ໃຫ້ຄວາມຮູ້ກ່ຽວກັບວຽກງານຮັບມືກັບໄພພິບັດ

    ລະຫວ່າງວັນທີ 24–27 ສິງຫາ 2021 ອົງການກາແດງລາວ ຈັດເຝິກອົມຮົມກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ໂດຍມີທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວທ່ານ ນາງ ວັນເພັງ ໄຊສົງຄາມ…

ຄວາມຫວັງດີຂອງຄົນເຮືອນໃກ້

ແອ ຈິ໋ວ ໄດ້​ໝາກ­ບານ​ເປັນ​ຂອງ­ຂວັນ​ຈາກ​ທາງ​ໂຮງ­ຮຽນ ໃນ​ວັນ­ເດັກ­ນ້ອຍ​ສາ­ກົນ ວັນ​ທີ 1 ມິ­ຖຸ­ນາ ແຕ່​ລະ​ມື້ ແອ ຈິ໋ວ ເຕະ­ບານ​ບໍ່​ຢູ່ ບໍ່​ເຊົາ ບານ​ຟົ້ງ​ໄປ​ຕຳ​ຊະ­ຊາຍ ລວມ​ທັງ​ຝາ​ເຮືອນ​ຄົນ​ເຮືອນ​ໃກ້ ຄົນ​ເຮືອນ​ໃກ້​ທົນ​ບໍ່​ໄຫວ ແຕ່​ຊິ​ຮ້າຍ​ຊິ​ດ່າ​ກໍ​ຢ້ານ​ຜິດ​ໃຈ​ກັນ…

ໃຜຄວນລະວັງ ?

ຍິງ​ໄວ​ກາງ­ຄົນ ຢືນ​ກວັກ​ມື​ເອີ້ນ​ລົດ​ແທັກ​ຊີ​ຢູ່​ແຄມ​ທາງ ນາງ​ຕ້ອງ­ການ​ໄປ​ສະ­ໜາມ​ບິນ​ໃຫ້​ທັນ​ເວ­ລາ ພໍ​ປ້າຍ​ເຂົ້າ​ໄປ​ໃນ​ລົດ ໂຊ​ເຟີ​ຕີນ​ຜີ​ກໍ​ອອກ​ລົດ​ໄວ​ປານ​ຊິ​ບິນ ເຮັດ​ໃຫ້​ຜູ້­ໂດຍ­ສານ​ອົກ​ສັ່ນ​ຂວັນ​ເສຍ ແຕ່​ໂຊ​ເຟີ​ກໍ​ໄດ້​ແຕ່​ເລັ່ງ​ກັບ​ເລັ່ງ ສຸດ​ທ້າຍ​ຍິງ​ຜູ້­ໂດຍ­ສານ​ກໍ​ອອກ­ປາກ​ຮ້ອງ​ຂໍ​ວ່າ: “ລະ­ວັງ ລະ­ວັງ ຊ້າໆ​ແດ່ ຂ້ອຍ​ມີ​ລູກ​ຢູ່​ເຮືອນ 3 ຄົນ​ພຸ້ນ​ໃດ ຖ້າ​ເປັນ​ຫຍັງ​ໄປ​ລູກ​ຂ້ອຍ​ຊິ​ຢູ່​ກັບ​ໃຜ ?”…

ສະຫວັນເມືອງຄົນ

ຮັກ​ກັບ​ສາວ​ໜ້າ​ເປີ່ນ​ເວີ່ນ ຊື່​ນາງ ທອງ​ຍວກ ກາ​ໄດ້​ເກືອບ 3 ປີ ບ່າວ​ສີ​ເຈີດ ກໍ​ໝັ້ນ​ໃຈ​ໄດ້​ວ່າ​ຕົນ​ເອງ​ສາ­ມາດ​ຂໍ​ຮ້ອງ­ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ຈາກ​ນາງ. ຄືນ​ໜຶ່ງ​ເດິກ​ສົມ­ຄວນ​ແລ້ວ ແຕ່​ບ່າວ​ສີ​ເຈີດ ກັບ​ນາງ ທອງ​ຍວກ ຍັງ​ນັ່ງ​ແອ່ວ ແລະ ກ້ຽວ​ພາ­ລາ​ສີ​ກັນ​ຢູ່​ກ້ອງ​ຕົ້ນ​ໝາກ​ຕ້ອງ​ຮິມ​ສວນ ພໍ­ໄດ້​ລຶກ​ງາມ​ຍາມ​ດີ…

ຄົນລະຢ່າງ

ວັນ​ໜຶ່ງ ຕູ້​ແຈ່ມ ອາ­ຍຸ​ນ້ອງ​ຮ້ອຍ ເອີ້ນ​ຫຼານ​ສາວ​ໄວ​ລຸ້ນ​ມາ​ພົບ ເພື່ອ​ອົບ­ຮົມ​ເລື່ອງ​ບາບ​ເລື່ອງ​ບຸນ ສິ່ງ​ທີ່​ຕູ້​ແຈ່ມ ຢາກ​ເວົ້າ​ໃຫ້​ຫຼານ​ສາວ​ເຂົ້າ­ໃຈ ນັ້ນ​ກໍ​ຄື​ວ່າ ການ​ສ້າງ​ຄວາມ​ດີ ສິ່ງ​ທີ່​ເປັນ​ມຸງ­ຄຸນ​ນັ້ນ​ມັນ​ຍາກ​ລຳ­ບາກ ຕ້ອງ​ໄດ້​ອົດ​ໄດ້​ທົນ ແຕ່​ການ​ກະ­ທຳ​ຄວາມ​ຊົ່ວ​ນັ້ນ​ມັນ​ງ່າຍ ແຕ່​ຕູ້​ແຈ່ມ ບໍ່​ເວົ້າ​ໂດຍ​ກົງ ຕູ້​ໄດ້​ເວົ້າ​ປຽບ­ທຽບ​ອອກ​ມາ​ວ່າ: “ຫຼານ​ເອີຍ…

ໃຜຕົກຕຽງ

ຊາຍ​ເຖົ້າ​ອາ­ຍຸ​ເກືອບ​ຢຽບ​ເຂົ້າ​ເລກ​ແປດ (80) ແຕ່​ພະ­ຍາດ​ຫົວ​ງູ​ຍັງ​ບໍ່​ຍອມ​ຈາງ​ຫາຍ​ໄປ​ກັບ​ອາ­ຍຸ ເນື່ອງ​ຈາກ​ເປັນ​ຄົນ​ຖົງ​ເງິນ​ຕື່ງ ຊາຍ​ເຖົ້າ​ຄົນ​ນີ້​ຈຶ່ງ​ສາ­ມາດ​ຫິ້ວ​ສາວ​ນ້ອຍ​ເຂົ້າ​ເຮືອນ​ພັກ​ບໍ່​ອັ້ນ ແຕ່​ຫຼາຍ​ເທື່ອ​ຕໍ່​ຫຼາຍ​ທີ ເຫື່ອ­ແຮງ​ກໍ​ບໍ່​ເປັນ­ໃຈ ດັ່ງ­ນັ້ນ ເຖົ້າ​ຈຶ່ງ​ຊອກ​ຊື້​ແນວ​ບຳ­ລຸງ​ກຳ­ລັງ​ເພື່ອ​ກຽມ​ໃສ່​ໃນ​ຄ່ຳ​ຄືນ​ໜຶ່ງ ເຖົ້າ​ໄປ​ຊອກ​ຊື້​ເຫຼົ້າ​ບອງ​ຢາ​ທີ່​ມີ​ປ້າຍ​ຂຽນ​ວ່າ “ເຫຼົ້າ​ສາວ​ນ້ອຍ​ຕົກ​ຕຽງ” ກ່ອນ​ຈົກ​ເງິນ​ຊື້ ເຂົາ​ເວົ້າ​ກັບ​ຜູ້​ຂາຍ​ວ່າ: “ລະ­ວັງ ຄັນ​ບໍ່​ຄື​ກັບ​ຄຳ​ໂຄ­ສະ­ນາ ເຈົ້າ​ຕ້ອງ​ສົ່ງ​ເງິນ​ຄືນ​ໃຫ້​ຂ້ອຍ”.…

ຈຸດປະສົງ

ປ້າ​ຄຳ​ຄ່ຽມ ຈົງ​ຈຽມ​ສັກ ອາ­ຍຸ​ຍ່າງ​ເຂົ້າ 70 ປີ ສ່ວນ​ຜົວ​ຂອງ​ປ້າ​ຫັ້ນ​ເລີຍ 80 ໄປ​ແລ້ວ ເຊົ້າ​ນີ້​ປ້າ​ຄຳ​ຄ່ຽມ ແບກ​ໜ້າ​ເຂົ້າ​ໄປ​ຮ້ານ​ຂາຍ​ຢາ ປະ­ເພດ​ບຳ­ລຸງ​ກຳ­ລັງ​ເພດ​ຊາຍ ຍີ່­ຫໍ້​ໃໝ່​ທີ່​ກຳ­ລັງ​ມາ​ແຮງ ມັນ​ເປັນ​ຢາ​ປະ­ເພດ​ນ້ຳ​ທີ່​ມີ​ເນື້ອ​ໃນ​ໂຄ­ສະ­ນາ​ວ່າ: “ກິນ​ພຽງ​ກຶກ… ງຶກ​ໝົດ​ມື້​ໝົດ​ຄືນ” ປ້າ​ຄຳ​ຄ່ຽມ…

ສາເຫດພາໃຫ້ເປືອງ

ຈາກ​ການ​ແນະ­ນຳ​ຂອງ​ແພດ​ປະ­ຈຳ­ເມືອງ ໃຫ້​ທຸກ​ຄົນ​ໃຊ້​ເຈວ ໃຊ້​ນ້ຳ​ຢາ​ລ້າງ​ມື​ທີ່​ມີ​ເຫຼົ້າ​ເດັດໆ​ປະ­ສົມ ຄື: ເຫຼົ້າ​ແຮງ 70 ອົງ­ສາ​ຂຶ້ນ​ໄປ ເພື່ອ​ຈະ​ສາ­ມາດ​ຂ້າ​ເຊື້ອ​ໂຄ​ວິດ-19 ໄດ້ ດັ່ງ­ນັ້ນ ອາ​ແຈ່ມ ຈຶ່ງ​ເລືອກ​ຊື້​ນ້ຳ​ຢາ​ທີ່​ມີ​ທາດ​ເຫຼົ້າ​ເດັດໆ​ປະ­ສົມ ເພື່ອ​ໄວ້​ໃຊ້​ປະ­ຈຳ​ເຮືອນ ແຕ່​ປາ­ກົດ​ວ່າ​ມັນ​ໃຊ້​ເປືອງ​ຈົນ​ຊິ​ຊື້​ນຳ​ບໍ່​ທັນ… ກວດ​ບັກ​ໃຫຍ່ໆ ແຕ່​ໃຊ້​ມື້​ດຽວ​ກໍ​ໝົດ…

ເພື່ອຄວາມສະອາດ

ຢູ່​ຄຼີ​ນິກ​ແຫ່ງ​ໜຶ່ງ ລຸງ​ເຈີດ ທີ່​ມີ​ຮ່າງ­ກາຍ​ຈ່ອຍ​ຜອມ​ປານ​ຂຽດ ພວມ​ເລົ່າ​ອາ­ການ​ເຈັບ­ເປັນ​ຂອງ​ຕົນ​ໃຫ້​ທ່ານ­ໝໍ​ຟັງ​ຢ່າງ​ລະ­ອຽດ ພາຍ­ຫຼັງ​ກວດ​ເຊັກ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ທ່ານ­ໝໍ​ກໍ​ແນະ­ນຳ​ລຸງ​ວ່າ “ບໍ່​ເປັນ​ຫຍັງ​ດອກ ລຸງ​ຂາດ​ທາດ​ອາ­ຫານ​ບຳ­ລຸງ​ປະ­ເພດ​ຜັກ​ສົດ​ສີ­ຂຽວໆ ເຊັ່ນ: ຜັກ​ສະ­ຫຼັດ ຜັກ​ກາດ ຜັກ​ກະ​ລ່ຳ ແລະ ຜັກ​ສົດໆ​ຕາມ​ທຳ​ມະ​ຊາດ ລຸງ​ເຈີດ ງຶກ​ຫົວ​ຮັບ…

error: Content is protected !!