ສານປະຊາຊົນ ນວ ແກ້ໄຂຄະດີໄດ້ 10 ພັນກວ່າເລື່ອງ

    ກອງປະຊຸມໃຫຍ່ຄັ້ງທີ II ຄະນະພັກຮາຖານສານປະຊາຊົນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 25 ກັນຍາ 2020 ທີ່ສຳນັກງານດັ່ງກ່າວເປັນປະທານຂອງສະຫາຍ ແສງສຸວັນ ຈັນທະລຸນນະວົງເລຂາຄະນະພັກຮາກຖານສານປະຊາຊົນ ນວ ມີສະຫາຍ ອານຸພາບ ຕຸນາລົມ ກຳມະການສູນກາງພັກ ຮອງເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນວ ພ້ອມດ້ວຍແຊກຖືກເຊີນແລະສະມາຊິກພັກເຂົ້າຮ່ວມ. 

    ກອງປະຊຸມໄດ້ຜ່ານບົກລາຍງານການເມືອງທັງສອງພາກ ໂດຍຕີລາຄາການຈັກຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ I ປີ 2014-2019 ເຊິ່ງຄະນະພັກຮາກຖານປະກອບມີ 4 ໜ່ວຍພັກ ມີສະມາຊິກພັກທັງໝົດ 90 ສະຫາຍ ຍິງ 45 ສະຫາຍ ໃນນັ້ນສຳຮອງ12 ສະຫາຍ ຍິງ 5 ສະຫາຍ ອັນພົ້ນເດັ່ນ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ໄດ້ເອົາໃຈໃສ່ຊີ້ນຳໂດຍກົງ ໃນການຄ້ວາຄວ້າແກ້ໄຂຄະດີຄ້າງມາ ແລະ ເຂົ້າໃໝ່ ນັບແຕ່ປີ 2014 ຮອດເດືອນມິຖຸນາ 2020 ມີທັງໝົດ 11.984 ເລື່ອງ ແກ້ໄຂໄດ້ 10.949 ເລື່ອງ ເທົ່າກັບ 89,69% ພວມດຳເນີນ 1.235 ເລື່ອງ ການແກ້ໄຂມີຄວາມວ່ອງໄວ ຄວາມໂປ່ງໃສທ່ຽງທຳ ຖືກຕາມກົດໝາຍ ແລະ ຕາມທິດທີ່ວ່າ ລົງໂທດຜູ້ກະທຳຜິດ ແລະ ບໍ່ລົງໂທດຜູ້ບໍລິສຸດ. 

    ພ້ອມນີ້ ກອງຊຸມຍັງໄດ້ຜ່ານທິດທາງແຜນການແຕ່ນີ້ຫາປີ 2025 ຜ່ານບົດສຳຫຼວດ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸກໃໝ່ 7 ສະຫາຍ ໂດຍເລືອກເອົາສະຫາຍ ແສງສຸວັນ ຈັນທະລຸນນະວົງ ເປັນເລຂາ ສະຫາຍ ພັນສີ ທັນນະວົງ ເປັນຮອງເລຂາ ສະຫາຍ ຈິດຕະວັນ ວົງໄຊ ສະຫາຍ ສະໝອນ ສີບູລະ ສະຫາຍ ອິກ ເພັງສະໝຸດ ສະຫາຍ ພອນສະຫວັນ ພວງພິດົກ ແລະ ສະຫາຍ ໄຊສົມພອນ ເພັດຊົມພູ ເປັນຄະນະ ເລືອກເອົາສະຫາຍ ສະໝອນ ສີບູລະ ເປັນປະທານກວດກາພັກ ສະຫາຍ ໄຊຍະຈິດ ຄຳພັນເພັງ ເປັນຮອງປະທານກວດກາພັກ ປ່ອນບັດເລືອກເອົາຜູ້ແທນສົມບູນ 5 ສະຫາຍ ແລະ ສຳຮອງ 1 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກ ນວ ພ້ອມທັງຮັບຟັງໂອ້ລົມໃຫ້ທິດເຍືອງທາງຂອງສະຫາຍ ອານຸພາບ ຕຸນາລົມ ຕື່ມອີກ.

                # ຂ່າວ & ພາບ: ສົມສະຫວັນ

error: Content is protected !!