ພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ປັບໂຄງລາຄາຊີ້ນໝູກຳນົດຂາຍບໍ່ໃຫ້ເກີນ 44 ພັນກີບ

ໃນ​ວັນ​ທີ 14 ກັນ­ຍາ 2020 ພະ​ແນກ​ອຸດ­ສາ­ຫະ­ກຳ-ການ​ຄ້າ​ນະ­ຄອນ­ຫຼວງ (ອຄ.ນວ) ໄດ້​ອອກ​ແຈ້ງ​ການ​ເລກ​ທີ 1482/ອຄ.ນວ.ຄພນ ເຖິງ​ຫົວ­ໜ້າ​ຫ້ອງ­ການ ອຄ ນວ 9 ຕົວ​ເມືອງ ຫົວ­ໜ່ວຍ​ທຸ­ລະ​ກິດ ຕະ­ຫຼາດ ບັນ­ດາ​ຟາມ​ລ້ຽງ​ໝູ (ຜູ້​ຜະ­ລິດ​ໝູ) ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຊື້​ສັດ-ຂາຍ​ຊີ້ນ (ນາຍ­ຮ້ອຍ) ຜູ້​ຈຳ­ໜ່າຍ​ຊີ້ນ​ໝູ (ລູກ​ຂຽງ)ຕາມ​ຮ້ານ​ຄ້າ​ແຜງ​ລອຍ​ໃນ​ຕະ­ຫຼາດ ແຈ້ງ​ປັບ​ລາ­ຄາ​ຂາຍ­ຍົກ-ຂາຍ­ຍ່ອຍ​ຊີ້ນ​ໝູ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ອີງ​ຕາມ​ດຳ­ລັດ​ເລກ​ທີ 474/ນຍ ລົງ​ວັນ​ທີ 18 ພະ­ຈິກ 2010 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ແລະ ຄ່າ​ບໍ­ລິ­ການ ອີງ​ຕາມ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ຊີ້​ນຳ​ວຽກ​ງານ​ຄຸ້ມ​ຄອງ​ສິນ­ຄ້າ ແລະ ຄ່າ​ບໍ­ລິ­ການ​ຂັ້ນ ນວ ສະ­ບັບ​ເລກ​ທີ 0443/ຈ​ນວ ລົງ​ວັນ​ທີ 14 ພຶດ­ສະ­ພາ 2018 ອີງ​ຕາມ​ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ການ​ເຫັນ​ດີ​ຮັບ­ຮອງ​ເອົາ​ການ​ກຳ­ນົດ​ໂຄງ­ການ​ປະ­ກອບ​ລາ­ຄາ​ຂາຍ­ຍົກ-ຂາຍ ຍ່ອຍ​ຊີ້ນ​ໝູ ຄັ້ງ​ວັນ​ທີ 25 ສິງ­ຫາ 2020.

ທ່ານ ນາງ ວັນ​ມະ­ນີ ພິມ​ມະ​ສານ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ​ໃນ​ວັນ​ທີ 16 ກັນ­ຍາ 2020 ວ່າ: ການ​ແຈ້ງ​ປັບ​ໂຄງ​ລາ­ຄາ​ຊີ້ນ​ໝູ​ໃນ​ຄັ້ງ​ນີ້ ໄດ້​ແຈ້ງ​ໃຫ້​ຫົວ­ໜ້າ​ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ 9 ຕົວ​ເມືອງ ຫົວ­ໜ່ວຍ​ທຸ­ລະ​ກິດ ບັນ­ດາ​ຟາມ​ລ້ຽງ​ໝູ (ຜູ້​ຜະ­ລິດ) ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຊື້​ສັດ-ຂາຍ​ຊີ້ນ(ນາຍ­ຮ້ອຍ) ຜູ້​ຈຳ­ໜ່າຍ​ຊີ້ນ​ໝູ (ລູກ​ຂຽງ) ຕາມ​ຮ້ານ​ຄ້າ​ແຜງ​ລອຍ​ໃນ​ຕະ­ຫຼາດ ໃນ ນວ ກຳ­ນົດ​ໃຫ້​ລາ­ຄາ​ຢືນ​ໜ້າ​ຟາມ​ຊື້-ຂາຍ ລາ­ຄາ​ສູງ​ສຸດ​ບໍ່​ໃຫ້​ເກີນ 26.000 ກີບ​ຕໍ່​ກິ​ໂລ ລາ­ຄາ​ຂາຍ­ຍົກ​ໝູ​ໝົດ​ໂຕ​ທີ່​ໄດ້​ຂ້າ ຄົວ ແລະ ຊຳ​ແຫຼະ​ເປັນ​ຊີ້ນ ລວມ​ນາຍ­ຮ້ອຍ​ສົ່ງ​ເຖິງ​ລູກ​ຂຽງ ຮອດ​ຕະ­ຫຼາດ ລາ­ຄາ​ສູງ​ສຸດ​ບໍ່​ໃຫ້​ເກີນ 31.000 ກີບ​ຕໍ່​ກິ​ໂລ ລາ­ຄາ​ຂາຍ­ຍ່ອຍ​ຂອງ​ລູກ​ຂຽງ​ຊີ້ນ​ໝູ​ປະ­ເພດ 1 ລາ­ຄາ​ສູງ​ສຸດ​ບໍ່​ໃຫ້​ເກີນ 44.000 ກີບ​ຕໍ່​ກິ​ໂລ ຊີ້ນ​ໝູ​ປະ­ເພດ 2 ລາ­ຄາ​ສູງ​ສຸດ​ບໍ່​ໃຫ້​ເກີນ 41.000ກີບ​ຕໍ່​ກິ​ໂລ ເຊິ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຈ້ງ​ການ​ສະ­ບັບ​ນີ້ ແມ່ນ​ເລີ່ມ​ແຕ່​ວັນ​ທີ 15 ກັນ­ຍາ 2020 ເປັນ­ຕົ້ນ​ໄປ​ຈົນ​ກວ່າ​ຈະ​ມີ​ການ​ປ່ຽນ­ແປງ ແລະ ປ່ຽນ​ແທນ​ແຈ້ງ​ການ​ສະ­ບັບ​ນີ້​ໃຫ້​ເຂັ້ມ​ງວດ.

ທ່ານ ນາງ ວັນ​ມະ­ນີ ພິມ​ມະ​ສານ ໄດ້​ກ່າວ​ຕື່ມ​ວ່າ: ໃນ​ໄລ­ຍະ​ຜ່ານ​ມາ ໄດ້​ມີ​ບັນ­ຫາ​ກ່ຽວ​ກັບ​ລາ­ຄາ​ຊີ້ນ​ໝູ​ໃນ​ຕະ­ຫຼາດໆ​ຕ່າງໆ​ທີ່​ບໍ່​ກົງ​ກັບ​ລາ­ຄາ​ທີ່​ພະ​ແນກ​ໄດ້​ເຮັດ​ແຈ້ງ​ການ​ອອກ​ມາ​ໃນ​ກ່ອນ​ໜ້າ​ນີ້ ດັ່ງ­ນັ້ນ ທາງ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນ.ວ ຈຶ່ງ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ລົງ​ຕິດ­ຕາມ​ກວດ­ກາ​ສະ­ພາບ​ຄວາມ​ເປັນ​ຈິງ ນັບ​ແຕ່​ຂະ​ບວນ​ການ​ຜະ­ລິດ ຈົນ​ເຖິງ​ຂອດ​ການ­ຈຳ­ໜ່າຍ ເຫັນ​ວ່າ ໃນ​ຂອດ​ການ​ຜະ­ລິດ ກໍ​ຄື​ຂອດ​ການ​ລ້ຽງ​ໝູ​ຂອງ​ຊາວ​ກະ­ສິ­ກອນ​ແບບ​ຄອບ­ຄົວ ແລະ ແບບ​ຟາມ ແມ່ນ​ມີ​ຕົ້ນ​ທືນ​ສູງ ຍ້ອນ​ໄດ້​ມີ​ການ​ນຳ​ເຂົ້າ​ໝູ​ນ້ອຍ​ຈາກ​ຕ່າງ­ປະ­ເທດ ແລະ ຕົ້ນ​ທືນ​ອາ­ຫານ​ກໍ​ສູງ​ເຖິງ 40% ເພື່ອ​ເຮັດ​ໃຫ້​ຜູ້​ລ້ຽງ ກໍ​ຄື​ຊາວ​ກະ­ສິ­ກອນ​ສາ­ມາດ​ຢູ່​ໄດ້ ທາງ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນ.ວ ຈຶ່ງ​ໄດ້​ນຳ​ເອົາ​ບັນ­ຫາ​ດັ່ງ­ກ່າວ​ເຂົ້າ​ປືກ​ສາ​ຫາ­ລື​ໃນ​ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ ນ.ວ ເພື່ອ​ຄົ້ນ­ຄວ້າ​ຫາ​ທາງ​ແກ້​ໄຂ ຜ່ານ​ການ​ຕົກ­ລົງ​ເຫັນ​ດີ ທາງ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຈຶ່ງ​ໄດ້​ອອກ​ແຈ້ງ​ການ​ປັບ​ຂື້ນ​ໂຄງ​ລາ­ຄາ​ຊີ້ນ​ໝູ​ໃນ​ຄັ້ງ​ນີ້ ເພື່ອ​ຊ່ວຍ​ແກ້​ໄຂ​ບັນ­ຫາ​ໃຫ້​ແກ່​ຊາວ​ກະ­ສິ­ກອນ ປັດ­ຈຸ­ບັນ​ການ​ສະ­ໜອງ​ຊີ້ນ​ໝູ​ໃນ ນ.ວ ສາ­ມາດ​ສະ­ໜອງ​ໄດ້ 700 ໂຕ​ຕໍ່​ວັນ ພາຍ­ຫຼັງ​ທີ​ມີ​ການ​ແຈ້ງ​ການ​ໃນ​ການ​ປັບ​ຂື້ນ​ລາ­ຄາ​ແລ້ວ ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ກໍ​ມີ​ແຜນ​ໃນ​ການ​ລົງ​ຕິດ­ຕາມ​ກວດ­ກາ​ຄືນ​ທຸກ​ຂອດ ເປັນ­ຕົ້ນ ຂອດ​ໂຮງ­ງານ ນາຍ­ຮ້ອຍ ລູກ​ຂຽງ ເພື່ອ​ບໍ່​ໃຫ້​ມີ​ການ​ປັບ​ຂື້ນ​ລາ­ຄາ​ຊີ້ນ​ໝູ​ເກີນ​ຕາມ​ການ​ກຳ­ນົດ ຖ້າ​ຫາກ​ທ່ານ​ໃດ​ພົບ​ເຫັນ​ຜູ້​ທີ​ບໍ່​ປະ­ຕິ­ບັດ​ຕາມ​ແຈ້ງ​ການ ກໍ​ສາ­ມາດ​ໂທ​ແຈ້ງ​ສາຍ​ດ່ວນ 1510 ເພື່ອ​ໃຫ້​ຄະ­ນະ​ຮັບ­ຜິດ­ຊອບ​ລົງ​ກວດ­ກາ​ຕັກ­ເຕືອນ​ເຮັດ​ບົດ​ບັນ​ທືກ ແລະ ປັບ​ໃໝ​ຕາມ​ລະ­ບຽບ​ການ​ທີ່​ກຳ­ນົດ ໃນ​ກໍ­ລະ­ນີ​ລະ­ເມີດ​ເກີດ 1 ຄັ້ງ ຈະ​ຖືກ​ປັບ​ໃໝ​ຄັ້ງ​ລະ 1 ລ້ານ​ກີບ.

error: Content is protected !!