ປະຊາຊົນບ້ານໜອງໄຮ ຮ່ອມ31 ໄດ້ຮັບຜົນກະທົບຈາກນໍ້າເປື້້ອນເໝັນ

      ຂປລ. ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້, ປະຊາຊົນ ລ້ວນແຕ່ຈໍາກັດບໍລິເວນຕົນເອງຢູ່ເຮືອນ ເພື່ອປ້ອງກັນການຕິດ ແລະ ແພ່ເຊື້ອຂອງພະຍາດໂຄວິດ-19, ໃນໄລຍະຈຳກັດບໍລິເວນ ກໍມີບາງບັນຫາເກີດຂຶ້ນ ໂດຍສະເພາະປະຊາຊົນບ້ານໜອງໄຮ ຮ່ອມ 31 ເມືອງຫາຍຊາຍຟອງ ນະຄອນຫລວງວຽງ ໄດ້ຮັບຜົນກະທົບຈາກນໍ້າເປື້ອນເໝັນຈາກ…

ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ເຂັ້ມງວດປ້ອງກັນພະຍາດໂຄວິດ

    ວັນທີ 19 ພຶດສະພາ 2021 ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວ່າ: ໂດຍປະຕິບັດ ແລະ ຜັນຂະຫຍາຍຕາມແຈ້ງການຂອງຂັ້ນເທິງ…

ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 50 ກໍລະນີ ປິ່ນປົວດີອີກ 708

    ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານເຖິງສະພາບການການລະບາດຂອງພະຍາດໂຄວິດ-19 ວ່າ: ໃນວັນທີ 18…

ສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ນວ ໄດ້ຮັບການຊ່ວຍເຫຼືອ

    ວັນທີ 17 ພຶດສະພາ 2021 ຜ່ານມາ ຢູ່ສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກພະອາຈານຄູມິດ ອຸດທະຍະເມທີ ຄະນະປະຈໍາອົງການພຸດທະສາສະໜາສໍາພັນລາວ ເມືອງໄຊທານີ…

ຄະນະແພດຊ່ຽວຊານ ສສ ຫວຽດນາມ ໃຫ້ບົດຮຽນ ແລະ ຄຳແນະນຳທີ່ລໍ້າຄ່າແກ່ຄະນະສະເພາະກິດ ກໍຄືແພດໝໍແຂວງສະຫວັນນະເຂດ

    ໃນວັນທີ 19 ພຶດສະພາ 2021 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບຄະນະແພດຊ່ຽວຊານຈາກ ສສ ຫວຽດນາມ ໃນໂອກາດທີ່ຄະນະດັ່ງກ່າວໄດ້ມາເຮັດວຽກກັບຄະນະແພດສະເພາະກິດຂອງແຂວງສະຫວັນນະເຂດ ເພື່ອປ້ອງກັນ ຄວບຄຸມ…

ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ຄະນະຊ່ຽວຊານແພດຈີນສໍາເລັດໜ້າທີ່ຕ້ານໂຄວິດ-19ຢູ່ ສປປ ລາວ ແລະ ກັບຄືນປະເທດ

      ອີງຕາມຂ່າວ CRI ໃຫ້ຮູ້ວ່າ ໃນວັນທີ 18 ພຶດສະພາ 2021 ຄືມື້ວານນີ້ ຄະນະຊ່ຽວຊານການແພດທີ່ລັດຖະບານ ສປ ຈີນຊ່ວຍເຫຼືອ ສປປ ລາວ ຕ້ານພະຍາດ COVID-19 ໄດ້ສໍາເລັດໜ້າທີ່…

ມອບເຂົ້າສານໜຽວໃຫ້ປະຊາຊົນທີ່ຫຍຸ້ງຍາກບ້ານທ່າພະລານໄຊ

    ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນຜູ້ທີ່ຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນໃນໄລຍະກັກຕົວຍ້ອນການລະບາດຂອງພະຍາດໂຄວິດ-19 ວັນທີ 18 ພຶດສະພາ 2021 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ມອບເຄື່ອງອບໍລິໂພກເປັນເຂົ້າສານໜຽວ ໝີ່ສໍາເລັດຮູບ ແລະ ໄຂ່…

ຍັງເປັນຂ່າວບໍ່ດີ ວັນນີ້ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ 49 ຄົນ

    ຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈຳວັນທີ 18 ພຶດສະພາ ປີ 2021 ຈາກທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່…

ປກສ ນວ ໄດ້ຮັບການຊ່ວຍເຫຼືອເຄື່ອງປ້ອງກັນໄວຣັສໂຄວິດ ຈາກກອງບັນຊາການຕຳຫຼວດນະຄອນໂຮ່ຈີມິງ

    ວັນທີ 16 ພຶດສະພາ 2021 ທີ່ດ່ານສາກົນເບີອີ່ (ກອນຕູມ) ຕາງໜ້າກອງບັນຊາການຕຳຫຼວດນະຄອນໂຮ່ຈີມິງ ສສ ຫວຽດນາມ ໄດ້ມອບເຄື່ອງອຸປະກອນຮັບໃຊ້ເພື່ອຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ…

error: Content is protected !!