ການລົງທຶນໃນບໍລິສັດ Start-up ຫຸ່ນຍົນເພື່ອກະສິກຳ ເຕີບໂຕ 40%

ການ​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ ແລະ ເຄື່ອງ​ຈັກ​ຊະ­ນິດ​ຕ່າງໆ ເຂົ້າ​ມາ​ຊ່ວຍ​ເພີ່ມ​ປະ­ສິດ­ທິ­ພາບ​ການ​ເຮັດ​ກະ­ສິ­ກຳ​ໃນ​ຫຼາຍໆ​ປະ­ເທດ ເປັນ​ທີ່​ເວົ້າ​ເຖິງ​ມາ​ດົນ​ນານ ເວົ້າ​ໄດ້​ວ່າ ການ​ເຮັດ​ກະ­ສິ­ກຳ​ທີ່​ມີ​ການ​ໃຊ້​ເຄື່ອງ​ຈັກ ແລະ ເຕັກ​ໂນ​ໂລ​ຊີ​ເພື່ອ​ຊ່ວຍ​ແຮງ​ເປັນ​ເລື່ອງ​ປົກ­ກະ­ຕິ​ມາ​ນານ​ແລ້ວ. ແຕ່​ດ້ວຍ​ສະ­ຖາ­ນະ​ການ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ເກີດ​ວິ​ກິດ​ຂາດ­ແຄນ​ແຮງ​ງານ​ພາກ​ການ​ກະ­ສິ­ກຳ ຍິ່ງ​ເປັນ​ການ​ສົ່ງ­ເສີມ​ໃຫ້​ເກີດ​ຄວາມ​ຕ້ອງ­ການ​ນຳ​ຫຸ່ນ​ຍົນ ແລະ ລະ­ບົບ​ອັດ­ຕະ­ໂນ­ມັດ ເຂົ້າ​ມາ​ເຮັດ​ວຽກ​ແທນ​ທີ່​ຄົນ​ໃນ​ພາກ​ການ​ກະ­ສິ­ກຳ​ຫຼາຍ​ຂຶ້ນ​ເລື້ອຍໆ.…

ອາລີບາບາ ເປີດຕົວຫຸ່ນຍົນສົ່ງອັດຕະໂນມັດ ສາກເທື່ອດຽວແລ່ນໄດ້ 100 ກິໂລແມັດ

ອາ­ລີ​ບາ​ບາ​ຄລາວ ເສົາ​ຫຼັກ​ດ້ານ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ ແລະ ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ (AI) ຂອງ​ອາ­ລີ​ບາ​ບາ ກຣຸບ ໄດ້​ເປີດ​ຕົວ​ຫຸ່ນ​ຍົນ​ໂລ​ຈິ​ສ​ຕິກ​ອັດ­ຕະ­ໂນ­ມັດ ສຳ­ລັບ​ການ​ຂົນ­ສົ່ງ​ພັດ­ສະ­ດຸ​ໄມ​ສຸດ​ທ້າຍ (Last-mile delivery) ຫຼື ການ​ຂົນ­ສົ່ງ​ໄປ​ຫາ​ຜູ້​ຮັບ​ປາຍ­ທາງ ໃນ​ກອງ​ປະ­ຊຸມ​ປະ­ຈຳ​ປີ 2020 ເມື່ອ​ວັນ​ທີ…

ເຕັກໂນໂລຊີດ້ານສຸຂະພາບແບບສວມໃສ່ ອາດກວດອາການ COVID-19 ໄດ້ລ່ວງໜ້າ

ຄະ­ນະ​ນັກ​ວິ­ໄຈ​ກຳ­ລັງ​ສຶກ​ສາ​ປະ​ສິດ­ທິ​ຜົນ ຂອງ​ອຸ­ປະ­ກອນ​ແບບ​ສວມ​ໃສ່​ເພື່ອ​ໃຊ້​ລະ­ບຸ​ອາ­ການ​ເລີ່ມ​ຕົ້ນ​ຂອງ​ພະ­ຍາດ​ຕ່າງໆ ລວມ​ເຖິງ COVID-19. ຂະ­ນະ​ນີ້ ຫຼາຍໆ​ຄົນ​ໃຊ້​ອຸ­ປະ­ກອນ​ສວມ​ໃສ່ ຢ່າງ​ເຊັ່ນ Fitbit ຫຼື​ໂມງ Apple Watch ເພື່ອ​ວັດ​ອັດ­ຕາ​ການ​ເຕັ້ນ​ຂອງ​ຫົວ­ໃຈ ແລະ ການ​ອອກ­ກຳ­ລັງ​ກາຍ​ອື່ນໆ​ຢູ່​ແລ້ວ ແຕ່​ໃນ​ຕອນ​ນີ້ ນັກ​ວິ­ໄຈ​ກຳ­ລັງ​ສຶກ​ສາ​ວ່າ​ເຕັກ​ໂນ​ໂລ​ຊີ​ຊະ­ນິດ​ນີ້…

ເດັກນ້ອຍຫວຽດນາມອອກແນວຄວາມຄິດ ປະດິດໝວກກັນກະທົບປ້ອງກັນ COVID-19

ນັກ­ຮຽນ​ຊາວ​ຫວຽດ­ນາມ 3 ຄົນ ໄດ້​ອອກ​ແບບ​ໝວກ​ກັນ​ຫະ​ທົບ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ໜ້າ­ທີ່​ທາງ​ການ​ແພດ ທີ່​ຕ້ອງ​ຕໍ່­ສູ້​ກັບ​ເຊື້ອ​ໄວ​ຣັສ COVID-19 ສາ­ມາດ​ກິນ​ເຂົ້າ­ໜົມ ຫຼື ລູບ​ຫນ້າ​ລູບ​ຕາ​ຕົວ​ເອງ​ໄດ້ ໂດຍ​ບໍ່​ຕ້ອງ​ເຮັດ​ໃຫ້​ຕົນ​ເອງ​ຕ້ອງ​ສ່ຽງ​ກັບ​ການ​ຕິດ­ເຊື້ອ. ການ​ລະ­ບາດ​ຂອງ​ພະ­ຍາດ ເຮັດ​ໃຫ້​ຜູ້​ຄົນ​ຕ້ອງ​ປ່ຽນ​ຄວາມ​ສະ­ດວກ​ສະ­ບາຍ​ກັບ​ຄວາມ​ປອດ​ໄພ ຂອງ​ອຸ­ປະ­ກອນ​ປ້ອງ​ກັນ​ສ່ວນ​ບຸກ­ຄົນ (PPE) ໂດຍ​ສະ­ເພາະ​ຢ່າງ​ຍິ່ງ ບັນ­ດາ​ເຈົ້າ​ໜ້າ­ທີ່…

ຫວຽດນາມ ໃຊ້ເຕັກໂນໂລຊີ “ຫຸ່ນຍົນ” ຊ່ວຍປ້ອງກັນ ແລະ ລະວັງໄພ COVID-19

ການ​ປ້ອງ​ກັນ ແລະ ລະ­ວັງ​ໄພ​ຂອງ COVID-19 ຍັງ​ຄົງ​ເປັນ​ສິ່ງ​ທີ່​ຫຼາຍ​ປະ­ເທດ​ໃຫ້​ຄວາມ​ສຳ­ຄັນ​ໃນ​ເວ­ລາ​ນີ້ ແລະ ເທົ່າ​ທີ່​ຜ່ານ​ມາ ມີ​ລາຍ​ງານ​ຄວາມ​ສຳ­ເລັດ​ໃນ​ການ​ຄົ້ນ­ຄວ້າ​ວິ­ໄຈ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ສາ­ມາດ​ໃຊ້​ຊີ­ວິດ​ໄດ້​ເໝືອນ​ປົກ­ກະ­ຕິ​ຫຼາຍ​ທີ່​ສຸດ ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ແດ່​ແລ້ວ. ຕົວ­ຢ່າງ​ຂອງ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພື່ອ​ສູ້​ກັບ​ການ​ລະ­ບາດ​ຕົວ­ຢ່າງ​ໜຶ່ງ ເກີດ​ຂຶ້ນ​ໃນ​ປະ­ເທດ​ຫວຽດ­ນາມ ທີ່​ພະ­ຍາ­ຍາມ​ຍູ້​ດັນ​ການ​ໃຊ້ “ຫຸ່ນ​ຍົນ” ຢ່າງ​ຕໍ່​ເນື່ອງ. ເຕັກ​ໂນ​ໂລ​ຊີ​ທີ່​ຫວຽດ­ນາມ​ເນັ້ນ​ຢ້ຳ​ໃນ​ໄລ­ຍະ​ນີ້…

ເຟສບຸກແບບຫວຽດນາມ “ກາໂປ” ເປີດຕົວຕັ້ງເປົ້າມີຜູ້ຊົມໃຊ້ 3 ລ້ານຄົນ

ສື່​ສັງ­ຄົມ​ອອນ​ລາຍ​ຂອງ​ຫວຽດ­ນາມ ເຊິ່ງ​ມີ​ລັກ­ສະ­ນະ​ຄ້າຍ­ຄື​ເຟ​ສ​ບຸກ ເປິດ​ຕົວ​ແລ້ວ ເມື່ອ​ມໍ່ໆມານີ້ ໂດຍ​ໃສ່​ຊື່­ວ່າ ກາ​ໂປ (Gapo) ເຊິ່ງ​ເປັນ​ແອັບ​ທາງ​ມື​ຖື​ທີ່​ໃຫ້​ຜູ້​ໃຊ້​ສາ­ມາດສ້າງ​ໜ້າ​ໂປຣ​ຟາຍ​ຂອງ​ຕົນ​ເອງ ແລະ ແຊຣ໌ ໂພ​ສ​ໃນ​ໜ້າ “news feed” ເໝືອນ​ເຟ​ສ​ບຸກ ໄດ້​ດ້ວຍ. ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ…

ຜົນສຳຫຼວດເສດຖະກິດອອນລາຍ ພົບຄົນໄທໃຊ້ອິນເຕີເນັດຜ່ານສະມາດໂຟນຫຼາຍທີ່ສຸດໃນໂລກ

ປະ­ຊາ­ກອນ​ໃນ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ໃຊ້​ອິນ​ເຕີ​ເນັດ​ຜ່ານ​ສະ­ມາດ​ໂຟນ​ຫຼາຍ​ທີ່​ສຸດ​ໃນ​ໂລກ ໂດຍ​ຄົນ​ໄທ​ສ້າງ​ສະ­ຖິ­ຕິ​ນຳ​ໜ້າ​ທຸກ​ປະ­ເທດ​ໃນ​ອາ​ຊຽນ ດ້ວຍ​ການ​ໃຊ້​ເວ ລາ​ຫຼາຍ​ກວ່າ 5 ຊົ່ວ­ໂມງ​ຕໍ່​ມື້​ເພື່ອ​ທ່ອງ​ໂລກ​ອິນ​ເຕີ​ເນັດ ຕາມ​ດ້ວຍ​ອິນ​ໂດ​ເນ​ເຊຍ ຟິ​ລິບ​ປິນ ແລະ ມາ​ເລ​ເຊຍ ທີ່​ໃຊ້​ເວ­ລາ​ຫຼາຍ​ກວ່າ 4 ຊົ່ວ­ໂມງ ໃນ​ຂະ­ນະ​ທີ່​ຄົນ​ທັງ​ໂລກ ໃຊ້​ເວ­ລາ​ສະ­ເລ່ຍ​ປະ­ມານ…

ເຟສບຸກ ຖອດພາບ-ເນື້ອຫາທຳຮ້າຍຕົວເອງ ຫວັງຫຼຸດຄວາມສ່ຽງການຂ້າຕົວຕາຍ

ສື່​ສັງ­ຄົມ​ອອນ​ລາຍ “ເຟ​ສ​ບຸກ” ຖອດ​ພາບ​ທີ່​ສະ­ແດງ​ເຖິງ​ການ​ທຳ­ຮ້າຍ​ຕົວ​ເອງ​ອອກ​ຈາກ​ໜ້າ​ເຟ​ສ​ບຸກ ເຊິ່ງ​ເປັນ​ໜຶ່ງ​ມາດ​ຕະ­ການ​ຈັດ­ການ​ເນື້ອ​ຫາ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ຂ້າ​ຕົວ​ຕາຍ ຈາກ​ທີ່​ມີ​ກະ­ແສ​ວິ­ຈານ​ວ່າ ສື່​ສັງ­ຄົມ​ອອນ​ລາຍ​ນັ້ນ​ເປັນ​ຊ່ອງ​ທາງ​ໃນ​ການ​ນຳ​ສະ­ເໜີ​ເນື້ອ​ຫາ​ຮຸນ​ແຮງ ແລະ ອັນ­ຕະ­ລາຍ. ຖະ­ແຫຼງ­ການ​ຂອງ​ເຟ​ສ​ບຸກ​ລະ­ບຸ​ວ່າ ເນື້ອ​ຫາ​ທີ່​ສະ­ແດງ​ເຖິງ​ການ​ທຳ­ຮ້າຍ​ຕົວ​ເອງ ຈະ​ຖືກ​ຄົ້ນ​ຫາ​ໄດ້​ຍາກ​ຂຶ້ນ​ທາງ​ອິນ​ສະ​ຕາ​ແກຣມ ແລະ ທາງ​ເຟ​ສ​ບຸກ​ຈະ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ວ່າ  ເນື້ອ​ຫາ​ລັກ­ສະ­ນະ​ນີ້​ຈະ​ບໍ່​ປາ­ກົດ​ເທິງ​ຖານ​ເວ­ທີ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຄົ້ນ​ຫາ​ດ້ວຍ​ຕົວ​ເອງ​ກໍ​ຕາມ. ທ່າ​ທີ​ຂອງ​ເຟ​ສ​ບຸກ…

ໜ້າເວັບ Facebook ແບບໃໝ່ ແລະ Dark Mode

ເມື່ອ​ມໍ່ໆມານີ້ Facebook ໄດ້​ເປິດ​ໃຊ້​ງານ​ໜ້າ​ເວັບ​ຮູບ​ແບບ​ໃໝ່​ຢ່າງ​ເປັນ​ທາງ​ການ ຫຼັງ​ຈາກ​ເປິດ​ຕົວ​ຕັ້ງ­ແຕ່​ງານ F8 ເມື່ອ​ປີ​ທີ່​ຜ່ານ​ມາ ອັນ​ທີ່​ຈິງ Facebook ເລີ່ມ​ໃຊ້​ຕັ້ງ­ແຕ່​ເດືອນ​ມີ­ນາ​ທີ່​ຜ່ານ​ມາ ແຕ່​ສະ­ເພາະ​ບາງ​ປະ­ເທດ​ເທົ່າ​ນັ້ນ ແຕ່​ການ​ປະ ກາດ​ຫຼ້າ​ສຸດ​ນີ້ ໜ້າ​ເວັບ Facebook ແບບ​ໃໝ່​ຈະ​ເດີນ­ທາງ​ມາ​ເຖິງ​ຜູ້​ໃຊ້​ງານ​ທຸກ​ຄົນ​ແລ້ວ. ເນື້ອ​ຫາ​ຫຼັກ​ຂອງ…

error: Content is protected !!