ຍົກລະດັບປະເມີນສິ່ງແວດລ້ອມແບບຍຸດທະສາດ (SEA) ເພື່ອເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ

    ກົມແຜນການ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັນຈັດກອງປະຊຸມເຝິກອົບຮົມກ່ຽວກັບການປະເມີນສິ່ງແວດລ້ອມແບບຍຸດທະສາດ (SEA) ເພື່ອເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ພາຍໃຕ້ການສະໜັບສະໜູນຂອງແຜນງານພັດທະນາລາວທ້ອງຖິ່ນ (ແຜນງານລາວ/030) ກໍຄືການສະໜັບສະໜູນຂອງອົງການລຸກຊໍາບວກເພື່ອການພັດທະນາ ຂຶ້ນໃນວັນທີ 24-25 ກັນຍາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຫົວໜ້າກົມແຜນການ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ສຸດາວີ ແກ້ວປະເສີດ ຮອງຫົວໜ້າກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ມີບັນດາຜູ້ເຂົ້າຮ່ວມຈາກສູນກາງ ແລະ ທ້ອງຖິ່ນ ທັງໝົດ 70 ຄົນ. 

    ກອງປະຊຸມເຝິກອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຂີດຄວາມສາມາດ ສ້າງຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນ ທິດສະດີ ຫຼັກການພື້ນຖານ ແລະ ວິທີວິທະຍາ ໃນການຈັດຕັ້ງປະຕິບັດການປະເມີນສິ່ງແວດລ້ອມແບບຍຸດທະສາດ ເພື່ອໃຫ້ບັນດາຂະແຫນງການ ແລະ ທ້ອງຖິ່ນ ສາມາດເຊື່ອມສານວຽກງານດັ່ງກ່າວເຂົ້າໃນແຜນພັດທະນາທີ່ຂະແຫນງການຕົນຮັບຜິດຊອບ ໃຫ້ໄປຕາມທິດສີຂຽວ ມີຄຸນນະພາບ ຍືນຍົງ ແລະ ມີຈຸດສຸມ ດັ່ງທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ພ້ອມກັນນີ້ SEA ໄດ້ຖືກກໍານົດຢ່າງຈະແຈ້ງ ໃນຮ່າງແຜນການ 5 ປີ ຄັ້ງທີ IX ຍ້ອນເປັນເຄື່ອງມືທີ່ສໍາຄັນໃນການບັນລຸວາລະການ

ພັດທະນາແຫ່ງຊາດ ກໍຄືການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ຂອງ ສປປ ລາວ ທີ່ໄດ້ຮັບຮອງໃນທ້າຍປີ 2018 ທັງຍັງເປັນການປະກອບສ່ວນ ຄວາມພະຍາຍາມໃນການບັນລຸຄໍາໝັ້ນສັນຍາພັນທະສາກົນ ເປັນຕົ້ນ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 18 ເປົ້າຫມາຍ “ຄາດຫມາຍຂອງ ສປປ ລາວ ໃນການປະກອບສ່ວນແກ້ໄຂບັນຫາດິນຟ້າອາກາດ” (Intended Nationally Determined Contributions –INDC) ທີ່ຜັນຂະຫຍາຍມາຈາກກອງປະຊຸມ COP21 ເຊິ່ງ ສປປ ລາວ ຂອງພວກເຮົາກໍເປັນປະເທດທໍາອິດໃນອາຊຽນ ທີ່ໄດ້ໃຫ້ສັດຕະຍະບັນສັນຍາປາຣີດັ່ງກ່າວ ສໍາຄັນທີ່ສຸດແມ່ນ SEA ຈະເປັນເຄື່ອງມືໃຫ້ພວກເຮົາສາມາດຕິດຕາມຄວາມຄືບໜ້າໃນການນໍາພາປະເທດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2024 ຍ້ອນຕົວຊີ້ບອກຍ່ອຍຂອງເງື່ອນໄຂຄວາມບອບບາງເສດຖະກິດ (EVI) ແມ່ນມີບາງຕົວຊີ້ບອກທີ່ຕິດພັນກັບຄວາມສ່ຽງດ້ານໄພທໍາມະຊາດ ເວົ້າລວມແລ້ວ ການຈັດຕັ້ງປະຕິບັດ SEA ແມ່ນເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກການພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ ດ້ວຍການຄົ້ນຄວ້າສຶກສາຜົນກະທົບສະສົມ ແລະ ຫາທາງອອກແຕ່ຫົວທີ.

   # ຂ່າວ & ພາບ: ວຽງມາ

error: Content is protected !!