ປີ 2020 ລັດຖະບານເຢຍລະມັນ ສະໜັບສະໜູນລາວມູນຄ່າ 200 ຕື້ກວ່າກີບ

    ກອງປະຊຸມເຈລະຈາການຮ່ວມມືເພື່ອການພັດທະນາລະຫວ່າງລັດຖະບານ ລາວ ແລະ ລັດຖະບານ ເຢຍລະມັນ ຜ່ານລະບົບທາງໄກ ຈັດຂຶ້ນວັນທີ 25 ກັນຍາ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ເຊິ່ງຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງ ຜທ ແລະ ຄະນະຜູ້ແທນຝ່າຍເຢຍລະມັນນໍາໂດຍທ່ານ ຄລາວ ຊຸບ ຫົວໜ້າພະແນກ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ ມີຄະນະຜູ້ແທນຝ່າຍລາວ ເຢຍລະມັນ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ສອງລັດຖະບານໄດ້ຕົກລົງເຫັນດີສືບຕໍ່ການຮ່ວມມືອັນໃກ້ຊິດ ໃນການຈັດຕັ້ງປະຕິບັດໂຄງການທີ່ມີຢູ່ ລວມທັງບັນດາໂຄງການໃໝ່ທີ່ໄດ້ເຈລະຈາໃນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນໃຫ້ບັນລຸຜົນສໍາເລັດຕາມໄລຍະເວລາທີ່ໄດ້ກໍານົດໄວ້ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ຮັບປະກັນໃຫ້ການຮ່ວມມືອັນຍາວນານລະຫວ່າງທັງສອງປະເທດມີຜົນກະທົບແບບຍືນຍົງຕໍ່ການພັດທະນາປະເທດ ບົນພື້ນຖານທີ່ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາແຫ່ງເຢຍລະມັນ ຈະໄດ້ຢຸດການຮ່ວມມືສອງຝ່າຍກັບລັດຖະບານລາວໃນອະນາຄົດ.

    ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ໄລຍະຜ່ານມາ ການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານເຢຍລະມັນ ໄດ້ມີບົດບາດສໍາຄັນ ໃນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານລາວ ຂໍສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນຂອງເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍອັນລໍ້າຄ່າແກ່ລາວຕະຫຼອດມາ ເປັນຕົ້ນ ການຕັ້ງປະຕິບັດຜ່ານອົງການຈັດຕັ້ງສາກົນ ໃນໂຄງການພັດທະນາຕ່າງໆທີ່ລັດຖະບານເຢຍລະມັນໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ເຮັດໃຫ້ເສດຖະກິດ-ສັງຄົມຂອງ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດີຂຶ້ນເລື້ອຍໆ ສໍາລັບປີ 2020 ການຊຸກຍູ້ສົ່ງເສີມພົວພັນຮ່ວມມືຂອງລັດຖະບານເຢຍລະມັນ ທີ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ສປປ ລາວ ມີມູນຄ່າທັງໝົດ 26,5 ລ້ານເອີໂຣ ຫຼືປະມານ 281 ຕື້ກີບ ໃຫ້ການຮ່ວມມືເພື່ອການພັດທະນາລະຫວ່າງລາວ ແລະ ເຢຍລະມັນ ໃນຂົງເຂດວຽກງານຕ່າງໆໃຫ້ນັບມື້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.

    ທ່ານ ຄລາວ ຊຸບ ກ່າວຕື່ມວ່າ: ໃນນາມລັດຖະບານເຢຍລະມັນ ກໍຂໍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມກ້າວໜ້າພາຍໃຕ້ການຮ່ວມມືລາວ-ເຢຍລະມັນ ໂດຍສະເພາະ ການທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນການພັດທະນາຂົງເຂດຊົນນະບົດ ເປັນຕົ້ນ ການສ້າງເສັ້ນທາງ ແລະ ການຄຸ້ມຄອງທີ່ດິນ ເຊິ່ງໄດ້ປະຕິບັດການຮ່ວມມືມາເປັນເວລາເກືອບ 25 ປີ ພວກເຮົາມີຄວາມຮູ້ສຶກພູມໃຈຕໍ່ຜົນສໍາເລັດທີ່ທັງສອງລັດຖະບານໄດ້ບັນລຸຮ່ວມກັນ ບໍ່ວ່າຈະເປັນໃນດ້ານການຮ່ວມມືໃນຂະແໜງອາຊີວະສຶກສາ ຈົນເຖິງການຄຸ້ມຄອງຊັບພະຍາກອນທໍາມະຊາດ ໂດຍສະເພາະ ການປົກປັກຮັກສາຊັບພະຍາກອນປ່າໄມ້ ທີ່ເປັນຂົງເຂດບູລິມະສິດຂອງການຮ່ວມມືລາວ-ເຢຍລະມັນ ລວມທັງການພັດທະນາຂົງເຂດຊົນນະບົດ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ການພັດທະນາເສດຖະກິດແບບຍືນຍົງ ແລະ ການປົກຄອງ.

   # ຂ່າວ & ພາບ: ລັດເວລາ

error: Content is protected !!