ຄວາມສາມາດດ້ານກົດໝາຍ

ຄວາມ​ສາ­ມາດ​ທາງ​ດ້ານ​ກົດ­ໝາຍ​ຂອງ​ບຸກ­ຄົນ ແມ່ນ​ຄວາມ​ສາ­ມາດ​ຂອງ​ບຸກ­ຄົນ​ໃນ​ການ​ມີ ສິດ ແລະ ພັນ­ທະ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ນັບ​ແຕ່​ວັນ​ບຸກ­ຄົນ​ນັ້ນ ເກີດ​ອອກ​ມາ​ມີ​ຊີ­ວິດ ແລະ ສິ້ນ​ສຸດ​ລົງ​ນັບ​ແຕ່​ເວ­ລາ​ບຸກ­ຄົນ​ນັ້ນ​ເສຍ​ຊີ­ວິດ.

ຕົວ­ຢ່າງ: ນາງ ຈຸກ ເກີດ​ລູກ​ອອກ​ມາ​ຍັງ​ບໍ່​ທັນ​ມືນ​ຕາ​ມາ​ເຫັນ​ໂລກ​ກໍ​ຕາມ ແຕ່​ລູກ​ຂອງ​ນາງ ຈຸກ ກໍ​ມີ​ສິດ​ຕາມ​ທີ່​ກົດໝາຍ​ໃຫ້ ເຊັ່ນ ສິດ​ໃນ​ການ​ສືບ​ທອດ​ມູນ​ມໍ­ລະ­ດົກ ສິດ​ໃນ​ກຳ­ມະ­ສິດ​ສິ່ງ​ໃດ​ໜຶ່ງ​ທີ່​ໄດ້​ມອບ​ໃຫ້​ຜູ້­ກ່ຽວ​ສະ­ເພາະ ແຕ່​ໃນ​ທາງ​ກົງ­ກັນ­ຂ້າມ ຖ້ານາງ ຈຸກ ເກີດ​ລູກ​ອອກ​ມາ​ແລ້ວ​ເສຍ​ຊີ­ວິດ ກໍ​ສະ­ແດງ​ວ່າ​ລູກ​ຂອງ​ນາງ ຈຸກ ກໍ​ສິ້ນ​ສຸດ​ສິດ​ຂອງ​ຕົນ.

ພົນ­ລະ­ເມືອງ​ລາວ​ລ້ວນ​ແຕ່​ມີ​ສິດ​ຕາມ​ກົດ­ໝາຍ​ເທົ່າ​ທຽມ​ກັນ ຊຶ່ງ​ໄດ້​ລະ­ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ ແຫ່ງ ສປປ ລາວ ຄົນ​ຕ່າງ­ປະ­ເທດ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນ­ຊາດ ກໍ​ມີ​ຄວາມ​ສາ­ມາດ​ທາງ​ດ້ານ​ກົດ­ໝາຍ ຄື​ກັນ​ກັບ​ພົນ­ລະ­ເມືອງ​ລາວ ເວັ້ນ​ເສຍ​ແຕ່​ກົດ­ໝາຍ ຫຼື ສົນ­ທິ­ສັນ­ຍາ ຫາກ​ໄດ້​ກຳ­ນົດ​ໄວ້​ເປັນ​ຢ່າງ​ອື່ນ.

ເນື້ອ​ໃນ​ຄວາມ​ສາ­ມາດ​ທາງ​ດ້ານ​ກົດ­ໝາຍ​ຂອງ​ບຸກ­ຄົນແມ່ນ ສິດ ແລະ ພັນ­ທະ ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ກົດ­ໝາຍ.

ຕົວ­ຢ່າງ: ທ້າວ ເວນ (ຄົນ​ຕ່າງ­ປະ­ເທດ) ຖືກ​ທຳ­ຮ້າຍ​ຮ່າງ­ກາຍ ຜູ້­ກ່ຽວ​ກໍ​ມີ​ສິດ​ໃນ​ການ​ຮ້ອງ​ຟ້ອງ​ບຸກ­ຄົນ​ຜູ້​ກະ­ທຳ ເພື່ອ​ໃຫ້​ອົງ­ການ​ກ່ຽວ­ຂ້ອງ​ດຳ­ເນີນ​ຄະ­ດີ​ຕໍ່​ຜູ້​ກະ­ທຳ​ຜິດ ຊຶ່ງ​ເປັນ​ພົນ­ລະ­ເມືອງ​ລາວ ຕາມ​ຂະ​ບວນ​ການ​ຍຸ­ຕິ​ທຳ​ຂອງ ສປປ ລາວ.

ໃນ​ກໍ­ລະ­ນີ​ທີ່​ນາງ ຈອນ​ຈັນ ເປັນ​ຄົນ​ຕ່າງ­ປະ­ເທດ​ຫາກ​ມາ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ຜູ້​ກ່ຽວ​ກໍ​ມີ​ພັນ­ທະ​ໃນ​ການ​ເສຍ​ພາ­ສີ-ອາ­ກອນໃຫ້​ລັດ​ຕາມ​ກົດ­ໝາຍ​ຂອງ ສປປ ລາວ.

ໂດຍ: ໄມ້​ງັດ

error: Content is protected !!