ທ່ານ ຄໍາພັນ ພົມມະທັດ ຢ້ຽມຢາມໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ

    ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄນະນາອົບຮົມສູນກາງພັກ ຫົວໜ້າອະນຸກໍາມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມຄະນະ ລົງຢ້ຽມຢາມໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ວັນທີ 15 ກັນຍາ 2020 ໂດຍໃຫ້ການຕ້ອນຮັບຈາກທ່ານ ມາຫົງຫວາງ ກໍາມະການສະພາບໍລິຫານກຸ່ມບໍລິສັດຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ. 

    ຈຸດປະສົງເພື່ອເກັບກໍາຂໍ້ມູນຕົວຈິງ ກ່ຽວກັບການພັດທະນາຕາມແລວທາງເສດຖະກິດ ລາວ-ຈີນ ໂດຍສະເພາະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ເພື່ອເປັນບ່ອນອີງໃຫ້ການປັບປຸງຮ່າງລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະໄຂຂຶ້ນຕົ້ນປີ 2021 ນີ້. 

    ການຢ້ຽມຢາມຄັ້ງນີ້ ໄດ້ລົງເບິ່ງແຕ່ລະຈຸດຂອງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ເຊັ່ນ: ສະຖານີວຽງຈັນ ຈຸດຂຶ້ນ-ລົງນາຊອນ ຂົວໂພນສູງ ອຸໂມງມິດຕະພາບ ລາວ-ຈີນ ຈຸດຂົວນໍ້າລີກ ແລະ ອື່ນໆ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເລີ່ມກໍ່ສ້າງແຕ່ວັນທີ 30 ທັນວາ 2018 ປັດຈຸບັນຄືບໜ້າປະມານ 90% ຄາດວ່າຈະເປີດການນໍາໃຊ້ເປັນທາງການວັນທີ 2 ທັນວາ 2020 ເຊິ່ງກົງກັບວັນຊາດຂອງ ສປປ ລາວ ເສັ້ນທາງດັ່ງກ່າວມີຄວາມຍາວ 109,1 ກິໂລແມັດ ກວ້າງ 23 ແມັດ ຖືກອອກແບບຕາມມາດຕະຖານທາງດ່ວນຂອງ ສປ ຈີນ ມີ 4 ຊ່ອງຈະລາຈອນ 2 ແລວໄປ-ກັບ ຜ່ານ 4 ເມືອງ ນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເມືອງໂພນໂຮງ ຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ ຄວາມໄວອອກແບບແມ່ນ 80-100 ກິໂລແມັດຕໍ່ຊົ່ວໂມງ ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ ອຸໂມງ 1 ແຫ່ງ (ເຂດພູພະນັງ) ຂົວ 34 ແຫ່ງ ເຊິ່ງປະກອບດ້ວຍຂົວຂ້າມທາງ ເລກທີ 13 ເໜືອ 3 ຈຸດ ຂົວຂ້າມທາງລົດໄຟ 4 ຈຸດ ຂົວຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ. 

    ໂອກາດນີ້ ທ່ານ ຄໍາພັນ ພົມມະທັດ ກໍໄດ້ຕີລາຄາສູງຕໍ່ຄວາມພະຍາມຂອງກຸ່ມບໍລິສັດຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈໍາກັດ ທີ່ສາມາດເຮັດສໍາເລັດຕາມແຜນການ ແລະ ຈະໄດ້ມອບເປັນຂອງຂວັນອັນລໍ້າຄ່າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ໃນໂອກາດວັນຊາດ ຄົບຮອບ 45 ປີ ທີ່ຈະມາເຖິງນີ້.

   # ຂ່າວ & ພາບ: ສະບາໄພ

error: Content is protected !!