ຮ່ວມມືຮ່ວມໃຈຕ້ານພະຍາດວໍ້ ດ້ວຍການນຳສັດລ້ຽງສັກຢາກັນວໍ້

    ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນວໍ້ໂລກຂຶ້ນໃນວັນທີ 28 ກັນຍາ 2020 ທີ່ ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ມາກ ຈາຄ໋ອບ ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ ທ່ານຜູ້ຕາງໜ້າອົງການອາຫານ ແລະ ການກະເສດປະຈຳ ສປປ ລາວ ພ້ອມດ້ວຍພະນັກງານວິຊາການ ນັກສຶກສາ ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຮ່ວມມືຮ່ວມໃຈຕ້ານພະຍາດວໍ້ ດ້ວຍການນຳສັດລ້ຽງສັກຢາກັນວໍ້

    ທ່ານ ບຸນຂວາງ ຄຳບຸນເຮືອງ ໄດ້ກ່າວວ່່າ: ການຈັດງານດັ່ງກ່າວຂຶ້ນ ເພື່ອສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ແລະ ເພື່ອລະນຶກເຖິງຄຸນງາມຄວາມດີຂອງທ່ານ ຫຼຸຍ ປາສເຕີ ນັກປາດຄົນປະເທດຝຣັ່ງ ຜູ້ຄົ້ນຄວ້າພົບວັກແຊັງກັນພະຍາດວໍ້ ຈຶ່ງໄດ້ກຳນົດເອົາວັນທີ 28 ກັນຍາຂອງທຸກປີ ເປັນວັນຕ້ານພະຍາດວໍ້ໂລກ ທັງເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກໃຫ້ປະຊາຊົນ ກໍຄືເຈົ້າຂອງສັດລ້ຽງ ແລະ ທຸກພາກສ່ວນໃຫ້ມີຄວາມເຂົ້າໃຈກ່ຽວກັບພະຍາດວໍ້ ແລະ ໃຫ້ການຮ່ວມມືຕ້ານກັບພະຍາດວໍ້ຫຼາຍຂຶ້ນ ເຊິ່ງນັບແຕ່ມີການຈັດຕັ້ງວັນດັ່ງກ່າວຂຶ້ນມາ ແມ່ນໄດ້ກາຍເປັນເວທີທີ່ເປັນປະໂຫຍດສຳລັບມວນມະນຸດທົ່ວໂລກ ໂດຍສາມາດປູກຈິດສຳນຶກໃຫ້ມະຫາຊົນມີຄວາມຮູ້ ມີຄວາມເຂົ້າໃຈກ່ຽວກັບຄວາມຮ້າຍແຮງຂອງພະຍາດວໍ້ ແລະ ເກີດມີການຕື່ນຕົວ ຮ່ວມກັນເພື່ອງປ້ອງກັນ ແລະ ຄວບຄຸມພະຍາດວໍ້ນັບມື້ນັບເພີ່ມຂຶ້ນ ພ້ອມດຽວກັນນັ້ນ ຍັງເຮັດໃຫ້ຄວາມຮັບຜິດຊອບຂອງເຈົ້າຂອງສັດໃນການລ້ຽງດູ ເອົາໃຈໃສ່ຮັກສາສຸຂະພາບ ແລະ ສັກຢາກັນພະຍາດນັບມື້ນັບເພີ່ມຂຶ້ນ.

    ສຳລັບການສະເຫຼີມສະຫຼອງວັນດັ່ງກ່າວໃນປີນີ້ ພາຍໃຕ້ຄຳຂວັນ ”ຮ່ວມມືຮ່ວມໃຈຕ້ານພະຍາດວໍ້ດ້ວຍການສັກຢາກັນວໍ້” ເຊິ່ງການຈັດງານປີນີ້ ປະກອບດ້ວຍຫຼາຍກິດຈະກຳເຊັ່ນ :ການປະກອບຄຳເຫັນຂອງຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ຖາມ-ຕອບຄວາມຮູ້ກ່ຽວກັບພະຍາດວໍ້ ແລະ ສິ່ງສຳຄັນທີ່ສຸດ ແມ່ນກົມລ້ຽງສັດ ແລະ ການປະມົງ ໄດ້ຈັດກຽມຢາກັນພະຍາດຈຳນວນ 2.000 ເຂັມເພື່ອມາບໍລິການສັກຢາກັນພະຍາດວໍ້ໂດຍບໍ່ເສຍຄ່າ ໃຫ້ແກ່ໝາ ແລະ ແມວ ເພື່ອປ້ອງກັນພະຍາດວໍ້ ເພາະພະຍາດດັ່ງກ່າວເປັນພະຍາດຕິດຕໍ່ຈາກສັດສູ່ຄົນພະຍາດໜຶ່ງທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນພະຍາດວໍ້ແລ້ວຈະບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ສາມາດປ້ອງກັນໄດ້ດ້ວຍການສັກຢາປ້ອງກັນ ໂດຍສະເພາະ ໝາ ແລະ ແມວ ຕ້ອງໄດ້ສັກຢາກັນພະຍາດວໍ້ຢ່າງໜ້ອຍ 80% ຂື້ນໄປ.

ຮ່ວມມືຮ່ວມໃຈຕ້ານພະຍາດວໍ້ ດ້ວຍການນຳສັດລ້ຽງສັກຢາກັນວໍ້

    ໃນ ສປປ ລາວເຮົາແມ່ນມີການລະບາດຂອງພະຍາດວໍ້ໃນທຸກໆປີ ໃນ 3 ປີຜ່ານມາ ໄດ້ກວດພົບເຊື້ອພະຍາດວໍ້ຈາກຫຼາຍແຂວງທີ່ມີການລາຍງານເປັນຕົ້ນ: ແຂວງຊຽງຂວາງ ຫຼວງພະບາງ ໄຊຍະບູລີ ໄຊສົມບູນ ນະຄອນຫຼວງວຽງຈັນ ບໍລິຄຳໄຊ ສະຫວັນນະເຂດ ສາລະວັນ ເຊກອງ ຈຳປາສັກ ແລະ ແຂວງອັດຕະປື ສາເຫດຕົ້ນຕໍທີ່ພະຍາດວໍ້ຍັງມີການລະບາດ ຍ້ອນວ່າ ການລ້ຽງໝາ ແມວຍັງເປັນການລ້ຽງແບບປະປ່ອຍຕາມບ້ານ ແລະ ຖະໜົນເປັນສ່ວນຫຼາຍ ອັດຕາການປ້ອງກັນໃນໄລຍະ 4 ປີ ຜ່ານມາ ສາມາດປະຕິບັດໄດ້ພຽງ 98.000 ໂຕ/ປີ ຖ້າທຽບກັບສະຖິຕິ ໝາ ແລະ ແມວທັງໝົດ 827.766 ໂຕ ຫຼື ປະມານ 12%ເປັນອັດຕາສ່ວນທີ່ຕໍ່າ.

   # ຂ່າວ & ພາບ: ເພັດສະໝອນ

error: Content is protected !!