ກະຊວງ ຮສສ ຈັດກິດຈະກຳຮັບບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ

    ໃນວັນທີ 25 ກັນຍາ 2020 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບສູນເລືອດ ແຫ່ງຊາດ ອົງການກາແດງລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອສ້າງຂະບວນກາຍຄໍນັບຮັບຕ້ອນ ກອງປະ ຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ທີ່ຈະມີຂຶ້ນໃນຕໍ່ໜ້າ ໃຫ້ເປັນຂະບວນຟົດຟື້ນ ມີບັນຍາກາດ ເບີກບານ ມ່ວນຊືນ ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ໜອງທາ) ນະຄອນ ຫຼວງວຽງຈັນ ໂດຍມີທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍທ່ານຮອງລັດຖະມົນຕີ ປະທານອົງການກາແດງລາວ ທ່ານຫົວໜ້າກົມ ຮອງກົມ ສະຖາບັນ ແລະ ພະນັກງານລັດຖະກອນ ພາຍໃນກະຊວງ ຮສສ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ກ່າວສະແດງຄວາມ ຊົມເຊີຍມາຍັງຄະນະຮັບຜິດຊອບ ກໍຄື ຄະນະອະນຸກໍາມະການ ສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ເປັນເຈົ້າການປະສານສົມທົບກັບ ອົງການຈັດຕັ້ງມະຫາຊົນພາຍໃນກະຊວງ ອົງການກາແດງລາວ ພະແນກ ຮສສ ນະຄອນຫລວງວຽງຈັນ ພ້ອມດ້ວຍ ສູນເລືອດແຫ່ງຊາດ ທີ່ໄດ້ສຸມຄວາມພະຍາຍາມ ຈັດຕັ້ງຂະບວນການຮັບບໍລິຈາກເລືອດຄັ້ງນີ້ ຂໍສະແດງຄວາມຊົມເຊີຍ ຕໍ່ບັນດາພະນັກງານ-ລັດຖະ ກອນ ສະມາຊິກກຳມະບານ ຊາວໜຸ່ມ ແມ່ຍິງ ທົ່ວກະຊວງ ຮສສ ອົງການກາແດງລາວ ແລະ ພະແນກ ຮສສ ນະຄອນຫຼວງ ທີ່ໄດ້ມາປະກອບສວ່ນສະແດງກຳລັງແຮງ ບໍລິຈາກເລືອດຂອງຕົນເອງ ເພື່ອຊ່ວຍເຫຼືອຊີວິດຄົນພາຍໃນຊາດ.

    ຄວາມ​ຈຳ​ເປັນນຳໃຊ້ເລືອດຢູ່ປະເທດເຮົາ ໃນແຕ່ລະວັນ ແມ່ນມີຈຳນວນຫຼາຍ ​ມີຜູ້​ເຈັບ​ປ່ວຍຢູ່ຕາມໂຮງໝໍຕ່າງໆ ທີ່ຕ້ອງການ​ເລືອດໃນແຕລະມື້ ສູນ​​ເລືອດແຫ່ງຊາດ ແລະ ບັນດາສູນເລືອດປະຈຳແຂວງໃນທົ່ວປະເທດ ຕ້ອງ​ພະຍາຍາມ​ຈັດຫາ ແລະ ສະໜອງ​ເລືອດ​ ປະມານ 100-200 ຖົງ ໃນທຸກໆມື້ ໃຫ້ແກ່ຄົນເຈັບປ່ວຍ ທັງສຸກເສີນ ແລະ ປິ່ນປົວດ້ວຍເລືອດໄລຍະຍາວ ໃນຊ່ວງໄລຍະ 20 ປີຜ່ານມາ ເຫັນວ່າ ຄວາມເອົາໃຈໃສ່ຂອງຊັ້ນຄົນຕ່າງໆ ຕໍ່ການບໍລິຈາກເລືອດ ໄດ້ເພີ່ມສູງຂື້ນ ສະແດງອອກໃນແຕ່ລະປີ ຈຳນວນຜູ້ບໍລິຈາກເລືອດມີຈຳນວນເພີ່ມຂື້ນ ຍ້ອນພັກ ແລະ ລັດຖະບານ ຍາມໃດກໍຍົກສູງຄວາມສຳຄັນ ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມວຽກງານບໍລິຈາກເລືອດຢ່າງຕໍ່ເນື່ອງ ມີການປຸກລະດົມບໍລິຈາກເລືອດ ຫຼາຍຮູບແບບ ເຮັດໃຫ້ທົ່ວປວງຊົນມີຄວາມກະຕືລືລົ້ນ ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວນີ້ ນັບມື້ຫຼາຍຂຶ້ນ.

    ໃນ​ໂອກາດ​ອັນ​ສຳຄັນນີ້​ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງການຈັດຕັ້ງ ກໍຄືບຸກຄົນ ທີ່ໄດ້ເອົາໃຈໃສ່ ໃນວຽກງານບໍລິຈາກເລືອດ ຕະຫຼອດໄລຍະຜ່ານມາ ຂໍເຊີນຊວນບັນດາຮ່ວມໃນການສ້າງຂະບວນການໃນຄັ້ງນີ້ ສະໝັກໃຈບໍລິຈາກເລືອດ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ເພື່ອເປັນການປະກອບສ່ວນອັນສຳຄັນ ດ້ານວຍກງານມະນຸດສະທຳ ເພື່ອຊ່ວຍເຫຼືອກອບກູ້ເອົາຊີວິດເພື່ອມະນຸດດ້ວຍກັນ. 

error: Content is protected !!