ສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກປີນີ້ ຈະສັກຢາສັດລ້ຽງໂດຍບໍ່ເສຍຄ່າ 2.000 ເຂັມ

    ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງສາທາລະນະສຸກ ຈັດພິທີຖະແຫຼງຂ່າວ ວັນຕ້ານພະຍາດວໍ້ໂລກ ໃນວັນທີ 21 ກັນຍາ 2020 ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ເປັນກຽດຖະແຫຼງໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ຕາງໜ້າຈາກອົງການອະນາໄມໂລກ (WHO) ອົງການອາຫານ ແລະ ການກະເສດ (FAO) ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພູທອນ ເມືອງປາກ ກ່າວວ່າ: ເພື່ອເປັນການໂຄສະນາເຜີຍແຜ່ຂໍ້ມູນຂ່າວ-ສານກ່ຽວກັບພະຍາດວໍ້ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍ ວິທີປ້ອງກັນ ເພື່ອບໍ່ໃຫ້ຕິດເຊື້ອພະຍາດວໍ້ ສະນັ້ນ ຂະແໜງການກ່ຽວຂ້ອງທຸກພາກສ່ວນຈຶ່ງຖືເອົາວັນຕ້ານພະຍາດວໍ້ໂລກເປັນວັນທີ່ທົ່ວໂລກໄດ້ເລີ່ມມີມາດຕະການ ແລະ ຕື່ມຕົວຕໍ່ກັບການປ້ອງກັນພະຍາດວໍ້ ມັນເປັນໂອກາດທີ່ຈະຮວມຕົວກັນຂອງຊຸມຊົນ ພາກລັດ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ເພື່ອເຮັດວຽກ ແລະ ແລກປ່ຽນວຽກງານຮ່ວມກັນ ອົງການສາກົນໃນການຄວບຄຸມພະຍາດວໍ້ໂລກ ໄດ້ປະສານງານໃນການຈັດຕັ້ງໂຮມຊຸມນຸມເພື່ອຕ້ານພະຍາດວໍ້ທີ່ຈະໄດ້ຈັດຂຶ້ນໃນວັນທີ 28 ກັນຍາຂອງທຸກໆປີ ໂດຍສຸມໃສ່ບັນດາປະເທດທີ່ມີການລະບາດແບບບົ່ມຊ້ອນ ເພື່ອເພີ່ມຄວາມຕື່ນຕົວໃຫ້ແກ່ປະຊາຊົນໃນຊຸມຊົນທີ່ມີຄວາມສ່ຽງ ຈາກການລາຍງານຂອງຂອງສູນວິເຄາະ ແລະ ລະບາດວິທະຍາໃຫ້ຮູ້ວ່າ ນັບແຕ່ປີ 2012-2020 ສປປ ລາວ ມີຈຳນວນ 284 ກໍລະນີຖືກໝາກັດ ແລະ ມີ 39 ກໍລະນີເສຍຊີວິດ ທຸກໆປີໃນທົ່ວໂລກ ຈະມີຜູ້ເສຍຊີວິດຈາກພະຍາດວໍ້ປະມານ 59 ພັນຄົນ ຜູ້ທີ່ເສຍຊີວິດສ່ວນໃຫຍ່ແມ່ນຜູ້ຄົນທີ່ທຸກຍາກທີ່ອາໄສຢູ່ໃນເຂດຊົນນະບົດ ແລະ ອັດຕາສ່ວນຜູ້ທີ່ເສຍຊີວິດສ່ວນຫຼາຍແມ່ນເດັກອາຍຸຕ່ຳກວ່າ 15 ປີ ເຖິງຢ່າງໃດກໍຕາມ ພະຍາດວໍ້ ເປັນພະຍາດທີ່ສາມາດປ້ອງກັນໄດ້ 100% ຖ້າໄດ້ຮັບການປິ່ນປົວໄວ ແລະ ປິ່ນປົວຢ່າງຖືກຕ້ອງ ໂດຍການລ້າງແຜທັນທີພາຍໃນ 15 ນາທີຫຼັງຖືກສັດກັດ ດ້ວຍສະບູ ນ້ຳ ແລະ ນ້ຳຢາຂ້າເຊື້ອ ໄປພົບແພດທີ່ຢູ່ໃກ້ຄຽງ.

    ໂອກາດນີ້ທ່ານ ບຸນຂວາງ ຄຳບຸນເຮືອງ ກໍ່ໄດ້ກ່າວວ່າ ການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຈັດຂຶ້ນພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈ ລົບລ້າງພະຍາດວໍ້ ໂດຍການສັກຢາກັນພະຍາດວໍ້” ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2020 ຢູ່ສວນເຈົ້າຟ້າງຸ່ມ ເລີ່ມແຕ່ເວລາ 8:30 ໂມງເປັນຕົ້ນໄປ ພາຍໃນງານແມ່ນຈະມີຫຼາຍກິດຈະກຳເຊັ່ນ: ການໂຮມຊຸມນຸມ ກິດຈະກຳຖາມຕອບກ່ຽວກັບພະຍາດວໍ້ ສັກຢາກັນພະຍາດວໍ້ໂດຍບໍ່ເສຍຄ່າໃຫ້ກັບສັດລ້ຽງ ຈຳນວນ 2.000 ພັນເຂັມ ດັ່ງນັ້ນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ກໍຄືຊາວນະຄອນຫຼວງວຽງຈັນຈົ່ງນຳເອົາສັດລ້ຽງຂອງທ່ານມາສັກຢາເພື່ອປ້ອງກັນ ແລະ ເຮັດໃຫ້ພະຍາດວໍ້ໝົດໄປຈາກປະເທດລາວ.

   # ຂ່າວ & ພາບ: ອົ່ນໄຟສົມທອງ

error: Content is protected !!