ເຢຍລະມັນ ສະໜອງອຸປະກອນທາງວິທະຍາສາດໃຫ້ແກ່ ຄມສ

ປະ­ເທດ​ເຢຍ​ລະ​ມັນ ແມ່ນ​ຄູ່​ຮ່ວມ​ງານ​ດ້ານ​ການ​ສະ­ໜອງ​ທຶນ­ຮອນ​ໃນ​ເມື່ອ​ກ່ອນ​ຂອງ​ຄະ­ນະ​ກຳ­ມາ​ທິ​ການ​ແມ່­ນ້ຳ​ຂອງ​ສາ­ກົນ (ຄມສ) ນັບ​ຕັ້ງ­ແຕ່​ໄດ້​ສ້າງ­ຕັ້ງ​ຂື້ນ​ໃນ​ປີ 1995 ເຊີ່ງ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ເຕັກ­ນິກ ແລະ ການ​ເງິນ​ທັງ​ໝົດ​ແກ່ (ຄມສ) ທີ່​ມີ​ມູນ​ຄ່າ​ເກືອບ 50 ລ້ານ​ເອີ​ໂຣ ປະ­ມານ 540 ຕື້​ກວ່າ​ກີບ. ໃນ​ໄລ­ຍະ 25 ປີ­ຜ່ານ­ມາ ການ​ສະ­ໜັບ­ສະ­ໜູນ​ຂອງ​ເຢຍ​ລະ​ມັນ​ໄດ້​ຊ່ວຍ​ໃຫ້ (ຄມສ) ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ​ຍຸດ​ທະ​ສາດ​ຕ່າງໆ ລວມ​ທັງ​ການ​ປະ­ຕິ​ຮູບ​ສະ​ຖາ​ບັນ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ໄຟ­ຟ້າ​ນ້ຳ­ຕົກ​ແບບ​ຍືນ​ຍົງ ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ​ແບບ​ປະ­ສົມ​ປະ­ສານ ການ​ບັນ­ເທົາ​ໄພ​ນ້ຳ​ຖ້ວມ ແລະ ການ​ຕອບ​ໂຕ້​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ​ນຳ​ອີກ.

ວັນ​ທີ 15 ກັນ­ຍາ 2020 ລັດ­ຖະ­ບານ​ເຢຍ​ລະ​ມັນ​ໄດ້​ສະ­ໜອງ​ອຸ­ປະ­ກອນ​ໃຫ້​ແກ່ ຄມສ ເພື່ອ​ຕິດ­ຕາມ​ຜົນ​ກະ­ທົບ​ດ້ານ​ສິ່ງ­ແວ­ດລ້ອມ ຂ້າມ​ຜ່ານ​ຊາຍ​ແດນ​ຈາກ​ສອງ​ເຂື່ອນ​ຢູ່​ເທິງ​ແມ່­ນ້ຳ​ຂອງ​ຕອນ​ລຸ່ມ ອຸ­ປະ­ກອນ​ດັ່ງ­ກ່າວ​ມີ​ມູນ​ຄ່າ​ປະ­ມານ 6 ລ້ານ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 54 ຕື້​ກວ່າ​ກີບ ສຳ­ລັບ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ພະ­ລັງ​ນ້ຳ​ຕາມ​ລຳ​ແມ່­ນ້ຳ​ຂອງ (JEM) ເຊິ່ງ​ເປັນ​ໂຄງ­ການ​ສອງ​ປີ (2020 – 2021) ອຸ­ປະ­ກອນ​ທີ່​ມອບ ປະ­ກອບ​ມີ​ເຄື່ອງ­ມື​ກວດ​ສອບ​ການ​ຕົກ​ຕະ​ກອນ ແລະ ການ​ໄຫຼ ກ້ອງ­ຈຸ­ລະ­ທັດ ເຄື່ອງ​ກວດ​ຄຸນ​ນະ​ພາບ​ນ້ຳ ເຄື່ອງ­ມື​ວັດ­ແທກ ຄໍ​ລໍ​ຟິວ ແລະ ໄຊ​ຍາ​ໂນ​ແບັກ​ທີ​ເຣຍ​ໃນ​ນ້ຳ ເຄື່ອງ­ມື​ໃສ່​ກັບ​ດັກ​ປາ ອຸ­ປະ­ກອນ (GPS) ແລະ ເຮືອ​ໄວ.

ເຂົ້າ​ຮ່ວມ​ພິ­ທີ​ມອບ​ຄັ້ງ​ນີ້ ມີ​ທ່ານ Jens Lütkenherm ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຢຍ​ລະ​ມັນ​ປະ­ຈຳ ສປປ ລາວ ທ່ານ ອັນ​ພິ​ສ ຮັດ​ດະ ຫົວ­ໜ້າ​ກອງ​ເລ­ຂາ ຄມສ ມີ​ກອງ​ເລ­ຂາ​ຄະ­ນະ​ກຳ­ມະ­ການ​ແມ່­ນ້ຳ​ຂອງ​ແຫ່ງ​ຊາດ​ລາວ ແຂກ​ຖືກ​ເຊີນ ແລະ ພາກ­ສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ Jens Lütkenherm ກ່າວ​ວ່າ: ໃນ​ຂະ­ນະ​ທີ່​ເຢຍ​ລະ​ມັນ​ຍອມ­ຮັບ​ວ່າ ການ​ພັດ­ທະ­ນາ​ພະ­ລັງ­ງານ​ໄຟ­ຟ້າ​ນ້ຳ­ຕົກ ສາ­ມາດ​ຕອບ​ສະ­ໜອງ​ທ່າ­ແຮງ​ສູງ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ ແຕ່​ມັນ​ກໍ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຜົນ​ກະ­ທົບ​ຂ້າມ​ຜ່ານ​ຊາຍ​ແດນ ທີ່​ມີ​ຜົນ​ກະ­ທົບ​ທາງ​ລົບ​ຕໍ່​ສິ່ງ­ແວ­ດລ້ອມ ແລະ ເສດ­ຖະ­ກິດ-ສັງ­ຄົມ ແລະ ຊິ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ການ​ສະ­ໜັບ­ສະ­ໜູນ ຄມສ ໃນ​ການ​ຕິດ­ຕາມ​ຜົນ​ກະ­ທົບ​ຈາກ​ເຂື່ອນ​ໄຊ​ຍະ​ບູ​ລີ ແລະ ເຂື່ອນ​ດອນ​ສະ​ໂຮງ ແລະ ແນະ­ນຳ​ໃຫ້​ລັດ­ຖະ­ບານ 4 ປະ­ເທດ​ໃຊ້​ມາດ​ຕະ­ການ​ຕ່າງໆ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ທາງ​ລົບ​ຕໍ່​ສິ່ງ­ແວ­ດລ້ອມ​ຂ້າມ​ຜ່ານ​ຊາຍ​ແດນ.

ທ່ານ ອັນ​ພິ​ສ ຮັດ​ດະ ໄດ້​ກ່າວ​ວ່າ: ດ້ວຍ​ອຸ­ປະ­ກອນ​ທີ່​ທາງ​ເຢຍ​ລະ​ມັນ​ໄດ້​ສະ­ໜອງ​ໃນ​ຄັ້ງ​ນີ້ ພວກ​ເຮົາ​ຈະ​ສາ­ມາດ​ເກັບ​ກຳ​ຂໍ້​ມູນ​ທີ່​ສຳ­ຄັນ ເພື່ອ​ແຈ້ງ​ໃຫ້​ພວກ​ເຮົາ​ຮູ້​ກ່ຽວ​ກັບ​ປະ­ສິດ­ທິ­ພາບ​ຂອງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຂອງ​ເຂື່ອນ ລວມ​ທັງ​ທາງ​ຜ່ານ​ຂອງ​ປາ ແລະ ປະ­ຕູ​ໄຫຼ​ຕະ​ກອນ ນີ້​ແມ່ນ​ບາດ­ກ້າວ​ທຳ​ອິດ ແຕ່​ສຳ­ຄັນ​ສຳ­ລັບ​ພວກ​ເຮົາ​ໃນ​ການ​ກຳ­ນົດ​ການ​ດຳ­ເນີນ​ຄຸ້ມ​ຄອງ​ປັບ​ຕົວ​ໃນ​ທາງ​ປະ­ຕິ­ບັດ ແລະ ມາດ​ຕະ­ການ​ຫຼຸດ­ຜ່ອນ​ໃນ​ເບື້ອງ​ຕົ້ນ ເຊິ່ງ​ໃນ​ທີ່​ສຸດ​ກໍ​ສາ­ມາດ​ຊ່ວຍ​ແກ້​ໄຂ​ຜົນ​ກະ­ທົບ​ທີ່​ອາດ​ເກີດ​ຂື້ນ​ຈາກ​ສອງ​ເຂື່ອນ.

error: Content is protected !!