ໂທລະສັບມືຖືປະເພດສະມາດໂຟນນັ້ນ ມີປະໂຫຍດອະນັນ ແຕ່ກໍມີໂທດມະຫັນ (ແປວ່າປະໂຫຍດກໍຫຼາຍ ໂທດກໍຫຼາຍ) ຖ້າໃຊ້ເປັນ ໃຊ້ຖືກກາລະເທສະ ກໍມີຜົນດີນັບບໍ່ຖ້ວນ ຖ້າໃຊ້ແບບເສບຕິດ ຂາດສະຕິ ມັນກໍຈະນຳຜົນຮ້າຍມາສູ່ຜູ້ໃຊ້ ແລະ ຄົນຢູ່ອ້ອມຂ້າງ ເຊັ່ນ: ຈ້ອງໜ້າຈໍເວລາຂ້າມທາງ ເວລາຂັບລົດ…
Category: ມາລະຍາດບາດຕາ
ການຂ້າເວລາແບບເດີມໆທີ່ໜ້າເບື່ອ
ເວລາເຂົ້າຮ່ວມກອງປະຊຸມໃນລະດັບໃດກໍຕາມ… ເພື່ອແກ້ເມື່ອຍໃນການລໍຖ້າເວລາເລີ່ມພິທີ (ຍ້ອນຜູ້ເຂົ້າຮ່ວມບໍ່ປະຕິບັດໂມງເວລາ) ກໍມັກຈະມີການສະເໜີໃຫ້ມີການຮ້ອງເພງໂດຍບຸກຄົນ ຫຼື ລວມໝູ່ ເຊິ່ງໂຄສົກ ຫຼື ຄະນະຈັດຕັ້ງເອີ້ນວ່າ ເພື່ອສ້າງບັນຍາກາດ ແຕ່ເນື້ອແທ້ກໍແມ່ນເພື່ອຂ້າເວລາທີ່ເສຍໄປ ຍ້ອນການລໍຖ້າ ຍ້ອນສະພາບບໍ່ຄ່ອງຕົວໃນການຈັດຕັ້ງການປະຊຸມນັ້ນເອງ ຫຼາຍເທື່ອຕໍ່ຫຼາຍທີ ການສ້າງບັນຍາກາດແບບນີ້ມັນກໍກາຍເປັນເລື່ອງເບື່ອ ເປັນການແກ້ໜ້າ…
ສິ່ງຂວາງຕາຂວາງທາງໃນຍາມບຸນ
ລົດຖີບ ລົດຈັກ ລົດສາມລໍ້ ທີ່ໃຊ້ບັນທຸກສິນຄ້າຈ່າວຂາຍໃນເວລາງານບຸນນັ້ນ ມັນຈະສ້າງບັນຫາກີດຂວາງການຈະລາຈອນ ເຮັດໃຫ້ສະຖານທີ່ຄັບຄາໜາແໜ້ນຢູ່ແລ້ວແຄບເຂົ້າຕື່ມ ລົດຈ່າວຂາຍສິນຄ້າລໍ້ໃຈ ສ່ວນໃຫຍ່ແມ່ນປະເພດໝາກປູມເປົ້າ ດອກໄມ້ທຽມ ຕຸກກະຕາ ເຂົ້າໜົມ ປະເພດຂົບຄ້ຽວ ຂຽບໝູ ນ້ຳຫວານປະເພດກິນໄວ ແລະອື່ນໆ ການບັນທຸກຫຼາຍເກີນເຫດແບບນີ້…
ຊື່ເຍື່ອງອາຫານທີ່ຟັງແລ້ວບາດຫູ
ຄົນລາວເຮົາຈຳນວນບໍ່ໜ້ອຍ ທີ່ສະຫຼອກກອກຊອກກິນອາຫານແປກໆ ບໍ່ແປກແຕ່ກະໂຕອາຫານ ແຕ່ຊື່ເອີ້ນກໍຕ້ອງແປກແບບກວນ ກວນຊວນທົດລອງ ຍ້ອນແນວນີ້ເອງ ບາງຮ້ານຈຶ່ງມີອາຫານທີ່ໃສ່ຊື່ແບບຟັງແລ້ວກະດຽມຫູ ເຊັ່ນ: ເຍື່ອງທີ່ເຮັດດ້ວຍອະໄວຍະວະເພດຂອງສັດ ແທນທີ່ຈະຊອກໃສ່ຊື່ແບບປິດໆບັງໆແດ່ ແຕ່ພັດເອີ້ນຊື່ໂດຍກົງໂລດແບບບໍ່ຫ່ວງໂລກ ເຮັດໃຫ້ລູກຄ້າບາງຄົນໜ້າແດງ ເລື່ອງນີ້ຄວນພິຈາລະນາປ່ຽນໃໝ່ສາ ຊອກໃສ່ຊື່ອື່ນ ແຕ່ມີຄວາມໝາຍດຽວກັນ ພາສາລາວເຮົາອຸດົມຮັ່ງມີ…
ຂີ້ເຫຍື້ອບິນເປັນ
ຄວາມເປື້ອນເປິະເຮິະຮ້າຍທີ່ເຫັນຕາມນະຄອນຫຼວງ ກໍຄື ຕົວເມືອງໃຫຍ່ໆໃນປະເທດພວກເຮົານັ້ນ ເກີດມາຈາກຫຼາຍສາເຫດ ແຕ່ທີ່ແກ້ຍາກນັ້ນແມ່ນຂີ້ເຫຍື້ອທີ່ບິນອອກມາຈາກລົດບັນທຸກຫີນ-ຊາຍ ກໍຄື ລົດແກ່ວັດຖຸກໍ່ສ້າງອື່ນໆ ທີ່ລະເມີດກົດຈະລາຈອນ ຄືບໍ່ມີຜ້າປົກປ້ອງກັນບໍ່ໃຫ້ວັດຖຸທີ່ບັນທຸກຕົກເຮ່ຍ ນອກຈາກນັ້ນ ຍັງບັນທຸກເກີນຄວາມສາມາດຂອງລົດ ສ່ວນການຄວບຄຸມຕິດຕາມຂອງເຈົ້າໜ້າທີ່ຮັບຜິດຊອບນັ້ນກໍລະເຫຼີງ ເລືອກເຮັດເປັນບາງໂອກາດ ເວລາມີເຫດການສຳຄັນເທົ່ານັ້ນ ດັ່ງນັ້ນ ຈຶ່ງບໍ່ແປກດອກທີ່ບ້ານເມືອງພວກເຮົາອຸດົມສົມບູນໄປດ້ວຍຂີ້ເຫຍື້ອ.
ຢ່າຫຼົງເຊື່ອການໂຄສະນາເກີນເຫດ
ໃນສັງຄົມປັດຈຸບັນນີ້ ມີການແກ່ງແຍ່ງແຂ່ງຂັນກັນເພື່ອເຮັດຢູ່ຫາກິນນັ້ນ ທຸກຄົນຕ້ອງມີສະຕິລະວັງ ຢ່າໃຫ້ຖືກຕົ້ມຕົວະຫຼອກລວງຈາກພວກຫົວໃສໃຈຄົດ ຕົວຢ່າງ: ກໍຄື ພວກທີ່ຈ່າວຂາຍສິນຄ້າເພື່ອສຸຂະພາບ ເພື່ອຄວາມຈົບຄວາມງາມ ເຊິ່ງໃຜໆກໍຕ້ອງການ ການໂຄສະນາຂີ້ຕົວະເຫຼົ່ານີ້ ມັກຈະເກີນຄວາມຈິງ ເຊັ່ນ: ເລື່ອງຢາຊູກຳລັງທາງເພດ ຄຼີມເສີມຄວາມງາມໃຫ້ງາມປານພະເອກ-ນາງເອກ ທີ່ແທ້ແມ່ນການຕົວະກັນແບບຕາໃສໆທັງນັ້ນ.
ຕ້ອງມີຈັນຍາບັນ ແລະ ມາລະຍາດໃນອາຊີບ
ໃນສັງຄົມປັດຈຸບັນ ຄົນໃນທຸກໆອາຊີບຕ້ອງມີຈັນຍາບັນ ມີມາລະຍາດສະເພາະ ຈຶ່ງຈະມີຄວາມຍືນຍົງໃນວິຊາຫາກິນ ຕົວຢ່າງ: ຖ້າເປັນໂຊເຟີລົດແທັກຊີ ຫຼື ລົດຕຸກໆ ທີ່ໃຫ້ບໍລິການຄົນໂດຍສານນັ້ນ ກໍຕ້ອງປະຕິບັດຕົນໃຫ້ເໝາະສົມ ເຊັ່ນ ເວລາຢຸດລົດຮັບຜູ້ໂດຍສານ ໂຊເຟີກໍຕ້ອງລົງລົດມາຕ້ອນຮັບແຂກ ຫຼື ຍົກເຄື່ອງຂອງຊ່ວຍ ກ່ອນຈະຂັບລົດອອກໄປກໍຕ້ອງແນ່ໃຈວ່າ…
ເຮັດແນວບໍ່ແນວ ລະວັງຖິ້ມແຂ້ວ
ຂີ່ລົດຖີບຕາມເສັ້ນທາງ ບໍ່ແມ່ນຂີ່ສະແດງໃນໂຮງກາຍະສິນໂດຍນັກສະແດງ ດັ່ງນັ້ນ ຂໍຢ່າເຮັດແນວໂລດໂຜນ ສ່ຽງໄພ ເຊັ່ນ ການຢອກລໍ້ກັນ ການປ່ອຍມືຈາກເຂົາລົດທັງສອງເບື້ອງ ຫຼື ການຂີ່ຕັດໜ້າຕັດຫຼັງກັນ ຂີ່ເປັນແພ ຫຼື ເອົາຕີນ-ມືເກາະກາຍກັນຄືໃນຮູບກາຕຸນນີ້ ຄູ-ອາຈານ ຜູ້ປົກຄອງທຸກຄົນຄວນໃສ່ໃຈຕັກເຕືອນລູກຫຼານ ເລື່ອງການໃຊ້ລົດຖີບ-ລົດຈັກ…
ເຮັດແນວຈັງໄຮ ສາຍໄຟຈະເປັນໄພ
ສາຍໄຟຟ້າຢູ່ນະຄອນຫຼວງວຽງຈັນຂອງພວກເຮົາ ກໍຄືຢູ່ໃນຕົວເມືອງອື່ນໆ ຍັງມະຍຸມະຍະຢັ່ງຢາຍບໍ່ເປັນລະບຽບ ຢູ່ເມືອງໃຫຍ່ໆໃນຕ່າງປະເທດ ເຂົາມີລະບົບຝັງສາຍໄຟຟ້າລົງດິນ ບໍ່ມີສາຍໄຟຟ້າເປັນປຸ້ມ ປິດບັງຄວາມງາມຂອງເຮືອນຊານບ້ານຊ່ອງ ຍ້ອນແນວນີ້ ພວກເຮົາທຸກຄົນຕ້ອງເອົາໃຈຊ່ວຍກັນ ຢ່າໃຫ້ມີເຄືອໄມ້ ຖົງຢາງ ຫຼື ເຄື່ອງເສດເຫຼືອ ຂີ້ເຫຍື້ອ ໄປເກາະຫ້ອຍຢູ່ຕາມສາຍໄຟ ເພາະມັນເປັນອັນຕະລາຍ…