ໂຮງຮຽນນິຣະດາ ຈອມເພັດ ໃສ່ຊື່ໃໝ່ ເປັນໂຮງຮຽນ ວິຣະຖາວອນ

    ພິທີເປີດປ້າຍໂຮງຮຽນ ວີຣະຖາວອນ ແລະ ສະຫຼຸບຜົນການຮຽນ-ການສອນ ສົກຮຽນ 2019-2020 ແລະ ໄຂສົກຮຽນໃໝ່ 2020-2021 ຈັດຂຶ້ນວັນທີ 15 ກັນຍາ 2020 ທີ່ໂຮງຮຽນດັ່ງກ່າວ ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກີລາ ນວ ທ່ານ ທິນນະກອນ ທອງຄຳ ຮອງເຈົ້າເມືອງສີສັດຕະນາກ ທ່ານນາງ ອາລຸນີ ຣາຊະພົນ ທີ່ປຶກສາກິດຕິມະສັກໂຮງຮຽນນີຣະດາ ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງສີສັດຕະນາກ ທ່ານປະທານສະມາຄົມການສຶກສາພາກເອກະຊົນ ແຂກຖືກເຊີນ ຄະນະຜູ້ບໍລິຫານໂຮງຮຽນ ພະນັກງານຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

    ທ່ານນາງ ນີລາວັນ ວິຣະຖາວອນ ຜູ້ອຳນວຍການໂຮງຮຽນ ວິຣະຖາວອນ ໄດ້ແຈ້ງໃຫ້ຊາບວ່າ: ໂຮງຮຽນຂອງພວກເຮົາ ເລີ່ມສ້າງຕັ້ງຂຶ້ນໃນປີ 2005 ໃສ່ຊື່ວ່າ: ໂຮງຮຽນ ນີຣະດາ ຈອມເພັດ ຕະຫຼອດໄລຍະ 15 ປີ ເອົາໃຈໃສ່ພັດທະນາການຮຽນ-ການສອນ ຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ ສ້າງນັກຮຽນເກ່ງໃນລະດັບນະຄອນຫຼວງ ແລະ ລະດັບຊາດຕິດຕໍ່ກັນຫຼາຍສົກ ຮຽນ ການປ່ຽນຊື່ ແລະ ເຄື່ອງໝາຍໃນຄັ້ງນີ້ ເພື່ອບໍ່ໃຫ້ສັງຄົມເກີດຄວາມສັບສົນ ທີ່ຕັ້ງສະຖານທີ່ການພົວພັນວຽກຕ່າງໆ ຄືຜ່ານມາ ເພື່ອເຮັດໃຫ້ເກີດຄວາມຊັດເຈນ ຈຶ່ງໄດ້ຕັດສິນໃຈປ່ຽນຊື່ ຈາກໂຮງຮຽນ ນິຣະດາ ຈອມເພັດ ມາເປັນ ໂຮງຮຽນ ວິຣະຖາວອນ ເຖິງແນວໃດກໍຕາມ ພາຍໃຕ້ໃບໜ້າໃໝ່ ທາງໂຮງຮຽນຂອງພວກເຮົາຍັງຄົງຮັກສາໄວ້ເຊິ່ງມາດຕະຖານອັນດີ ແລະ ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ນັກຮຽນຂອງພວກເຮົາມີຄຸນສົມບັດ ແລະ ຄວາມສາມາດທີ່ສາມາດແຂ່ງຂັນໄດ້ໃນພາກພື້ນ ແລະ ສາກົນ.

    ຜົນງານໃນສົກປີ 2019-2020 ຜ່ານມາມີ ນັກຮຽນທັງໝົດ 993 ຄົນ ຄູ-ອາຈານ ພະນັກງານທັງໝົດ 99 ຄົນ ຍິງ 85 ຄົນ ຄູຕ່າງປະເທດ 11 ຄົນ ຍິງ 9 ຄົນ ຜ່ານການຈັດຕັ້ງປະຕິບັດສົກຮຽນຜ່ານມາ ຊັ້ນປະຖົມສຶກສາ ປ5 ມີທັງໝົດ 70 ຄົນ ຍິງ 31 ຄົນ ເສັງໄດ້ສົມບູນ 100% ໃນນັ້ນນັກຮຽນເກັ່ງຮອບດ້ານ ມີ 35 ຄົນ ເທົ່າກັບ 50% ນັກຮຽນຫ້ອງ ມ4 ມີທັງໝົດ 48 ຄົນ ຍິງ 15 ຄົນ ເສັງໄດ້ສົມບູນ 100% ໃນນັ້ນ ນັກຮຽນເກັ່ງຮອບດ້ານ ມີ 14 ຄົນ ເທົ່າກັບ 29,17% ຫ້ອງ ມ7 ມີທັງໝົດ 21 ຄົນ ຍິງ 13 ຄົນ ເສັງໄດ້ສົມບູນ 100% ໃນນັ້ນ ນັກຮຽນເກັ່ງຮອບດ້ານ ມີ 10 ຄົນ ເທົ່າກັບ 47,62%.

    ນອກຈາກນີ້ ນັກຮຽນຍັງໄດ້ເຂົ້າຮ່ວມການສອບເສັງນັກຮຽນເກ່ງຂັ້ນ ນວ ຊັ້ນມັດທະຍົມຕອນຕົ້ນ ມ4 ໄດ້ອັນດັບທີ 1 ມີ 2 ຄົນ ຍິງ 1 ຄົນ ວິຊາພາສາລາວ-ວັນນະຄະດີ ນາງ ສຸດທິດາ ຕຸນາລົມ ວິຊາເຄມີສາດ ທ້າວ ຍົດເຮືອງໄຊ ວົງອ່ອນຈັນ ອັນດັບທີ 3 ມີ 2 ຄົນ ຍິງ 1 ຄົນ ວິຊາຄະນິດສາດ ທ້າວ ເພັດເຈັດສີ ບູລົມມະວົງ ວິຊາເຄມີສາດ ນາງ ພິລາວັນ ຄໍາວົງສາ ສ່ວນຊັ້ນ ມ7 ໄດ້ອັນດັບທີ 3 ມີ 1 ຄົນ ຍິງ 1 ຄົນ ວິຊາພາສາລາວ-ວັນນະຄະດີ ນາງ ເກດທະວີ ສີດາວົງສ໌    

    # ຂ່າວ & ພາບ: ບຸນມີ

error: Content is protected !!