ຢ້ານນ້ຳຂາດປາ ຢ້ານປ່າຂາດສັດ

ພົບ​ກັນ​ຕາມ​ເຄີຍ​ກັບ​ຄໍ​ລຳ “ເບິ່ງ​ບ້ານ​ເຂົາ​ເອົາ​ບົດ­ຮຽນ” ຊຶ່ງ​ເຮັດ​ໜ້າ­ທີ່​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ມາດ​ຕະ­ການ ກໍ​ຄື ນະ­ໂຍ­ບາຍ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ອື່ນໆ​ໃນ​ປະ­ເທດ​ຕ່າງໆ ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ທີ່​ບ້ານ​ເຮົາ​ສາ­ມາດ​ຖອດ​ຖອນ​ເປັນ​ບົດ­ຮຽນ ນຳ​ໃຊ້​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງ​ພວກ​ເຮົາ​ໄດ້ ສຳ­ລັບ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈັດ​ສັນ​ກັ່ນ​ຕອງ​ເອົາ​ບົດ­ຮຽນ​ບາງ​ຢ່າງ ຈາກ​ອິນ​ໂດ​ເນ​ເຊຍ ແລະ ກຳ­ປູ­ເຈຍ…

ຄວາມສຳຄັນຂອງບັນຫາສິ່ງແວດລ້ອມ

ບັນ­ຫາ​ສິ່ງ­ແວ­ດລ້ອມ ແມ່ນ​ມີ​ຄວາມ​ສຳ­ຄັນ​ຕໍ່​ມະ­ນຸດ​ສອງ​ປະ­ການ​ຄື: ສິ່ງ­ແວ­ດລ້ອມ​ທາງ​ທຳ​ມະ​ຊາດ ແລະ ສິ່ງ­ແວດລ້ອມ​ທາງ​ສັງ­ຄົມ ສິ່ງ­ແວ­ດລ້ອມ​ທາງ​ທຳ​ມະ​ຊາດ ມີ​ການ​ສະ​ນິດ​ຕິດ​ພັນ​ກັບ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ມວນ​ມະ­ນຸດ ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ຢູ່​ອ້ອມ​ຮອບ​ຕົວ​ຄົນ​ເຮົາ ເປັນ­ຕົ້ນ ດິນ ຟ້າ ອາ­ກາດ ພູ­ຜາ​ປ່າ­ດົງ ສາຍ​ນ້ຳ​ລຳ​ທານ ຕະ­ຫຼອດ​ເຖິງ​ທຸກ​ສິ່ງ​ວັດ­ຖຸ​ທີ່​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ເຊິ່ງ​ໄດ້­ແກ່​ເຄື່ອງ​ອຸ­ປະ­ໂພກ…

error: Content is protected !!