ມົນສະເໜສີມືລາວ ທີ່ສູນການຄ້າວຽງຈັນເຊັນເຕີ


​   ງານມົນສະເໜສີມືລາວ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ (ນວ) (Vientiane Center Handicraft LaoBrand) ເຊິ່ງເປັນງານທີ່ຮວບຮວມຍີ່ຫໍ້ລາວ ແລະ ຜະລິດຕະພັນຫັດຖະກໍາລາວເຂົ້າໄວ້ໃນງານດຽວ ພ້ອມທັງການຕົກແຕ່ງແບບລາວບູຮານ ຈຸດປະສົງກໍເພື່ອໃຫ້ຄົນລາວມີການຊົມໃຊ້ຜະລິດ ຕະພັນລາວໃຫ້ແຜ່ຫຼາຍ ສົ່ງເສີມສີມືຫັດຖະກໍາລາວ ເປັນການອະນຸຮັກ ແລະ ສືບສານວັດທະນະທໍາອັນດີງາມຂອງລາວເຮົາ.

ມົນສະເໜສີມືລາວ ທີ່ສູນການຄ້າວຽງຈັນເຊັນເຕີ

    ເຂົ້າຮ່ວມງານເປີດງານຄັ້ງນີ້ ມີທ່ານນາງ ນວນສີ ມະຫັດທະນະວິໂຣດ ຮອງຜູ້ອໍານວຍການ ສູນການຄ້າວຽງຈັນເຊັນເຕີ ບັນດາຜູ້ບໍລິຫານສູນການຄ້າວຽງຈັນເຊັນເຕີ ແຂກຖືກເຊີນ ແລະ ບັນດາຜູ້ປະກອບການ ເຈົ້າຂອງຮ້ານທີ່ນຳຜະລິດຕະພັນມາວາງສະແດງ ແລະ ຈຳໜ່າຍພາຍໃນງານຄັ້ງນີ້.

ມົນສະເໜສີມືລາວ ທີ່ສູນການຄ້າວຽງຈັນເຊັນເຕີ
ມົນສະເໜສີມືລາວ ທີ່ສູນການຄ້າວຽງຈັນເຊັນເຕີ
ມົນສະເໜສີມືລາວ ທີ່ສູນການຄ້າວຽງຈັນເຊັນເຕີ

# ຂ່າວ & ພາບ: ບຸນມີ

error: Content is protected !!