ໂດຍສານປອດໄພໃສ່ໃຈສຸຂະພາບ

ເນື້ອ​ໃນ​ຄໍ​ລຳ​ເກົ່າ​ເຈົ້າ​ເດີມ ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ຈັດ​ສັນ​ກັ່ນ​ຕອງ​ເລື່ອງ​ໜ້າ​ຮູ້ ກ່ຽວ​ກັບ​ເງື່ອນ­ໄຂ​ອັນ​ຈຳ ເປັນ​ທີ່​ຄົນ​ຂັບ​ລົດ​ຂັບ​ຍົນ​ຕ້ອງ​ມີ ທັງ​ນີ້ ກໍ​ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ເວ­ລາ​ບັນ­ຊາ​ພວງ­ມາ­ໄລ​ລົດ​ຕາມ​ຖະ­ໜົນ ກໍ​ຄື ການ​ບັນ­ຊາ​ເຮືອ­ບິນ​ເຫາະ​ເຫີນ​ເວີ່ນ​ຟ້າ ເງື່ອນ­ໄຂ​ທີ່​ວ່າ​ນີ້​ໄດ້​ຮັບ​ການ​ປະ­ຕິ­ບັດ​ຢູ່​ຫຼາຍໆ​ປະ­ເທດ ກໍ​ຄື ໃນ​ກຸ່ມ​ປະ­ເທດ ເຊັ່ນ:

ທີ່​ປະ­ເທດ​ໄທ: ໜັງ­ສື​ພີມ The Nation ປະ­ຈຳ​ວັນ​ທີ 18 ມິ­ຖຸ­ນາ ປີ 2014 ໄດ້​ເວົ້າ​ກ່ຽວ​ກັບ​ແຜນ ການ​ຂອງ​ສະ­ພາ​ການ​ແພດ​ໄທ ໃນ​ການ​ເກືອດ​ຫ້າມ​ການ​ຂັບ​ຂີ່​ສຳ­ລັບ​ຜູ້​ເຈັບ­ເປັນ​ຍ້ອນ​ພະ­ຍາດ​ບາງ​ຊະ­ນິດ ທີ່​ເປັນ​ອັນ­ຕະ­ລາຍ​ສຳ­ລັບ​ການ​ບັນ­ຊາ​ພວງ­ມາ­ໄລ ຫຼື ເຂົາ​ລົດ ໃນ​ແຜນ​ເກືອດ​ຫ້າມ​ດັ່ງ­ກ່າວ​ນີ້ ທາງ​ສະ­ພາ​ການ​ແພດ​ໄທ​ໄດ້​ອ້າງ​ເຖິງ​ເງື່ອນ­ໄຂ​ຂອງ​ຕ່າງ­ປະ­ເທດ​ທີ່​ເຄີຍ​ປະ­ຕິ­ບັດ​ກັນ ເຊັ່ນ: ການ​ຫ້າມ​ຂັບ​ລົດ​ສຳ­ລັບ​ຄົນ​ມີ​ພະ­ຍາດ­ຫົວ­ໃຈ ພະ­ຍາດ​ເບົາ­ຫວານ​ຊະ­ນິດ​ຮ້າຍ​ແຮງ ກໍ​ຄື ພະ­ຍາດ​ບ້າ­ໝູ ທັງ​ນີ້ ກໍ​ເພາະ­ວ່າ​ບັນ­ດາ​ໂຊ​ເຟີ​ທີ່​ມີ​ພະ­ຍາດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ຕິດ​ຕົວ​ໄດ້​ສ້າງ​ສະ­ຖິ­ຕິ​ອຸ­ບັດ­ເຫດ​ສູງ​ມາ​ແລ້ວ​ຮອງ​ຈາກ​ຄວາມ​ສ່ຽງ​ຂອງ​ການ “ເມົາ​ແລ້ວ​ຂັບ” ຢູ່​ປະ­ເທດ​ໄທ​ໄດ້​ມີ​ອຸ­ບັດ­ເຫດ​ທາງ​ລົດ​ຮ້າຍ​ແຮງ​ເກີດ​ຂຶ້ນ ໃນ​ວັນ​ທີ 11 ມິ­ຖຸ­ນາ ປີ 2014 ຢູ່​ໜອງ​ບົວ​ລຳ​ພູ ຊຶ່ງ​ໄດ້​ຂ້າ​ຊີ­ວິດ​ນັກ­ຮຽນ​ຈຳ­ນວນ 4 ຄົນ ຜູ້​ກໍ່​ເຫດ​ມີ​ພະ­ຍາດ​ບ້າ­ໝູ​ຕິດ​ໂຕ ເປັນ​ອະ­ດີດ​ອຳ­ນວຍ​ການ​ໂຮງ­ຮຽນ ຂ່າວ​ບອກ​ວ່າ ເຫດ​ຮ້າຍ​ເກີດ​ຂຶ້ນ​ເມື່ອ​ພະ­ຍາດ​ບ້າ­ໝູ​ຂອງ​ຜູ້­ກ່ຽວ​ແຜງ​ລິດ ເຮັດ​ໃຫ້​ບໍ່​ສາ­ມາດ​ຄວບ​ຄຸມ​ລົດ​ໄດ້ ນີ້​ຄື​ເຫດ­ຜົນ​ທີ່​ບັງ­ຄັບ​ໃຫ້​ທາງ​ສະ­ພາ​ການ​ແພດ​ໄທ ລິ​ເລີ່ມ​ແຜນ​ເກືອດ​ຫ້າມ​ຄົນ​ທີ່​ເປັນ​ພະ­ຍາດ​ດັ່ງ­ກ່າວ​ມາ​ຂ້າງ​ເທິງ​ຂັບ​ລົດ ອີງ​ຕາມ​ຄຳ​ເຫັນ​ຂອງ​ທາງ​ສະ­ພາ​ການ​ແພດ​ໄທ ກົມ​ຂົນ­ສົ່ງ​ທາງ­ບົກ​ພາກ­ສ່ວນ​ປະ­ຊາ­ຊົນ ແລະ ບັນ­ດາ​ຜູ້​ປະ­ກອບ​ການ​ໄດ້​ເປັນ​ເຈົ້າ­ພາບ​ຮ່າງ​ຂໍ້​ກຳ­ນົດ​ຂໍ້​ຫ້າມ​ດັ່ງ­ກ່າວ ພາຍ​ໃນ​ຂໍ້​ກຳ­ນົດ​ນີ້ ສະ­ເໜີ​ຂໍ​ໃບ​ອາ​ນຸ​ຍາດ​ຂັບ​ຂີ່​ທັງ​ໝົດ​ຍັງ​ຕ້ອງ​ໄດ້​ບອກ​ແຈ້ງ ກ່ຽວ​ກັບ​ມາດ­ຕະ­ຖານ​ດ້ານ​ສຸ­ຂະ­ພາບ​ຂອງ​ຕົນ ປະ­ຫວັດ​ກ່ຽວ​ກັບ​ພະ­ຍາດ ພ້ອມ​ທັງ​ມີ​ໃບ­ຢັ້ງ­ຢືນ​ສຸ­ຂະ­ພາບ​ຈາກ​ທ່ານ­ໝໍ ສະ­ຖິ­ຕິ​ເມື່ອ 6 ປີ­ຜ່ານ­ມາ​ຊີ້​ໃຫ້​ເຫັນ​ວ່າ ຢູ່​ໄທ​ມີ​ຄົນ​ເປັນ​ພະ­ຍາດ​ບ້າ­ໝູ ລະ­ຫວ່າງ 1,2 ຫາ 1,4 ລ້ານ​ຄົນ.

ທີ່​ສະ­ຫະ­ພາບ​ເອີ​ຣົບ: ເມື່ອ 5 ປີ ຢ້ອນ​ຫຼັງ​ທີ່​ປະ­ເທດ​ຝຣັ່ງ ໄດ້​ມີ​ເຫດ​ເຄື່ອງ​ບິນ​ຕົກ​ຂັ້ນ​ຮ້າຍ​ແຮງ​ທີ່​ຂ້າ​ຊີ­ວິດ ຜູ້​ຢູ່​ໃນ​ເຄື່ອງ​ບິນ​ຄັນ​ນັ້ນ​ທັງ​ໝົດ 150 ຄົນ ຜ່ານ​ສືບ­ສວນ ສອບ​ສວນ​ຈຶ່ງ​ຮູ້​ວ່າ ອຸ­ບັດ­ເຫດ​ເກີດ​ຂຶ້ນ​ໃນ​ເວ­ລາ​ທີ່​ຜູ້​ຊ່ວຍ​ນັກ​ບິນ ເຮັດ​ໜ້າ­ທີ່​ບັນ­ຊາ​ເຄື່ອງ​ບິນ​ທີ່​ແທນ​ນັກ​ບິນ​ແທ້​ໄປ​ເຂົ້າ​ຫ້ອງ​ນ້ຳ ຕາມ​ປະ­ຫວັດ​ແລ້ວ​ຜູ້​ຊ່ວຍ​ນັກ​ບິນ​ຄົນ​ນັ້ນ ມີ​ພະ­ຍາດ​ປະ­ສາດ​ປັ່ນ​ປ່ວນ​ປະ­ຈຳ​ຕົວ ແລະ ເຄີຍ​ຄິດ​ຈະ​ຂ້າ​ຕົວ​ຕາຍ​ມາ​ກ່ອນ​ແລ້ວ ອຸ­ບັດ­ເຫດ​ຄັ້ງ​ນີ້ ໄດ້​ບັງ­ຄັບ​ໃຫ້​ຄະ­ນະ​ກຳ­ມະ­ການ​ເອີ​ຣົບ (EC) ຮັບ­ຮອງ​ເອົາ​ກົດ​ລະ­ບຽບ​ທີ່​ກຳ­ນົດ​ໃຫ້​ບັນ­ດາ​ບໍ­ລິ­ສັດ​ການ­ບິນ​ທັງ​ໝົດ ຂອງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ສະ­ຫະ­ພາບ​ເອີ​ຣົບ ຕ້ອງ​ເຮັດ​ການ​ກວດ­ກາ​ຢ່າງ​ເຄັ່ງ​ຄັດ​ຮັດ­ກຸມ​ສະ­ພາບ​ທາງ​ຈິດ​ຂອງ​ບັນ­ດາ​ນັກ

ບິນ ກ່ອນ​ຈະ​ຮັບ​ພວກ​ພວກ​ເຂົາ­ເຈົ້າ​ເຂົ້າ​ປະ­ຈຳ­ການ ໃນ​ໄລ­ຍະ​ກ່ອນ​ໜ້າ​ນັ້ນ ນັກ​ບິນ ແລະ ສະ­ມາ­ຊິກ​ຈຸ​ບິນ ໃນ​ເອີ​ຣົບ​ໄດ້​ກວດ​ສຸ­ຂະ­ພາບ​ປະ­ຈຳ​ປີ ແຕ່​ຜັດ​ບໍ່​ໄດ້​ກວດ​ສຸ­ຂະ­ພາບ​ທາງ​ຈິດ ຂໍ້​ກຳ­ນົດ​ໃໝ່​ນີ້​ໄດ້​ລະ­ບຸ​ວ່າ ນັກ​ບິນ​ທຸກ​ຄົນ​ຕ້ອງ​ເຂົ້າ​ຮ່ວມ​ໂຄງ­ການ​ກວດ­ກາ​ສຸ­ຂະ­ພາບ​ທາງ​ຈິດ ບໍ­ລິ­ສັດ​ການ­ບິນ​ຕ່າງ­ປະ­ເທດ​ທີ່​ມີ​ຖ້ຽວ​ບິນ​ຜ່ານ​ເອີ​ຣົບ​ຕ້ອງ​ໄດ້​ກວດ​ສານ​ກະ​ຕຸ້ນ​ທີ່​ອອກ​ລິດ​ຕໍ່​ປະ­ສາດ ກໍ​ຄື ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ​ນັກ​ບິນ ແລະ ຈຸ​ບິນ ບໍ່​ດັ່ງ­ນັ້ນ​ຈະ​ຖືກ​ຫ້າມ​ບິນ​ຜ່ານ​ເອີ​ຣົບ.

error: Content is protected !!