ການປັບໂຕຄັ້ງໃຫຍ່ ທີ່ປະຊາຊົນ ຕ້ອງເອົາໃຈໃສ່-ເປັນເຈົ້າການ

ໂດຍ: ສາລິກາ ການລະບາດຂອງໂຄວິດ-19 ໃນປະເທດລາວເຮົາທີ່ເຫັນວ່າມີທ່າອ່ຽງຮຸນແຮງຂຶ້ນນັບມື້ ໂດຍສະ ເພາະຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ພໍເທົ່າໃດວັນມີກໍລະນີຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຈົນໜ້າ ຕົກໃຈ ເຊັ່ນໃນວັນທີ 19 ກັນຍາ ກວດພົບກໍລະນີຕິດເຊື້ອໃນຊຸມຊົນເຖິງ 225 ກໍລະນີ ວັນທີ 20…

ເມື່ອຂໍ້ຕົກລົງສຽງເນືອງນັນຖືກທ້າທາຍ ຈະແກ້ຢ່າງໃດ ?

ຄໍ​ລຳ​ພວກ​ເຮົາ​ໄດ້​ນຳ​ສະ­ເໜີ ບັນ­ຫາ​ນີ້​ມາ​ສອງ ບົດ​ແລ້ວ…ໂດຍ​ບົດ​ທຳ​ອິດ ແມ່ນ​ພາຍ​ໃຕ້​ຫົວ­ຂໍ້ ນະ­ຄອນ­ຫຼວງ ມີ​ລະ­ບຽບ​ການ​ຄວບ​ຄຸມ​ສຽງ​ເນືອງ ນັນ ສະ­ບັບ​ລົງ​ວັນ​ທີ 9 ຕຸ­ລາ 2020 ເຊິ່ງ​ເລົ່າ ເລື່ອງ​ການ​ຈູດ​ໝາກ​ກະ­ໂພກ​ໃນ​ຄ່ຳ​ຄືນ​ວັນ​ສຸກ ທີ 2 ຕຸ­ລາ…

ປີໃໝ່ ນິດໄສເກົ່າ

ຊີ­ວິດ​ຂອງ​ຄົນ​ເຮົາ ມີ​ຫຼາຍ​ຄັ້ງ​ທີ່​ສາ­ມາດ​ພິກ​ຊາ­ຕາ​ຟື້ນ​ໂຕ​ຂຶ້ນ​ມາ​ໄດ້​ຈາກ​ຄວາມ​ຜິດ​ຫວັງ ຫຼື ຈາກ​ການ​ດຳ­ລົງ​ຊີ­ວິດ​ທີ່​ຜິດ­ພາດ ເຊິ່ງ​ຂຶ້ນ​ກັບ​ເຈົ້າ​ຂອງ​ຊີ­ວິດ​ທີ່​ຈະ​ແກ້​ໄຂ​ແນວ​ຄິດ ແລະ ນິດ​ໄສ​ທີ່​ຄົນ​ອ້ອມ​ຂ້າງ​ບໍ່​ມັກ ຫຼື ນິດ​ໄສ​ບາງ​ຄົນ​ກໍ​ຕົກ​ຢູ່​ໃນ​ລັກ­ສະ­ນະ ທ້ອງ​ບໍ່​ເຄີຍ​ອີ່ມ ບາງ​ຄົນ​ເຄີຍ​ຊິນ​ກັບ​ການ​ຂໍ ຫຼື ແອບ​ອ້າງ​ນະ­ໂຍ­ບາຍ ເພື່ອ​ຂໍ​ເອົາ​ຜົນ​ປະ­ໂຫຍດ​ທີ່​ເກີນ​ລະ­ບຽບ​ຄວາມ​ເໝາະ​ສົມ ຖ້າ​ທຽບ­ໃສ່​ອາ­ຊີບ​ພະ­ນັກ­ງານ​ລັດ­ຖະ­ກອນ ກໍ​ເວົ້າ​ໄດ້​ວ່າ…

4 ບຸກທະລຸ

4 ບຸກ​ທະ­ລຸ​ນີ້ ຜູ້​ຂຽນ ເວົ້າ​ສະ­ເພາະ 4 ບຸກ​ທະ­ລຸ​ຂອງ​ຂະ­ແໜງ­ການ​ສຶກ​ສາ ເຊິ່ງ​ເປັນ​ສິ່ງ​ສຳ­ຄັນ ຫຼາຍ​ໃນ​ການ​ນຳ​ມາ​ປະ­ຕິ­ບັດ ເພາະ​ຫຼາຍ​ວຽກ​ງານ ພະ­ນັກ­ງານ​ບາງ​ຄົນ ຫຼື ບາງ​ກຸ່ມ​ກໍ​ສວຍ​ໃຊ້​ຫຼິ້ນ​ກິນ​ມ່ວນ­ຊື່ນ​ແທນ​ການ​ຊື່​ກົງ​ຕໍ່​ນະ­ໂຍ­ບາຍ ເພາະ​ຖ້າ­ວ່າ​ເຮົາ​ອ່ານ​ເນື້ອ​ໃນ​ກຳ​ແໜ້ນ ເພິ່ນ​ໄດ້​ບອກ​ແຈ້ງ ແລ້ວ​ວ່າ ໃຫ້​ຕັ້ງ­ໜ້າ​ບຸກ​ທະ­ລຸ​ທັງ…

ມີສະຕິຊ່ວຍກັນຕ້ານໂຄວິດ-19

ຄວາມ​ຈິງ ຜູ້​ຂຽນ​ຢາກ​ເວົ້າ​ແມ່ນ​ການ​ປ້ອງ​ກັນ​ໄພ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ຖ້າ­ວ່າ​ເຮົາ​ຂາດ​ສະ­ຕິ​ຖື​ເບົາ ບາງ­ທີ​ຊີ­ວິດ​ເຮົາ​ກໍ​ບໍ່​ໂຊກ​ດີ​ສະ­ເໝີ​ໄປ ສາ­ມາດ​ຕິດ­ຕໍ່​ພະ­ຍາດ​ຈາກ​ບຸກ­ຄົນ​ອື່ນ​ໄດ້​ຫຼາຍ​ຮູບ​ແບບ​ເຊັ່ນ: ຈາກ​ໝູ່​ເພື່ອນ ຫຼື ຈາກ​ຄົນ​ທີ່​ບໍ່​ຮູ້­ຈັກ​ເພາະ​ພະ­ຍາດ​ນີ້ ຜູ້​ເປັນ​ເລີ່ມ​ຕົ້ນ ບາງ​ຄົນ​ຍັງ​ບໍ່​ຮູ້­ສຶກ​ໂຕ​ວ່າ​ໂຕ​ເອງ​ຕິດ ດັ່ງ­ນັ້ນ ເລື່ອງ​ການ​ມີ​ສະ­ຕິ​ຊ່ວຍ​ກັນ​ປ້ອງ​ກັນ​ເອົາ­ໃຈ­ໃສ່ ຕັກ­ເຕືອນ​ລູກ​ຫຼານ​ໃນ​ຄອບ­ຄົວ​ໃຫ້​ມີ​ສະ­ຕິ​ສູງ ກໍ​ຖື​ໄດ້​ວ່າ​ຊ່ວຍ​ກັນ​ປ້ອງ​ກັນ​ທົ່ວ​ສັງ­ຄົມ. ລັດ­ຖະ­ບານ…

ການຮັບມື ໂຄວິດ-19 ຂອງໂລກ

ມາ​ເຖິງ​ປັດ­ຈຸ­ບັນ​ຍັງ​ບໍ່​ສາ­ມາດ​ຄາດ​ຄະ­ເນ​ໄດ້​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19 ຈະ​ຢຸດ­ຕິ​ລົງ​ຍາມ​ໃດ? ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ພັດ­ທະ­ນາ​ວັກ​ຊີນ​ສູ້​ກັບ​ມັນ​ກໍ​ຕາມ. ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ຕ່າງ­ປະ­ເທດ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 3-4 ທັນ­ວາ 2020 ຜ່ານ​ມາ​ສະ­ມັດ­ຊາ​ໃຫຍ່ ສປຊ ໄດ້​ຈັດ​ກອງ​ປະ­ຊຸມ​ສະ­ໄໝ​ພິ­ເສດ​ແບບ​ທາງ­ໄກ​ຂຶ້ນ ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ ພະ­ຍາດ ໂຄ​ວິດ-19 ຍ້ອນ​ວ່າ​ປັດ­ຈຸ­ບັນ…

ສ້າງຄູ ສ້າງຄົນ

ສ້າງ​ຄູ​ໃຫ້​ເກ່ງ ເພື່ອ​ສ້າງ​ໃຫ້​ໄດ້​ນັກ­ຮຽນ​ເກ່ງ​ນັ້ນ ຕ້ອງ​ເປັນ​ຂະ​ບວນ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ ຄູ​ເອງ​ບໍ່​ຕ້ອງ​ຫຼົງ​ຕົວ​ວ່າ​ຮຽນ​ຈົບ​ສາຍ​ຄູ​ຊັ້ນ​ສູງ ຫຼື ປະ­ລິນ­ຍາ ແລ້ວ​ຖິ້ມ​ການ​ຄົ້ນ­ຄວ້າ​ສະ­ແຫວງ­ຫາ​ຄວາມ​ຮູ້ ຜູ້​ຂຽນ​ໄດ້​ອ່ານ​ແຜນ​ຍຸດ​ທະ​ສາດ​ການ​ສຶກ​ສາ​ຕັ້ງ­ແຕ່​ປີ 2000 ແຕ່​ເຫັນ​ວ່າ​ມີ​ຫຼາຍ​ຈຸດ​ທີ່​ແຜນ​ຍຸດ​ທະ​ສາດ ຊີ້​ທາງ​ໃຫ້​ແງ່​ຄິດ​ແກ່​ວຽກ​ງານ​ການ​ສຶກ​ສາ ແລະ ໃຫ້​ແນວ­ທາງ​ການ​ພັດ­ທະ­ນາ​ຕົນ​ຂອງ​ສາຍ​ອາ­ຊີບ​ຄູ​ໜ້າ​ທີ 92 ໄດ້​ເນັ້ນ​ວ່າ:…

ເຫັນເງິນຢ່າໜ້າດຳ

ທຳ​ມະ​ຊາດ​ຂອງ​ມະ­ນຸດ ຖ້າ­ວ່າ​ເຮົາ​ບໍ່​ໄດ້​ເຝິກ​ຈິດ­ໃຈ​ໃຫ້​ຮູ້​ທັນ​ກິ­ເລດ​ຕັນ­ຫາ​ທີ່​ຝັງ​ເລິກ​ໃນ​ນິດ​ໃສ​ຂອງ​ຕົນ ແນ່­ນອນ​ເມື່ອ​ເຫັນ​ເງິນ​ຕ້ອງ​ໜ້າ​ດຳ ເຫັນ​ຄຳ​ກໍ​ໜ້າ​ເສົ້າ ເຊິ່ງ​ມັນ​ສາ­ມາດ​ບອກ​ຕົວ​ຕົນ​ຂອງ​ບຸກ­ຄົນ​ໃດ​ໜຶ່ງ​ວ່າ ເມື່ອ​ເງິນ​ຄຳ​ຕົກ​ມື​ເຮົາ​ຈະ​ທຳ​ຕາມ​ໃຈ­ຄວາມ​ໂລບ ຫຼື ປະ­ພຶດ​ຕາມ​ສິນ​ທຳ ຍິນ​ດີ​ຕາມ​ໄດ້ ພໍ­ໃຈ​ຕາມ​ມີ ຫຼື​ວ່າ ເຮົາ​ຈະ​ປະ­ພຶດ​ຕົນ​ແບບ​ເຫັນ­ແກ່​ເງິນ​ແສນ​ໄຖ່ ບໍ່​ເຫັນ­ແກ່​ໄຜ່​ແສນ­ເມືອງ ເວົ້າ​ກ່ຽວ​ກັບ​ເງິນ​ສາ­ມາດ​ເຮັດ​ໃຫ້​ຫຼາຍ​ຄົນ­ຮູ້​ຊຶ້ງ​ທັນ​ທີ່​ວ່າ​ຈະ​ຮຽນ ຫຼື ເຮັດ…

ແດ່ຜູ້ນຳຂອງປວງຊົນລາວ

ວັນ​ທີ 13/12/2020 ກໍ​ພໍ­ດີ​ຄົບ​ຮ້ອຍ​ປີ​ຂອງ​ຊີ­ວິດ​ອາ​ດີດ​ຜູ້­ນຳ​ທ່ານ ໄກ­ສອນ ພົມ­ວິ­ຫານ(13/12/1920) ສິ່ງ​ທີ່​ພວກ​ເຮົາ​ສາ­ມາດ​ນຳ​ມາ​ເປັນ​ແວ່ນ​ແຍງ​ແກ່​ຊີ­ວິດ ແລະ ປະ­ຍຸກ​ໃຊ້​ໃນ​ໜ້າ​ວຽກ​ກໍ​ແມ່ນ​ບົດ­ຮຽນ​ຊີ­ວິດ​ຕົວ​ຈິງ​ຂອງ​ທ່ານ ໄກ­ສອນ ພົມ­ວິ­ຫານ ເຊິ່ງ​ມັນ​ໄດ້​ສະ­ແດງ​ອອກ​ບ່ອນ​ບົດ​ຂີດ​ຂຽນ ປື້ມ​ຕຳ­ລາ​ກ່ຽວ​ກັບ​ຊີ­ວິດ​ຂອງ​ເພິ່ນ​ທີ່​ນັກ­ວິ­ຊາ­ການ ຜູ້­ນຳ​ການ​ປະ­ຕິ­ວັດ​ໄດ້​ຂຽນ​ເຖິງ ຖ້າ­ວ່າ​ເຮົາ​ຫາກ​ອ່ານ​ສຶກ​ສາ​ຄົ້ນ­ຄວ້າ​ກໍ​ຈະ​ພົບ​ວ່າ ຄຸນ­ສົມ­ບັດ​ທີ່​ໜຶ່ງ​ໃນ​ຊີ­ວິດ​ທ່ານ ໄກ­ສອນ…

error: Content is protected !!