ພາກພື້ນ ຮ່ວມປຶກສາຫາລືກ່ຽວກັບການລຶບລ້າງການແຕ່ງງານຂອງເດັກກ່ອນໄວ ແລະ ການບັງຄັບເດັກແຕ່ງງານ

    ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ທິບພະສອນ ສຸຂະທໍາມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ທັງເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ສະຫວັດດີການ-ສັງຄົມ ແລະ ການພັດທະນາອາຊຽນ ໄລຍະ 2019-2020 ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລືພາກພື້ນແບບທາງໄກ ຄັ້ງທີ 2 ກ່ຽວກັບການລຶບລ້າງການແຕ່ງງານຂອງເດັກກ່ອນໄວ ແລະ ການບັງຄັບເດັກແຕ່ງງານໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເປັນເຈົ້າການຂອງກອງເລຂາອາຊຽນ. 

    ກອງປະຊຸມຄັ້ງນີ້ ກ່າວເປີດໂດຍແມ່ນທ່ານ H.E. Dato Lim Jock Hoi ເລຂາທິການໃຫ່ຍອາຊຽນ ໂດຍມີບັນດາຄະນະກໍາມະການປົກປ້ອງສົ່ງເສີມສິດທິແມ່ຍິງ ແລະ ເດັກນ້ອຍອາຊຽນ ACWC ອົງການ UNICEF ອົງການ UNFPA ແລະ ອົງການ Plan International ມີບັນດາຜູ້ຕາງໜ້າຈາກຄະນະກໍາມະການປົກປົກປ້ອງ ແລະ ສົ່ງເສີມແມ່ຍິງ ແລະ ເດັກອາຊຽນ ACWC ເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ SOMSWD ແລະ ບັນດາເຈົ້າໜ້າທີ່ອາວຸໂສຂະແໜງການກ່ຽວຂ້ອງຂອງອາຊຽນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກອງປະຊຸມໄດ້ພ້ອມກັນປຶກສາຫາລືຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການລຶບລ້າງການແຕ່ງງານຂອງເດັກກ່ອນໄວ ແລະ ການບັງຄັບເດັກແຕ່ງງານ ແລະ ປຶກສາຫາລືການຈັດຕັ້ງປະຕິບັດ ແລະ ວິທີການໃນການແກ້ໄຂບັນຫາເພື່ອປ້ອງກັນ ຫຼຸດຜ່ອນ ແລະ ລຶບລ້າງການແຕ່ງງານຂອງເດັກກ່ອນໄວ ແລະ ການບັງຄັບເດັກແຕ່ງງານ ເຊິ່ງເປັນສິ່ງທີ່ດີ ໃນການສົ່ງເສີມ ແລະ ປົກປ້ອງເດັກໃນພາກພື້ນອາຊຽນ ກໍຄື ສປປ ລາວ ເພື່ອແນໃສ່ໃຫ້ແມ່ຍິງ ແລະ ເດັກ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ໂດຍສະເພາະແມ່ນສິດໃນການດຳລົງຊີວິດທີມີກຽດສັກສີໃນສັງຄົມ ແລະ ຮັບການພັດທະນາຢ່າງຮອບດ້ານ ປາສະຈາກຄວາມຮຸນແຮງ ແລະ ການຂູດຮີດ.

 # ຂ່າວ & ພາບ: ເພັດສະໝອນ

error: Content is protected !!