ສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ກວດກາແຮງງານ

ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ຈັດ​ເຝີກ​ອົບ­ຮົມ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ເຈົ້າ​ໜ້າ­ທີ່​ກວດ­ກາ​ແຮງ​ງານ ນວ ຂຶ້ນ​ວັນ​ທີ 17 ກັນ­ຍາ 2020 ທີ່​ພະ​ແນກ​ດັ່ງ­ກ່າວ ມີ​ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ ຮສສ ນວ ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ກະ­ຊວງ ຮສສ  ທ່ານ​ຫົວ­ໜ້າ​ຂະ­ແໜງ​ກວດ­ກາ ບັນ­ດາ​ຫົວ​ໜ້າ­ໜ້ອງ​ຫ້ອງ­ການ ຮສສ ເມືອງ ແລະ ຜູ້​ຮັບ­ຜິດ­ຊອບ​ວຽກ​ງານ​ກວດ­ກາ​ເຂົ້າ​ຮ່ວມ.

ຊຸດ​ອົບ­ຮົມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ເຜີຍ­ແຜ່​ເອ­ກະ­ສານ​ກ່ຽວ­ຂ້ອງ​ຫຼາຍ​ສະ­ບັບ ເປັນ­ຕົ້ນ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ­ຈັດ­ຕັ້ງ​ແລະ ການ­ເຄື່ອນ­ໄຫວ​ຂອງ​ເຈົ້າ​ໜ້າ­ທີ່​ກວດ­ກາ​ແຮງ​ງານ ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ຄວາມ​ເຂັ້ມ​ງວດ ວຽກ​ງານ​ກວດ­ກາ​ແຮງ​ງານ ດຳ­ລັດ​ວ່າ​ດ້ວຍ​ຄວາມ​ປອດ​ໄພ ແລະ ສຸ­ຂະ­ພາບ​ແຮງ​ງານ ດຳ­ລັດ​ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແບ່ງ​ທາງ​ດ້ານ​ແຮງ​ງານ ແລະ​ອື່ນໆ ທັງ​ນີ້ ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ເຂົ້າ­ໃຈ ເພື່ອ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ພາ­ລະ​ບົດ­ບາດ​ໜ້າ­ທີ່​ຂອງ​ຕົນ​ໃຫ້​ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ.

error: Content is protected !!