ພູມແພ້ ຕົ້ນເຫດຂອງຂອບຕາດຳ

ຄົນ​ທີ່​ເປັນ​ໂລກ​ພູມ​ແພ້ ມັກ​ຈະ​ມີ​ຂອບ​ຕາ​ດຳ​ຄ້ຳ ທັງໆ​ທີ່​ເຮົາ​ກໍ​ພັກ­ຜ່ອນ​ຢ່າງ​ເຕັມ­ທີ່ ຫຼາຍ​ຄົນ​ບອກ​ວ່າ ທາ​ຄີມ ຫຼື​ທາ​ທຣີດ​ເມັນ​ເທົ່າ­ໃດ​ກໍ​ບໍ່​ເຊົາ ແມ່ນ​ລະ ເພາະ​ນັ້ນ​ບໍ່​ແມ່ນ​ການ​ປິ່ນ­ປົວ​ທີ່​ຖືກ­ຕ້ອງ ທີ່​ຈິງ​ແລ້ວ ອາ­ການ​ຂອບ​ຕາ​ດຳ​ຊ້ຳ​ທີ່​ເກີດ​ຈາກ​ໂລກ​ພູມ​ແພ້ ມີ​ວິ­ທີ​ປິ່ນ­ປົວ​ອາ­ການ​ໃຫ້​ຫຼຸດ​ໜ້ອຍ​ລົງ​ໄດ້ ໂດຍ​ປິ່ນ­ປົວ​ຈາກ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ເກິດ​ໂລກ​ພູມ​ແພ້ ນີ້​ຄື​ວິ­ທີ​ທີ່​ໄດ້­ຜົນ​ຫຼາຍ​ທີ່​ສຸດ.

ສາ­ເຫດ​ສຳ­ຄັນ​ຂອງ​ອາ­ການ​ຂອບ​ຕາ​ລຸ່ມ​ດຳ (allergic shiner) ເກີດ​ຈາກ​ການ​ທີ່​ໂພງ​ດັງ​ບວມ​ມາ​ດົນ​ນານ ເພາະ​ມີ​ຫຼອດ​ເລືອດ​ຝອຍ​ຄັ່ງ​ຢູ່​ບໍ­ລິ­ເວນ​ໂພງ​ດັງ ຈຶ່ງ​ເຮັດ​ໃຫ້​ເກີດ​ຮອຍ​ດຳ​ໃຕ້​ຕາ​ໄດ້ ບາງ​ຄົນ​ມີ​ອາ­ການ​ຄັນ​ຫົວ​ຕາ ໂດຍ​ບໍ່​ມີ​ອາ­ການ​ແດງ ເພາະ​ມັນ​ເກີດ​ຈາກ​ການ​ທີ່​ເຍື່ອ​ດັງ​ບວມ​ຫຼາຍ ເຮັດ​ໃຫ້​ທໍ່​ນ້ຳ​ຕາ​ທີ່­ຢູ່​ຕິດ​ກັນ​ອັກ­ເສບ ແລ້ວ​ເກີດ​ອາ­ການ​ຄັນ​ຫຼາຍ​ທີ່​ຫົວ​ຕາ.

ວິ­ທີ​ການ​ປິ່ນ­ປົວ

ຢ່າງ​ທຳ​ອິດ​ເລີຍ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ປັດ​ໄຈ​ທີ່​ເຮັດ​ໃຫ້​ເຮົາ​ເກີດ​ອາ­ການ​ແພ້ ເຊັ່ນ ຝຸ່ນ ແມງ​ສາບ ເຊື້ອ​ລາ ລັງ​ແຄ​ຂອງ​ສັດ­ລ້ຽງ ລະ­ອອງ​ກະ­ເສດ ເປັນ­ຕົ້ນ ສ່ວນ​ການ​ປິ່ນ­ປົວ​ໂລກ​ພູມ​ແພ້​ອື່ນໆ ມີ​ດັ່ງ­ນີ້:

1. ຢາ​ກຸ່ມ Antihistamine and Decongestants (Decongestants ຄື​ຢາ​ທີ່​ຊ່ວຍ​ຫຼຸດ​ອາ­ການ​ບວມ​ຂອງ​ເຍື່ອ​ໂພງ​ດັງ) ເຊັ່ນ Pseudoephridine ສ່ວນ (Antihistamine ຄື​ຢາ​ທີ່​ຊ່ວຍ​ຫຼຸດ​ອາ­ການ​ແພ້ ຫຼື ມີ​ນ້ຳ​ມູກ ຫຼື​ຄັນ​ຕາມ​ເຍື່ອ​ບຸ​ຕ່າງໆ) ເຊັ່ນ Chlorpheniramine Brompheniramine Loratadine Fexofenadrine ເປັນ­ຕົ້ນ.

2. ຢາ​ພົ່ນ​ດັງ (Nasal Spray) ເຊັ່ນ Steroid Spray ຊຶ່ງ​ມັກ​ຈະ​ໄດ້­ຜົນ​ດີ ຈົນ​ໃນ​ທີ່​ສຸດ​ເຮົາ​ຈະ​ສາ­ມາດ​ຢຸດ​ຢາ​ກິນ​ໃນ​ກຸ່ມ Antihistamine and Decongestants ໄດ້ ແຕ່​ຢາ​ກຸ່ມ​ນີ້​ມັກ​ຈະ​ບໍ່​ເຫັນ​ຜົນ​ທັນ­ທີ​ທີ່​ໃຊ້ ອາດ​ຈະ​ຈຳ­ເປັນ​ຕ້ອງ​ລໍ­ຖ້າ​ເບິ່ງ​ຜົນ 1-2 ອາ­ທິດ​ຫຼັງ​ຈາກ​ເລີ່ມ​ໃຊ້ ຖ້າ​ຄົນ​ໄຂ້​ມີ​ອາ­ການ​ບວມ​ທີ່​ໂພງ​ດັງ ຫຼື​ມີ​ອາ­ການ​ທາງ​ດັງ​ຂ້ອນ​ຂ້າງ​ຫຼາຍ ອາດ​ຈະ​ຈຳ­ເປັນ​ຕ້ອງ​ໃຊ້​ຢາ​ກຸ່ມ Corticosteroids ຊະ­ນິດ​ກິນ​ໃນ​ໄລ­ຍະ​ສັ້ນໆ ນຳ­ໄປ​ກ່ອນ​ກໍ​ໄດ້­ຜົນ​ດີ​ຍິ່ງ​ຂຶ້ນ.

3. ການ​ປິ່ນ­ປົວ​ດ້ວຍ​ວິ­ທີ​ທາງ​ອິມ​ມູນ (Immunotherapy ຫຼື Allergic Shot) ຄື ການ​ສີດ​ສານ​ທີ່​ຜູ້​ປ່ວຍ​ທີ່​ມີ​ອາ­ການ​ແພ້​ໃນ​ປະ­ລິ­ມານ​ນ້ອຍໆ ແລ້ວ​ເພີ່ມ​ປະ­ລິ­ມານ​ຫຼາຍ​ຂຶ້ນ​ເລື້ອຍໆ ເຂົ້າ​ສູ່​ຮ່າງ­ກາຍ​ຜູ້​ປ່ວຍ ສົ່ງ​ຜົນ​ໃຫ້​ຮ່າງ­ກາຍ​ຂອງ​ຜູ້​ປ່ວຍ​ມີ​ຄວາມ​ໄວ​ຕໍ່​ສານ​ແພ້​ນັ້ນໆ​ໜ້ອຍ​ລົງ ແລະ ຊ່ວຍ​ເພີ່ມ​ປະ­ລິ­ມານ​ຂອງ Antibody (ທີ່​ບໍ່​ແມ່ນ​ຕົວ​ທີ່​ກໍ່​ຂະ​ບວນ​ການ​ຂອງ​ພູມ​ແພ້) ທີ່​ຈະ​ໄປ​ແກ່ງ​ແຍ້ງ​ຈັບ​ກັບ​ສານ​ແພ້ ເມື່ອ​ສານ​ແພ້​ເຂົ້າ​ສູ່​ຮ່າງ­ກາຍ ເຮັດ​ໃຫ້​ເກີດ​ປະ­ຕິ­ກິ­ລິ­ຍາ​ການ​ແພ້​ໜ້ອຍ​ລົງ ໃນ​ອະ­ນາ­ຄົດ ກ່ອນ​ເລີ່ມ​ການ​ປິ່ນ­ປົວ​ວິ­ທີ​ນີ້ ແພດ​ຈະ​ດຳ­ເນີນ​ການ​ກວດ​ທັງ Skin Test ແລະ ການ​ກວດ​ເລືອດ​ເພື່ອ​ຫາ​ສິ່ງ​ທີ່​ຜູ້​ປ່ວຍ​ແພ້ ຫຼື​ຕົວ​ກະ​ຕຸ້ນ​ໂລກ​ພູມ​ແພ້​ຂອງ​ຜູ້​ປ່ວຍ​ທີ່​ຈຳ­ເພາະ​ເຈາະ​ຈົງ​ກ່ອນ.

ແນ່­ນອນ​ວ່າ ອາ­ການ​ຂອບ​ຕາ​ດຳ​ຄ້ຳ​ບໍ່​ໄດ້​ເກີດ​ພຽງ​ແຕ່​ກັບ​ຄົນ​ທີ່​ເປັນ​ໂລກ​ພູມ​ແພ້​ເທົ່າ​ນັ້ນ ແຕ່​ຈະ​ເກີດ​ຂຶ້ນ​ກັບ​ທຸກໆ ຄົນ​ທີ່​ອົດ​ນອນ ພັກ­ຜ່ອນ​ໜ້ອຍ ແຕ່​ສາ­ມາດ​ປິ່ນ­ປົວ​ໄດ້​ງ່າຍໆ ໂດຍ​ການ​ນອນ​ພັກ­ຜ່ອນ​ໃຫ້​ພຽງ­ພໍ​ນັ້ນ​ເອງ.

error: Content is protected !!