..ຜູ້ຮູ້ບໍ່ໄດ້ເຮັດ ຜູ້ເຮັດບໍ່ຮູ້..

ບາງ​ຄົນ​ຍັງ​ເວົ້າ​ຕື່ມ​ວ່າ ຜູ້​ເວົ້າ​ບໍ່​ຮູ້ ຫຼື ຜູ້​ຮູ້​ບໍ່​ໄດ້​ເວົ້າ ຜູ້​ຂຽນ​ຄິດ​ເຫັນ​ຄຳ​ບູ­ຮານ​ເວົ້າ​ວ່າ: ກົກ​ບໍ່​ເຕື້ອງ ຕີງ​ຕາຍ​ຕັ້ງ­ແຕ່​ງ່າ ບາ­ດວ່າ​ງ່າ​ບໍ່​ເຕື້ອງ​ຕີງ​ໄດ້​ແຕ່​ໃບ ບາງ​ຄັ້ງ​ເວ­ລາ​ໄປ​ນັ່ງ​ກິນ​ກາ­ເຟ ກໍ​ມັກ​ຈະ​ໄດ້​ຍິນ​ວ່າ ທຸກ​ມື້­ນີ້ ບຸກ­ຄົນ​ຈະ​ກ້າວ­ໜ້າ​ຕ້ອງ​ຮູ້­ຈັກ​ລູບ​ແຄ່ງ ເລຍ​ຂາ ບາ­ດວ່າ ນັກ­ວິ­ຊາ­ການ​ແທ້ (ຜູ້​ຮູ້​ແທ້) ພັດ​ບໍ່​ຮູ້­ຈັກ​ເວົ້າ​ເອົາ­ໃຈ​ຫົວ­ໜ້າ ຈຶ່ງ​ບໍ່​ກ້າວ­ໜ້າ ຫຼື ໃນ​ບາງ​ໜ່ວຍ​ງານ​ຫົວ­ໜ້າ​ພັດ​ມັກ​ລູກ​ນ້ອງ​ເວົ້າ​ບໍ່​ຂັດ­ໃຈ​ຕົນ ອັນ​ໃດ​ທີ່​ຕົນ​ສະ­ເໜີ​ໄດ້­ຜົນ​ປະ­ໂຫຍດ ບໍ່​ມີ ໃຜ​ຄັດ­ຄ້ານ ຖື​ວ່າ​ຖືກ​ໃຈ​ຕົນ.

ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ບ້ານ​ເຮົາ ມີ​ຫຼາຍ​ແບບ​ບາງ​ຄັ້ງ​ກໍ​ເກີດ​ກັບ​ພະ­ນັກ­ງານ​ເອງ ຫຼື ບາງ​ບ່ອນ​ກໍ​ເກີດ​ຈາກ​ປະ­ຊາ­ຊົນ​ທີ່​ມີ​ສະ­ພາບ​ເສດ­ຖະ­ກິດ ແລະ ກະ­ແສ​ໂລ­ກາ​ພິ​ວັດ ກະ­ຕຸກ​ຊຸກ­ຍູ້ ຈົນ​ເຫັນ​ດີ ຕາມ​ຄ່າ​ນິ­ຍົມ ທ່າ​ອຽງ​ບໍ­ລິ­ໂພກ​ເຕັມ​ໂຕ ຖ້າ­ວ່າ​ເຮົາ​ຫຼົງ​ເຫີ່​ຄ່າ​ນິ­ຍົມ​ທີ່​ບໍ່​ຖືກ­ຕ້ອງ​ກໍ​ເທົ່າ​ກັບ​ພາ­ກັນ​ເທີດ​ທູນ​ຄ່າ​ນິ­ຍົມ​ທີ່​ຜິດ­ພາດ ເຊິ່ງ​ຈະ​ນຳ​ມາ​ເຊິ່ງ​ບັນ­ຫາ ໃນ​ຄອບ­ຄົວ ແລະ ສັງ­ຄົມ ເຊັ່ນ: ເລື່ອງ​ການ​ກິນ​ດື່ມ ບາງ​ຄົນ​ກໍ​ບອກ​ວ່າ ມັນ​ເລື່ອງ​ທຳ​ມະ​ດາ ເວ­ລາ ແລ້ວ​ວຽກ ຫຼື ສະ­ຫຼຸບ​ໂຄງ­ການ​ນ້ອຍ​ໃຫຍ່ ກໍ​ສະ ຫຼອງ​ດ້ວຍ​ເຫຼົ້າ​ເບຍ ເຊິ່ງ​ປົນ​ມາ​ກັບ​ການ​ໃຊ້​ເລ້​ຫຼ່ຽມ​ນອກ­ໃຈ​ຄູ່​ຄອງ ພາ­ໃຫ້​ເກີດ​ຄອບ­ຄົວ​ແຕກ ແຍກ.

ບັນ­ຫາ​ໄພ​ງຽບ​ຄອບ­ຄົວ​ແຕກ​ແຍກ​ສັງ­ຄົມ​ຮູ້​ແກ່​ໃຈ ເຊິ່ງ​ທ່າ​ອ່ຽງ​ຫຼັກ​ກໍ​ແມ່ນ ຂໍ້​ຖົກ​ຖຽງ ເຈົ້າ​ມີ​ສິດ ຂ້ອຍ​ກໍ​ມີ​ສິດ ຜົວ-ເມຍ ຂີ່​ລົດ​ໃຫຍ່​ຄົນ​ລະ​ຄັນ ຈຶ່ງ ສະ­ດວກ​ໄປ​ຄົນ​ລະ​ທາງ ຜູ້​ຂຽນ​ຕິດ­ຕາມ​ຟັງ​ຫຼາຍ​ຄົນ ເວົ້າ​ບັນ­ຫາ​ຄອບ­ຄົວ​ແຕກ​ແຍກ ສ່ວນ​ໃຫຍ່​ແມ່ນ​ຄອບ­ຄົວ​ໄວ​ກາງ­ຄົນ ເມື່ອ​ສ້າງ​ຖາ­ນະ​ຄອບ­ຄົວ​ມີ​ເຮືອນ ມີ​ລົດ​ໃຫຍ່​ຂີ່​ຄົນ​ລະ​ຄັນ ຜົວ ແລະ ເມຍ ຈຶ່ງ​ຊອກ​ທາງ​ໄປ​ມ່ວນ­ຊື່ນ​ກັບ​ໝູ່­ຄູ່ ພໍ​ໄປ​ມ່ວນ­ຊື່ນ ເລື້ອຍໆ ກໍ​ເກີດ​ບັນ­ຫາ​ພາ­ໃຫ້​ຄອບ­ຄົວ​ແຕກ​ແຍກ ລູກ​ທີ່​ເກີດ​ມາ​ຈຶ່ງ​ຮັບ​ພາ­ລະ ຊາ­ຕາ­ກຳ ຫຼີກ​ລຽງ​ບໍ່ ໄດ້ ລູກ​ກຳ­ພ້າ​ພໍ່​ແມ່​ຍັງ​ໝົດ.

ປາ­ກົດ­ການ​ຫຍໍ້­ທໍ້​ຂອງ​ສັງ­ຄົມ ຈຶ່ງ​ມີ​ຫຼາຍ​ແບບ ເຊັ່ນ: ສໍ້​ໂກງ ລັກ​ຊັບ ປຸ້ນ​ຈີ້ ຄອບ­ຄົວ​ແຕກ​ແຍກ ເກີດ​ຈາກ​ຫຼິ້ນ​ກິນ​ເສລີ ແລະ ຟຸມ​ເຟືອຍ ມີ​ທ່າ​ອຽງ ສັງ­ຄົມ​ວຸ້ນ­ວາຍ​ຫຼາຍ​ຂຶ້ນ​ນັບ​ມື້ ບາງ​ທີ່​ອາດ​ຍ້ອນ ມີ​ແຕ່​ຜູ້​ເວົ້າ ບໍ່​ມີ​ຜູ້​ແກ້ ບາງ​ກໍ­ລະ­ນີ​ມີ​ທັງ​ນະ­ໂຍ­ບາຍ ແລະ ຄຳ​ສັ່ງ ແຕ່​ຖືກ​ເຊື່ອງ​ໄວ້​ໃນ​ລີ້ນ­ຊັກ​ໂຕະ​ກໍ​ມີ.

ຫັນ​ມາ­ສູ່​ການ​ນຳ​ໃຊ້​ຄົນ ບໍ່​ວ່າ​ພາກ​ລັດ ກໍ​ຄື ພາກ​ເອ­ກະ​ຊົນ ມັນ​ເຖິງ​ເວ­ລາ​ແລ້ວ​ທີ່​ຈະ​ຕ້ອງ​ໃຊ້ ຄົນ​ມີ​ຄວາມ​ຮູ້-ຄວາມ​ສາ­ມາດ ເພື່ອ​ຫຼີກ­ເວັ້ນ​ຄຳ ວ່າ: ຜູ້​ຮູ້​ບໍ່​ໄດ້​ເຮັດ ຜູ້​ເຮັດ​ບໍ່​ຮູ້ ຢູ່​ພາກ​ລັດ ປາ­ກົດ­ການ​ສະ­ກັດ​ກັ້ນ​ຜູ້​ຮູ້​ບໍ່​ໄດ້​ເຮັດ​ມີ​ຫຼາຍ​ວິ­ທີ ແຕ່​ແຜ່ ຫຼາຍ​ແມ່ນ​ປະ­ປ່ອຍ ບໍ່​ໃຫ້​ຄວາມ​ສຳ­ຄັນ ບໍ່​ໃຫ້​ເຂົ້າ​ຢູ່​ໃນ​ຕຳ­ແໜ່ງ​ວົງ​ໃນ​ແກ່­ຍາວ​ໄປ ທ້າຍ​ທີ່​ສຸດ​ຜູ້​ຮູ້ ຜູ້​ເກ່ງ ກໍ​ເຖິງ​ເກນ​ອາ­ຍຸ​ຮັບ​ບຳ­ນານ ຈາກ​ນັ້ນ ກໍ​ສະ­ແດງ​ຄວາມ​ອາ­ໄລ-ອາ​ວອນ ຮຽກ­ຮ້ອງ​ໃຫ້​ເຂົ້າ​ມາ ຊ່ວຍ ໃຫ້​ຄວາມ​ນັບ­ຖື ແຕ່​ມັນ​ຊ້າ​ເກີນ​ໄປ​ແລ້ວ ເພາະ​ຜູ້​ຖືກ​ໜີບ ຖືກ​ກົດ​ໜ່ວງ ເຂົາ​ຮູ້​ທັນ ແລະ ເບື່ອ​ໜ່າຍ​ແລ້ວ? ເລີຍ​ກາຍ­ເປັນ​ສະ­ໝອງ​ໄຫຼ​ໄປ​ສູ່​ບ່ອນ​ທີ່​ເຂົາ​ຕ້ອງ­ການ.

ປາ­ກົດ­ການ​ຜູ້​ຮູ້​ບໍ່​ໄດ້​ເຮັດ ຜູ້​ເຮັດ​ບໍ່​ຮູ້ ແມ່ນ​ອັນ​ຕະ ລາຍ​ຫຼາຍ.

ສະ­ເໜີ​ແລກ­ປ່ຽນ

ໂດຍ: ດັ້ນ​ກີບ​ເມກ

ຕິດຕໍ່ພວກເຮົາ
error: Content is protected !!