອກ ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ​ຫາກ​ນຳ​ໃຊ້​ຖືກ​ກໍ​ເກີດ​ປະ­ໂຫຍດ​ຫຼວງ­ຫຼາຍ ແຕ່​ຫາກ​ນຳ​ໃຊ້​ຜິດ​ກໍ​ເກີດ​ຄວາມ​ບາດ­ໝາງ​ຕໍ່​ກັນ ແລະ ກັນ.

error: Content is protected !!